ສຶກສາຄຸນລັກສະນະການກິນອາຫານຂອງໄກ່ພັນແລະໄກ່ລາດ

ການທົດລອງ ໄດ້ນຳໃຊ້ໄກ່ພັນ ແລະ ໄກ່ລາດ ຊຶ່ງໃຊ້ແໜສະໜອງເປັນອາຫານທາດຊີ້ນ (CP). ສັດ ຖືກແຈກຢາຍເຂົ້າໃນຮູບແບບການທົດລອງ RCBD ແບ່ງອອກເປັນ 2 ຈຸທົດລອງ ແລະ 2 ຊໍ້າ ປະ ກອບມີໄກ່ລາດ ແລະ ໄກ່ພັນຕາມຮ່ວງ (Tamhoang). ຈຸດປະສົງແມ່ນເພື່ອປຽບທຽບຄຸນ ລັກສະນະການ ກິນອາຫານຂອງແນວພັນໄກ່ທີ່ແຕກຕ່າງກັນ ໂດຍນຳໃຊ້ອາຫານ 3 ຢ່າງ ຄື: ແໜ, ຖົ່ວເຫຼືອງ ແລະ ເຂົ້າປຽນ. ໄລຍະເວລາການທົດລອງ 21 ວັນ. ໃນແຕ່ລະວັນ ໄດ້ບັນທຶກອາຫານ ທີ່ໃຫ້ ແລະ ອາຫານເຫຼືອ ໃນແຕ່ລະວັນ. ວິໃຈວັດຖຸແຫ້ງ (dry matter, DM) ຂອງແໜ ທຸກໆວັນ ແລະ ທາດໄນໂຕຣເຈນ N ທຸກໆ 5. ວັນ. ພາຍຫຼັງການທົດລອງ ໄດ້ທຳການຜ່າຕັດໜຽງໄກ່ ເພື່ອ […]

ຄູ່ມືແນະນຳການລ້ຽງກົບ

ການລ້ຽງກົບ ແມ່ນວຽກງານໜຶ່ງທີ່ຈຳເປັນ ແລະ ສຳຄັນຕໍ່ການສ້າງເສດຖະກິດຄອບຄົວ ແລະ ສາມາດສ້າງລາຍຮັບ ເຂົ້າໃນຄອບຄົວອີກດ້ວຍ ເວົ້າລວມ, ເວົ້າສະເພາະ ແມ່ນຜູ້ທີ່ມີເງື່ອນໄຂສະດວກໃນການລ້ຽງກົບ ເພາະ ວ່າຂັ້ນຕອນການລ້ຽງບໍ່ຫຍຸ້ງຍາກພໍປານໃດຂໍພຽງມີສະຖານ ທີ່ໆເໝາະສົມແລະມີອາຫານທີ່ພຽງພໍອີກຢ່າງໜຶ່ງຕ້ອງຮູ້ຈັກຫຼັກການໃນການລ້ຽງເປັນຢ່າງດີຖ້າ ເຮົາບໍ່ມີຄວາມຮູ້ດ້ານນີ້ຈະເຮັດໃຫ້ການລ້ຽງກົບມີຄວາມຫຍຸ້ງຍາກ ແລະບໍ່ປະສົບຜົນສຳເລັດ.

ການນຳໃຊ້ວັກຊິນປ້ອງກັນພະຍາດອະຫິວາສັດປີກ

ວັກຊິນຊະນິດນີ້ ປຸງແຕ່ງມາຈາກເຊື້ອ ພັນ PASTEURELLA MULTOCIDA AVIN ໃນພູມ ປູກນໍ້າຊິ້ນ ແລະ ຂ້າເຊື້ອດ້ວຍຟອກໂມນ, ເປັນວັກຊິນເຊື້ອ ຕາຍຊະນິດນຳ້ ໍາ ປະສົມກັບ ອາລຸຍມີນຽມ ໂປຕາສຊອນຊັນ ເຟດ. Aluminum Potassium Sulphate ເປັນສານເສີມ ພະລັງ.

