ປຶ້ມຄູ່ມືການຜະລິດເມັດພັນຖົ່ວດິນ
ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ (ສສຄກປ) ແມ່ນໂຄງການຈຸດສຸມຂອງ ລັດຖະບານທີ່ ພະຍາຍາມເສີມຂະຫຍາຍຕົວແບບ ແລະ ຕໍ່ຍອດບັນດາໂຄງການຕ່າງໆທີ່ມີຜົນສໍາເລັດສູງຢູ່ໃນບັນດາແຂວງ ທົ່ວປະເທດ ໂດຍສະເພາະຢູ່ 5 ແຂວງ ພາກໃຕ້ ເພື່ອນໍາເອົາບັນດາຮູບແບບການປູກ-ການລ້ຽງ ທີ່ມີປະສິດທິຜົນສູງນຳມາເຜີຍແຜ່ອອກ ສູ່ສັງຄົມຢ່າງກວ້າງຂວາງ. ໂດຍໂຄງການໄດ້ຮັບການຮ່ວມມືຈາກກົມວິຊາການຕ່າງຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສາກົນຕ່າງໆລວມທັງສ່ວນຜູ້ປະກອບການຜູ້ຜະລິດແນວພັນ ແລະ ອື່ນໆ ເປັນຕົ້ນແມ່ນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ (ບັນດາສູນຄົ້ນຄວ້າ ແລະ ຜະລິດແນວພັນຕ່າງໆ).
ການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ເພື່ອຮອງຮັບການປ່ຽນແປງຂອງ ສະພາບແວດລ້ອມ ຢູ່ ສປປ ລາວ
ການຄົ້ນຄວ້າ ແລະ ພັດທະນາ ແນວພັນເຂົ້າຫອມທ່າດອກຄໍາ 8
ການຄົ້ນຄວ້າ ແລະ ການພັດທະນາ ລະບົບເຮືອນຮົ່ມ ສໍາລັບຊາວກະສິກອນຂະໜາດ ນ້ອຍ ເພື່ອເພິ່ມຜົນຜະລິດພືດຜັກໃນລະດູຝົນ
ພືດຜັກ ເປັນພືດທີ່ມີຄວາມສຳຄັນ ໃນດ້ານຄຸນຄ່າທາງດ້ານອາຫານ ແລະເສດຖະກິດ – ມີຄຸນຄ່າທາງດ້ານໂພສະນາການ ວິຕະມິນ, ແຮ່ທາດ, ໂປຣຕິນ, ທາດແປ້ງ ແລະໄຂມັນ ທີ່ຈຳເປັນຕໍ່ຮ່າງກາຍ – ເປັນພືດທີ່ສາມາດໃຫ້ຜົນຕອບແທນ (ກຳໄລ)ສູງຕໍ່ເນື້ອທີ່
ຄຸ່ມືການນຳໃຊ້ ແນວພັນຖົ່ວເຫຼືອງນາພອກ 1
ແນວພັນຖົ່ວເຫຼືອງ ນາພອກ 1 (Naphok 1) ແມ່ນໄດ້ຈາກການປະສົມ ພັນຂອງ ຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກ ຈົນໃຫ້ມີຄວາມຄົງ ຕົວ ໃນລຸ້ນ F10 ຈາກທັງໝົດ 10 ສາຍພັນ ໄດ້ທົດສອບໃນພື້ນທີ່ຂອງ ຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເມືອງ ຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸ່ນ ແຂວງອຸດົມໄຊ ເຫັນວ່າ ມີ 1 ສາຍ ພັນ ຄື ສາຍພັນ ARC2007-P3-13-1 (ນາພອກ 1) ໄດ້ໃຫ້ຜົນຜະລິດ ດີທີ່ສຸດ, ປັບຕົວໄດ້ດີ ໃນຫລາຍສະພາບແວດລ້ອມ ແລະ ຫລາຍສະພາບດິນ.
