ລະດູການທີ່ເໝາະສົມໃນການປູກພືດຜັກໃນແຕ່ລະຊ່ວງເດືອນ
ເຕັກນິກການຂະຫຍາຍພັນໝາກນາວດ້ວຍການປ່ຽນຍອດ
1. ກຸປະກອນ 2. ການກຽມຕົ້ນຕໍ 3. ການເລືອກພັນດີ 4. ການປາດຕົ້ນຕໍ່ 5. ການປາດຍອດພັນ 6. ການເຄນສະກັອດ 7. ໃຊ້ຖົງຢາງຄຸມປາຍ 8. ການຮັກສາ
ເຕັກນິກການປູກສະຫຼັດລະດູຝົນ
1. ການກຽມດິນ 2. ການມຸງໜານ 3. ການປູກ 4. ການໃຫ້ນ້ຳ 5. ການໃສ່ຝຸ່ນ 6. ການເກັບກ່ຽວ
ເຕັກນິກການປູກໝາກເຜັດ
1. ການກຽມດິນ 2. ການປູກ 3. ການໃຫ້ນ້ຳ 4. ການໃສ່ຝຸ່ນ 5. ການເກັບກ່ຽວ
ເຕັກນິກການປູກໝາກລຳໄຍ
ເຕັກນິກການຂະຫຍາຍພັນໝາກກະທັນດ້ວຍການຕິດຕາ
1. ອຸປະກອນ, 2. ການກຽມຕົ້ນຕໍ່ 3. ການເລືອກຕາພັນ 4. ການປາດປາກບາດຕົ້ນ 5. ການປາດປາກພັນຕາ 6. ການແຄນສະກັອດ 7. ການຕັດງ່າຫຼັງຈາກຕິດຕາສຳເລັດ 8. ຕົ້ນກະທັນທີ່ຕິດຕາແລ້ວ
ປຶ້ມຄູ່ມືເຕັກນິກການປູກມັນຕົ້ນ
ມັນຕົ້ນເປັນພືດທີ່ຊາວກະສິກອນລາວບັນດາເຜົ່າໄດ້ປູກ ແລະ ນໍາໃຊ້ມາເປັນເວລາດົນນານ ເປັນພືດທີ່ມີຄວາມສໍາຄັນໃນການຄໍ້າປະກັນສະບຽງອາຫານໃຫ້ແກ່ຊາວກະສິກອນທີ່ອາໃສຢູ່ ຊົນນະບົດ, ພິເສດແມ່ນຊ່ວງເວລາທີ່ຂາດເຂົ້າກິນ. ນອກຈາກນັ້ນມັນຕົ້ນກໍຍັງເປັນສ່ວນປະກອບສໍາ ຄັນ ສໍາລັບອາຫານສັດຢູ່ໃນລະບົບການລ້ຽງສັດຂອງຊາວກະສິກອນນໍາ ແຕ່ແນວພັນທີ່ຊາວກະສິ ກອນປູກແມ່ນພັນພື້ນເມືອງຜົນຜະລິດຕໍ່າ. ໃນປະຈຸບັນ, ມັນຕົ້ນໄດ້ກາຍມາເປັນພືດເສດຖະກິດ ແລະ ມີຊາວກະສິກອນຫັນມາປູກເປັນສິນຄ້າ ເພື່ອສົ່ງຂາຍໃຫ້ຜູ້ປະກອບການທີ່ມີຢາຍຢູ່ທົ່ວປະເທດ ໂດຍ ນໍາໃຊ້ແນວພັນປັບປຸງໃໝ່ຈາກປະເທດໃກ້ຄຽງ. ການປູກມັນຕົ້ນຂອງຊາວກະສິກອນຢູ່ລາວຍັງມີທ່າ ອ່ຽງເພີ່ມຂຶ້ນໃນແຕ່ລະປີ. ໃນປີ 2010 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດແມ່ນ 19,940 ເຮັກຕາ, ມາ ຮອດປີ 2017 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດເພີ່ມຂຶ້ນເປັນ 75,010 ເຮັກຕາ. ເຖິງຢ່າງໃດກໍຕາມ ມັນຕົ້ນກໍຍັງຖືວ່າເປັນພືເສດຖະກິດຊະນິດໃໝ່ ແລະ ຊາວກະສິກອນຍັງຂາດຄວາມຮູ້ດ້ານເຕັກນິກ ກ່ຽວກັບລະບົບການປູກມັນຕົ້ນແບບຍືນຍົງ, ສ່ວນຫຼາຍຍັງປູກແບບອາໃສທຳມະຊາດ, ບໍ່ມີການຈັດ ການທີ່ເໝາະສົມກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນກັບມັນຕົ້ນ ແລະ ພື້ນທີ່ການຜະລິດ ເພື່ອໃຫ້ໄດ້ຮັບ ຜົນສູງສຸດ.
