ວັກຊີນໄຂ້ເລືອດດຳ

– ນິຍາມ – ລັກສະນະອາການ – ຂໍ້ແນະນຳ – ວິທີໃຊ້ – ໄລ່ຍະຄຸ້ມກັນ – ການເກັບຮັກສາ – ແກ້ວບັນຈຸ

ການປ້ອງກັນພະຍາດນິວຄາເຊີນໄກ່

– ຄວາມໝາຍຂອງພະຍາດ – ອາການຂອງໄກ່ທີ່ເປັນພະຍາດ – ການຕິດຕໍ່ພະຍາດ – ການປ້ອງກັ່ນ ແລະ ປິ່ນປົວ – ວິທີໃຊ້ຢາວັກຊີນ – ການເກັບຮັກສາ ແລະ ການເຄື່ອນຍ້າຍວັກຊີນ – ສິ່ງທີ່ຄວນຮູ້ໃນການນຳໃຊ້ຢາວັກຊີນ – ການທຳລາຍສິ່ງເສດເຫຼືອຈາການໃຊ້ວັກຊີນ

ວັກຊີນໝາກສຸກສັດປີກ

– ນິຍາມ – ລັກສະນະອາການ – ຂໍ້ແນະນຳ – ວິທີໃຊ້ – ໄລ່ຍະຄຸ້ມກັນ – ການເກັບຮັກສາ – ແກ້ວບັນຈຸ

ວັກຊິນອະຫິວາໝູ

– ນິຍາມ – ລັກສະນະອາການ – ຂໍ້ແນະນຳ – ວິທີໃຊ້ – ໄລຍະຄຸ້ມກັນ – ການເກັບຮັກສາ – ແກ້ວບັນຈຸ

ການລ້ຽງ ແລະ ຂະຫຍາຍພັນປາເມັ້ນ

ປາເໝັ້ນເປັນປານຈືດຊະນິດຫນຶ່ງ Osphronemus exodon ມີແຫຼ່ງກ ຳເນີດ, ແຜ່ຂະຫຍາຍພັນໃນພາກພື້ນອາຊີອາຄະເນ ແລະ ເປັນ ປາພື້ນເມືອງຂອງລາວເຊິ່ງພົບເຫັນຫຼາຍໃນອ່າງນ ຳງື່ມ,ແມ່ນຂອງ ແລະ ສາຂາແມ່ນາໍ້ຂອງໃນ ສປປ ລາວ. ປາເໝັ້ນຂະໜາດໃຫຍ່ສຸດເຊິ່ງມີນາໍ້ໜັກ 6-7 ກິໂລກຼາມ ມີຄວາມຍາວ 65 ຊັງຕີແມັດ ຢູ່ໃນຕະກຸນດຽວກັນກັບປາສະລິດ ແຕ່ມີຂະໜາດໃຫຍ່ກ່ວາມີຊີ້ນແໜ້ນ, ນຸ້ມ ແລະ ມີລົດຊາດແຊບດີເຊິ່ງໄດ້ຮັບຄວາມນິຍົມຈາກປະຊາຊົນ ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດສາມາດມາປຸງແຕ່ງອາຫານໄດ້ຫຼາຍຊະນິດ, ປາເໝັ້ນເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວມີຄວາມທົນທານກັບສະພາບແວດລ້ອມ ແລະ ພະຍາດເປັນຢ່າງດີ, ສາມາດລ້ຽງທັງໃນໜອງ ແລະ ກະຊັງມີການຈະເລີນເຕີບໂຕພໍສົມຄວນ ສາມາດແຜ່ຂະຫຍາຍພັນໄດ້ໂດຍລ້ຽງເພື່ອຂາຍ, ເປັນປາຊີ້ນ ຫຼື ປາສວຍງາມສາມາດເປັນປາພໍ່ແມ່ພັນເມື່ອມີອາຍຸໄດ້ 3 ປີຈະມີນາໍ້ໜັກ ປະມານ 3-3,5 ກິໂລກຼາມ ຄວາມດົກຂອງໄຂ່ມີ 3.000-4.000 ໜ່ວຍ ຕໍ່ປາແມ່ໜຶ່ງໂຕ.

ການລ້ຽງເຜິ້ງພື້ນເມືອງໃນໂກນທີ່ທັນສະໄຫມ

ເປັນທີ່ຮູ້ກັນດີວ່າ ວຽກງານການລ້ຽງເຜິ້ງແມ່ນເປັນວຽກງານໜຶ່ງ ທີ່ໄດ້ຈັດເຂົ້າໃນຂົງເຂດວຽກງານ ການ ກະສິກ ຳ ເພາະການລ້ຽງເຜິ້ງມັນເປັນສິ່ງຈ ຳເປັນ ແລະ ສ ຳຄັນໃນການຂະຫຍາຍຕົວທາງດ້ານທັນຍາ ຫານ, ປຸງແຕ່ງຢາພື້ນເມືອງ ແລະ ອື່ນໆ ເປັນຕົ້ນແມ່ນເຂດຊົນນະບົດທີ່ຢູ່ຮ່າງໄກສອກ ຫລີກ, ມັກປຸງ ແຕ່ງຢາພື້ນເມືອງຕ່າງໆ. ນອກຈາກນັ້ນ ນາໍ້ເຜິ້ງກໍ່ຍັງເປັນຂອງຕ້ອນແຂກ ແລະ ຂາຍກໍ່ໄດ້ລາຄາດີ, ແຕ່ ສ່ວນຫລາຍພວກເຮົາມັກຮັບປະທານນ ຳເຜິ້ງສົດຫຍາຍກວ່າ ເພາະນາໍ້ ເຜິ້ງມັນມີລົດຊາດຫວານ ແລະ ປະກອບມີທາດອົງຄະທາດຫລາຍຢ່າງຢູ່ນ ຳນເຜິ້ງຊຶ່ງເປັນຢາບ ຳລຸງພາກສ່ວນຮ່າງກາຍຂອງຄົນ. ຍ້ອນ ມັນມີຜົນປະໂຫຍດຄືແນວນັ້ນ ປະຊາຊົນຈຶ່ງນິຍົມກັນລ້ຽງເຜິ້ງ ມາແຕ່ບູຮານນະການ ແຕ່ການລ້ຽງເຜິ້ງ ໃນສະໄໝນັ້ນຍັງບໍ່ທັນມີເຕັກນິກຢ່າງຄັກແນ່ ຍັງເປັນການລ້ຽງແບບດັ້ງເດີມ.