ແຜນການດຳເນີນງານການອະນຸລັກທະນີໃນ ສປປ ລາວ 2011-2020
ໃນເຂດອາຊີຕາເວນອອກສ່ຽງໃຕ້ສປປລາວ ແມ່ນຫນຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງ ຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕໍານານ ຖ້າຫາກວ່າພວກເຮົາບໍ່ເລີ່ມ ເອົາໃຈໃສ່ ໃນການອະນຸລັກຢ່າງຈິງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ນິເວດວິທະຍາປ່າໄມ້ຂາດຄວາມສົມດູນແລະອ່ອນແອໃນທີ່ສຸດ. ທະນີເປັນຫນື່ງໃນບັນດາສັດປ່າທີ່ສໍາຄັນທີ່ສຸດທັງເປັນສັດຕົວແທນສໍາລັບການອະນຸລັກ, ແລະບາງຕົວຊີ້ບອກ ຂອງປ່າໄມ້ທີ່ມີ ການລົບກວນຫນ້ອຍ. ແຕ່ເປັນທີ່ຫນ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍ ຢູ່ໃນສປປລາວໄດ້ຫຼຸດລົງຢ່າງຫນ້າເປັນຮ່ວງເຊິ່ງ ປັດຈຸບັນພວກເຮົາຫາຟັງສຽງຮ້ອງ ຂອງທະນີໃນທໍາມະຊາດໄດ້ຍາກຫຍິ່ງຂຶ້ນ.
ຄູ່ມືການວາງແຜນຈັດສັນ ແລະ ຄຸ້ມຄອງ ການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມ
ປຶ້ມຄູ່ມືສະບັບນີ້ແນະນຳວິທີຈັດຕັ້ງປະຕິບັດວຽກ P-FALUPAM ຢູ່ຂັ້ນກຸ່ມບ້ານ ແລະ ບ້ານແບບມີສ່ວນຮ່ວມໂດຍແບ່ງອອກເປັນ 5 ບາດກ້າວໃນນີ້ລວມມີວຽກຢູ່ຫ້ອງການ ແລະ ວຽກພາກສະໜາມ. ບາດກ້າວທີ1 ແມ່ນການກະກຽມແຜ່ນວຽກ, ບຸກຄະລາກອນ, ງົບປະມານ ແລະ ອຸປະກອນເຄື່ອງມືຮັບໃຊ້. ບາດກ້າວທີ2 ແມ່ນການເກັບກຳຂໍ້ມູນລະດັບບ້ານ ແລະ ສ້າງແຜ່ນທີ່ພື້ນຖານ ຂອງບ້ານ ບາດກ້າວທີ3 ແມ່ນ ການສ້າງແຜ່ນທີ່ນຳໃຊ້ທີ່ດິນໃນປະຈຸບັນ ເກັບກຳຂໍ້ມູນເສດຖະກິດສັງຄົມ ແລະ ປະເມີນຄວາມອຸດົມສົມບູນຂອງດິນ, ບາດກ້າວທີ4 ແມ່ນການກຳນົດຂອບເຂດຈັດສັນ ຄຸ້ມຄອງນຳໃຊ້ທີ່ດິນປະຈຸບັນ ແລະ ປ່າໄມ້ຂອງບ້ານ, ບາດກ້າວທີ5 ແມ່ນການກວດກາຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັັດຕາມແຜນຈັດສັນເຂດຄຸ້ມຄອງກະສິກຳ ແລະ ປ່າໄມ້ ເພື່ອເປັນບ່ອນອີງໃຫ້ແກ່ວຽກຂຶ້ນສຳມະໂນທີ່ດິນ ອອກໃບຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຕາດິນໃຫ້ປະຊາຊົນຂັ້ນບ້ານ
ລະບົບຖານຂໍ້ມູນອອນໄລນ໌ ພາເຂົ້າລາວ
ພາເຂົ້າ ເປັນໂຕະທີ່ໃຊ້ຮັບປະທານອາຫານໃນປະເທດລາວ ແລະ ເປັນສັນຍາລັກຂອງປະຊາຊົນລາວ ທີ່ກ້ຽວຂ້ອງກັບຄວາມຫຼາກຫຼາຍທາງຊີວະນາໆພັນ (ABD) ໂຕະດັ່ງກ່າວມັກຈະເຮັດດ້ວຍຫວາຍ ແລະ ໄມ້ໄຜ່ທີ່ຜະລິດພາຍໃນປະເທດ, ຄອບຄົວໝູ່ເພື່ອນຈະຮ່ວມກັນເພື່ອຮ່ວມແບ່ງປັນອາຫານຕ່າງໆແມ່ນມາຈາກທຳມະຊາດເຊັ່ນ: ເຂົ້າໜຽວ, ປາປີ້ງ, ເອາະ, ຜັກລວກ ຫຼື ແຈ່ວທີ່ຕໍາເປັນສູດພິເສດຂອງແຕ່ລະທ້ອງຖິ່ນ.