ຄູ່ມືແນະນຳເຕັກນິກການຜະລິດຖົ່ວຂຽວ
ຖົ່ວຂຽວ (Vigna radiata) ແມ່ນພືດຕະກຸນຖົ່ວທີ່ເປັນແຫຼ່ງ ອາຫານທີ່ສໍາຄັນ ສາມາດນໍາໃຊ້ໄດ້ຫລາຍຢ່າງ ເຊັ່ນ: ຖົ່ວງອກ, ໃຊ້ເຮັດແປ້ງ ຖົ່ວຂຽວ (ເຮັດເສັ້ນລ້ອນ) ແລະ ສາມາດເຮັດເປັນເຂົ້າໜົມຕ່າງໆ.ຖົ່ວຂຽວ ດິບເປັນແຫຼ່ງຂອງໂປຼຕິນ ແລະ ຄາໂບໄຮເດູດທີ່ເປັນປະໂຫຍ ສາມາດນໍາມາ ຕົ້ມກັບນໍ້າຕານເພື່ອໃຫ້ພະລັງງານແກ່ຮ່າງກາຍ. ໃນປະຈຸບັນການຜະລິດຖົ່ວຂຽວ ຂອງປະຊາຊົນ
ພະຍາດໝາກເນົ່າ Anthracnose
ກາເຟ ເລີ່ມເປັນໝາກ ຈົນເຖິງໄລຍະເກັບກ່ຽວ ຜົນຜະລິດ. 1. ອາການຢູ່ໃນ ມັກພົນຢູ່ໃນອ່ອນ ແລະ ໃບແກ່ ລັກສະນະເປັນຈຸດສີນ້ຳຕານ. ເນື້ອເຍື່ອຢູ່ກາງບາດແຜຈະ ແຫ້ງຕາຍ. ຖ້າຮຸນແຮງ ບາດແຜຈะຂะຫຍາຍ ໃຫຍ່ອອກ ເຮັດໃຫ້ໃບແຫ້ງໄໝ້ທົ່ວໃບ 2. ອາການຢູ່ກິ່ງ ຈະພົບຢູ່ຫັນ ກິ່ງຫ່ຽວ ແລະ ແຫ້ງ. ອາການ ຢູ່ໝາກ ພົບເຫັນຢູ່ໝາກ ອ່ອນ ແລະ ໝາກແກ່, ໝາກເປັນຈຸດສີນໍ້າຕານເຂັ້ມດ້ານ ໃດດ້ານໜຶ່ງ ກາງບາດແຜຂະຫຍາຍໃຫຍ່ອອກຕິດກັນ ເປັນຮູບຮ່າງບໍ່ແນ່ນອນ ເຮັດໃຫ້ໝາກຍຸບລົງ ແລະ ປ່ຽນ ເປັນສີດໍາ, ໝາກແຫ້ງແຂງ ບາງໝາກທີ່ຖືກພະຍາດ ທຳລາຍຈະສັງເກດເຫັນອາການພະຍາດມີເສັ້ນໄຍ ສະປໍສີເຫຼືອງອ່ອນ.
ດ້ວງເຈາະລຳຕົ້ນກາເຟ White coffee stem-borer
ດ້ວງເຈາະລໍາຕົ້ນກາເຟ ລັກສະນະ ເປັນແມງປີກແຂງ, ປາກກັດກິນ, ມີໝວດຍາວລັກສະນະເດັ່ນ ເທິງປີກ ມີຂີດ ສີຂາວ ພາດຂວາງ 3 ແຖວ, ປີກຍາວປະມານ 15-20 ຊັງຕີແມັດ.
ພະຍາດເຫງົ້າເນົ່າຄໍດິນ Damping off
ລັກສະນະອາການ ແລະ ການທໍາລາຍ: ເຊື້ອພະຍາດຈະ ເຂົ້າທໍາລາຍຕົ້ນກາເຟໃນໄລຍະກ້າເບ້ຍຊ່ວງອາຍຸ ປະມານ 1-3 ເດືອນ ສາເຫດທີ່ພະຍາດ ແລະ ຄວາມຮຸນແຮງຂອງເຊື່ອ ຂື້ນກັບປັດໄຈຫຼາຍຢ່າງ ເຊັ່ນ: ໝານກ້າທີ່ພາໃຫ້ເບ້ຍບໍ່ສາມາດລະບາຍນໍ້າໄດ້ດີ, ການກ້າເບ້ຍໃນໝານເກົ່າ ແລະ ມີຄວາມຊຸ່ມສູງ, ໂດຍສັງເກດເຫັນໄດ້ງ່າຍ ຄື: ສ່ວນຄໍຮາກຈະເປັນສີດໍາຖ້າອາການຮ້າຍແຮງຈະເຮັດໃຫ້ ເບ້ຍກາເຟເນົ່າຍຸບລົງເປັນວົງກວ້າງ.
ມອດເຈາະໝາກກາເຟ Coffee Berry Borer
ມອດຈະເຂົ້າທໍາລາຍ ໝາກກາເຟ ຕັ້ງແຕ່ໝາກກາເຟຍັງນ້ອຍ ຈົນ ເຖີງໝາກສຸກແກ່, ມອດຈະເຈາະກົ້ນຂອງໝາກກາເຟ ເປັນຮູກົມເຫັນ ຊັดเจน และ ทำลายຢູ່ທາງໃນໝາກ, ໝາກກາເຟທີ່ຖືກມອດເຈາະຈະ ເປັນທາງໃຫ້ເຊື້ອລາ, ເຊື້ອແບັກທີເລຍ ເຂົ້າທໍາລາຍຊ້ຳເຮັດໃຫ້ໝາກຫຼົ່ນ, ຜົນຜະລິດເສຍຫາຍ ແລະ ຄຸນນະພາບຂອງໝາກກາເຟຫຼຸດລົງ.