ບົ້ງຝູງສາລີ ແລະ ການຈະເລີນເຕີບໂຕ
ບົ້ງຝູງສາລີແມ່ນສັດຕູພືດຊະນິດໜຶ່ງທີ່ມີພືດຫຼາຍກ່ວາ 80 ຊະນິດທີ່ເປັນແຫຼ່ງອາຫານ ແຕ່ພືດທີ່ພວກມັນອາໄສຫຼັກແມ່ນສາລີ ບົ້ງຝູງສາລີ ເປັນໄພຄຸກຄາມທີ່ໃຫຍ່ຫຼວງຕໍ່ຜົນຜະລິດ
ຄູ່ມືເຕັກນິກການກ້າເບ້ຍກາເຟ
ຄູ່ມືສະບັບນີ້ໄດ້ພັດທະນາຂື້ນບົນພື້ນຖານປະສົບການຈິງຂອງພວກເຮົາທີ່ເປັນຊາວສວນກາເຟ ແຂວງຊຽງຂວາງ. ພວກເຮົາໄດ້ມີການປູກກາເຟຢູ່ຮົ່ມຂອງປ່າໄມ້ໃນເຂດກຸ່ມບ້ານແກ່ວແສດມາເກືອບ 20 ປີແລ້ວ. ໃນໄລຍະນັ້ນ ພວກເຮົາກໍ່ໄດ້ຮັບການແນະນໍາດ້ານເຕັກນິກ ແລະ ການສະໜັບສະໜູນ ຈາກພາກລັດ, ບັນດາໂຄງການ ແລະ ບໍລິສັດ ແຕ່ວ່າຄວາມຮູ້ທີ່ເປັນປະໂຫຍດ ແລະ ທັກສະຕ່າງໆແມ່ນ ລ້ວນແຕ່ເກີດຈາກການເຮັດຕົວຈິງຂອງພວກເຮົາ ຊຶ່ງລວມມີການປູກ, ການເຮັດຝຸ່ນບົ່ມ, ການ ບົວລະບັດ-ຄຸ້ມຄອງສວນ, ການແປຮູບ, ການຕາກ ແລະ ການຈຳໜ່າຍກາເຟຂອງພວກເຮົາ. ພວກເຮົາມີຄວາມປະສົງຢາກແບ່ງປັນປະສົບການທີ່ມີໃຫ້ແກ່ຊາວສວນ, ຊາວກະສິກອນອື່ນໆ ແລະ ພວກເຮົາກໍໄດ້ຕ້ອນຮັບແຂກຫຼາຍຮ້ອຍຄົນທີ່ມາຢ້ຽມຢາມເບີ່ງສວນກາເຟ ແລະ ສູນແປຮູບຂອງພວກ ເຮົາ. ຄູ່ມືສະບັບນີ້ແມ່ນເປັນການສັງລວມບັນດາເຕັກນິກທີ່ພວກເຮົາໄດ້ນໍາໃຊ້ ແລະ ພວກເຮົາຂໍແນະ ນໍາໃຫ້ທ່ານຄັດເລືອກ ແລະ ດັດປັບເຕັກນິກນີ້ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ່ານ. ພວກເຮົາ ຫວັງຢ່າງຍິ່ງວ່າຂໍ້ມູນນີ້ຈະເປັນປະໂຫຍດຫຼາຍໃຫ້ແກ່ຜູ້ຜະລິດກາເຟອີກຫຼາຍທ່ານ. ດ້ວຍຄວາມປາຖະໜາດີຂອງຊາວສວນກາເຟຈາກບ້ານປຽງ, ບ້ານຜາຮິ້ງ, ບ້ານປຸງ, ບ້ານຕັນໃຕ້ ແລະ ບ້ານຕັນເໜືອ.
ຄູ່ມືການຈັດການ ແລະ ບົວລະບັດຮັກສາຕົ້ນກາເຟ
ຄູ່ມືສະບັບນີ້ໄດ້ພັດທະນາຂື້ນບົນພື້ນຖານປະສົບການຈິງຂອງພວກເຮົາທີ່ເປັນຊາວສວນກາເຟຢູ່ໃນ ແຂວງຊຽງຂວາງ. ພວກເຮົາໄດ້ມີການປູກກາເຟຢູ່ຮົ່ມຂອງປ່າໄມ້ໃນເຂດກຸ່ມບ້ານແກ່ວແສດມາເກືອບ 20 ປີແລ້ວ. ໃນໄລຍະນັ້ນ ພວກເຮົາກໍ່ໄດ້ຮັບການແນະນໍາດ້ານເຕັກນິກ ແລະ ການສະໜັບສະໜູນ ຈາກພາກລັດ, ບັນດາໂຄງການ ແລະ ບໍລິສັດ ແຕ່ວ່າຄວາມຮູ້ທີ່ເປັນປະໂຫຍດ ແລະ ທັກສະຕ່າງໆແມ່ນ ລ້ວນແຕ່ເກີດຈາກການເຮັດຕົວຈິງຂອງພວກເຮົາ ຊຶ່ງລວມມີການປູກ, ການເຮັດຝຸ່ນບົ່ມ, ການ ບົວລະບັດ-ຄຸ້ມຄອງສວນ, ການແປຮູບ, ການຕາກ ແລະ ການຈໍາໜ່າຍກາເຟຂອງພວກູ້ເຮົາ. ພວກເຮົາມີຄວາມປະສົງຢາກແບ່ງປັນປະສົບການທີ່ມີໃຫ້ແກ່ຊາວສວນ, ຊາວກະສິກອນອື່ນໆ ແລະ ພວກເຮົາກໍໄດ້ຕ້ອນຮັບແຂກຫຼາຍຮ້ອຍຄົນທີ່ມາຢ້ຽມຢາມເບິ່ງສວນກາເຟ ແລະ ສູນແປຮູບຂອງພວກ ເຮົາ. ຄູ່ມືສະບັບນີ້ແມ່ນເປັນການສັງລວມບັນດາເຕັກນິກທີ່ພວກເຮົາໄດ້ນໍາໃຊ້ ແລະ ພວກເຮົາຂໍແນະ ນໍາໃຫ້ທ່ານຄັດເລືອກ ແລະ ດັດປັບເຕັກນິກນີ້ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ່ານ. ພວກເຮົາ ຫວັງຢ່າງຍິ່ງວ່າຂໍ້ມູນນີ້ຈະເປັນປະໂຫຍດຫຼາຍໃຫ້ແກ່ຜູ້ຜະລິດກາເຟອີກຫຼາຍທ່ານ.