ການສົມທຽບປະສິດທິພາບຂອງນ້ຳເປື່ອຍ 5 ຊະນິດໃນການທຳຄວາມສະອາດຜັກສົດ ເພື່ອຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາ
ໃນການສຶກສາຄັ້ງນີ້ ມີຈຸດປະສົງເພື່ອສຶກສາວິທີການ ແລະ ຄວາມເໝາະສົມຂອງນ້ຳເປື່ອຍ 5 ຊະນິດ ຊຶ່ງປະກອບມີ: CH3COOH, C6H10O8, KMnO4, NaHCO3 ແລະ NaCl ທີ່ຄວາມເຂັ້ມຂຸ້ນ 3 ລະດັບຄື: 0.1%, 0.5%, 1% ໃນການຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາໃນຕົວຢ່າງຜັກສົດ 5 ຊະນິດຄື: ຜັັກຫອມປ້ອມ, ຜັກຫອມລາບ, ຜັກຫອມເປ, ຜັກຄາວທອງ ແລະ ຜັກສະຫຼັດ. ຜັກສົດຖືກທຳຄວາມສະອາດດ້ວຍ 2 ວິທີຄື: ວິທີປາສະຈາກການແຊ່ ແລະ ແຊ່ໄວ້ 15 ນາທີ ແລ້ວກວດສອບຫາປະລິມານເຊື້ອແບັກທີເຣຍໂດຍໃຊ້ວິທີກະຈາຍເຊື້ອ. ຈາກຜົນການທົດລອງພົບວ່າ ການປົນເປື້ອນເຊື້ອຂອງຈຸລະຊີບທັງໝົດຫຼາຍທີ່ສຸດ ແມ່ນໃນຜັກຫອມປ້ອມ ແລະ ຜັກຄາວທອງຕົວຢ່າງລະ 21%, ຮອງລົງມາແມ່ນຜັກຫອມເປ ແລະ ຜັກສະຫຼັດຕົວຢ່າງລະ 20% ແລະ ຜັກຫອມລາບ 18% ຂອງຈຳນວນຜັກທີ່ນຳມາສຶກສາ. ຜັກທີ່ມີການປົນເປື້ອນຂອງເຊື້ອຊາໂມເນລາຫຼາຍທີ່ສຸດແມ່ນຜັກຫອມເປ 37%, […]
ການຄັດເລືອກຢີສ໌ທີ່ສາມາດໃຊ້ໄຊໂລສເພື່ອການໜັກເຫຼົ້າເອຕາໂນລ
ການສຶກສາກ່ຽວກັບການຄັດເລືອກເຊື້ອຢີສ໌ທີ່ສາມາດໝັກໄຊໂລສໃຫ້ເປັນເຫຼົ້າເອຕາໂນລ ເຊິ່ງໄດ້ນໍາໃຊ້ ສິ່ງເສດເຫຼືອທາງການກະເສດ ລວມທັງໝົດ 56 ຕົວຢ່າງ. ໃນຂະບວນການທົດລອງໄດ້ດຳເນີນໂດຍ ນຳໃຊ້ເຕັກນິກການເພີ່ມເຊື້ອໃນອາຫານແຫຼວ YPX ທີ່ອຸນຫະພູມ 37ºC. ຈາກການຄັດແຍກ ໄດ້ເຊື້ອ ບໍລິສຸດທັງໝົດ 60 ໄອໂຊເລດ ແລະ ໃນຈໍານວນນີ້ໄດ້ຄັດເລືອກເອົາ 35 ໄອໂຊເລດ ມາທົດສອບຄວາມ ສາມາດ ຈະເລີນເຕີບໂຕຢູ່ໃນອາຫານແຂງ YPD, YPS, YPX ແລະ YNB ທີ່ອຸນຫະພູມ 37ºC, 40ºC, 42ºC ແລະ 45ºC, ສຶກສາລັກສະນະລັກສັນຖານຂອງເຊື້ອຢີສ໌, ທົດສອບຄຸນລັກສະນະຕ່າງໆຂອງຢີສ໌ ທີ່ຖືກຄັດເລືອກທີ່ອຸນຫະພູມ 37ºC ແລະ ການຈັດຈຳແນກຊະນິດຂອງເຊື້ອຢີສ໌ທີ່ຖືກຄັດເລືອກ. ຈາກຜົນທີ່ໄດ້ຮັບສະແດງໃຫ້ເຫັນວ່າເຊື້ອຢີສ໌ສາມາດຈະເລີນເຕີບໂຕໄດ້ດີທີ່ອຸນຫະພູມຕ່າງໆໃນອາຫານ YPD ມີ 8 ໄອໂຊເລດ, ອາຫານ YPS ມີ 6 ໄອໂຊເລດ, ສ່ວນໃນອາຫານ YPX ແລະ ອາຫານ YNB […]