ຄູ່ມືການລ້ຽງໄກ່ພື້ນເມືອງລາວ

ໄກ່ພື້ນເມືອງໃນປະຈຸບັນ ໄດ້ມີການລາຍງານໄວ້ວ່າເປັນໄກ່ທີ່ມີຕົ້ນກຳເນີດມາຈາກໄກ່ປ່າຂອງທະວີບອາຊີ ໂດຍ ສະເພາະ ພູມີພາກອາຊີຕາເວັນອອກສ່ຽງໃຕ້ເຊັ່ນ: ປະເທດຈີນພາກໃຕ້, ປະເທດໄທ ແລະ ມາເລເຊຍ, ເຊິ່ງ ມະນຸດ ໄດ້ນໍາມາລ້ຽງເມື່ອ 3 ພັນປີກ່ອນ, ຫຼັງຈາກນັ້ນ ມະນຸດ ແລະໄກ່ ໄດ້ອາໃສເຊິ່ງກັນ ແລະ ກັນ: ໄກ່ອາໃສໃຫ້ຄົນລ້ຽງດູ ແລະ ຄົນອາໃສໄກ່ ເອົາໄວ້ເປັນອາຫານ ແລະ ຂັນເພື່ອບອກເວລາ.

ການຄຸ້ມຄອງແຫຼ່ງອາຫານສັດໃນລະບົບການລ້ຽງສັດເຂດພູດອຍ

ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ມີຄວາມຕ້ອງການ ທາງດ້ານຜະລິດຕະພັນສັດ ເພີ້ມຂຶ້ນຢ່າງຫຼວງຫຼາຍ. ໃນ ສປປ ລາວ ເຮົາສ ຳລັບຊີ້ນສັດຈ ຳພວກກະເພາະດຽວ ເຊັ່ນ: ໝູ ແລະ ໄກ່ ຄາດຄະເນວ່າຈະສາມາດຕອບສະ ໜອງໄດ້ຕາມຄວາມຕ້ອງການ. ແຕ່ຄວາມຕ້ອງການທາງ ດ້ານຜະລິດຕະພັນຊີ້ນຈາກສັດຄ້ຽວເອື້ອງເຊັ່ນ: ງົວ, ຄວາຍ ແລະ ແບ້ ຈະສູງກວ່າຄວາມສາມາດທີ່ຈະສະໜອງໄດ້. ຄວາມຕ້ອງການ ໂດຍສະເພາະແມ່ນຊີ້ນສັດຄ້ຽວເອື້ອງໃນທົ່ວພາກພື້ນແມ່ນມີເພີ້ມຂຶ້ນ.

ການ​ເຊື່ອມ​ສານ​ເອົ​າ​ບັນ​ດາ​ເປົ້າ​ໝາຍ SDG ເພື່ອ​ການ​ພັດ​ທະ​ນາ​ການ​ລ້ຽງ​ສັດ​ແບບ​ຍືນ​ຍົງ

ໃນປີ 2015 ບັນດາປະເທດສະມາຊິກ ສະຫະປະຊາຊາດ (United Nation, UN) 193 ປະເທດ ໄດ້ຮ່ວມກັນຮັບຮອງ ເອົາເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals, SDGs) ປ່ຽນແທນເປົ້າໝາຍພັດທະນາສະຫະສະວັດ (Millennium Development Goals, MDGs) ເພື່ອເປັນແນວທາງການພັດທະນາໃນໄລຍະ 15 ປີຕໍ່ໜ້າ (2016-2030) ຂອງລັດຖະບານ, ອົງການຈັດຕັ້ງສາກົນ, ສັງຄົມ ແລະ ສະຖາບັນອື່ນໆໂດຍກໍານົດໄວ້ 17 ເປົ້າໝາຍ ກັບ 169 ຕົວຊີ້ບອກ (ສະເພາະ ສປປ ລາວ ໄດ້ບວກເອົາເປົ້າໝາຍການເກັບກູ້ລູກ ລະເບີດບໍ່ທັນແຕກເພີ້ມເຂົ້າອີກ 1 ເປົ້າໝາຍ) ໂດຍວາລະການພັດທະນາແບບຍືນຍົງ (Agenda of Sustainable Development, ASD) ໄດ້ຖືກຮອງຮັບເພື່ອນໍາໃຊ້ກັບທຸກປະເທດ.

ການ​ທອມ​ງົວ​ເປັນ​ສິນ​ຄ້າ​ດ້ວຍ​ການ​ນຳ​ໃຊ້​ຂີ້​ມັນ​ຕົ້ນ

ມັນຕົ້ນ ໄດ້ກາຍເປັນພືດເສດຖະກິດທີ່ສໍາຄັນໃນ ສປປ ລາວ ຍ້ອນມີການສົ່ງອອກແປ້ງມັນຕົ້ນ ອິງໃສ່ຂໍ້ມູນຈາກ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ບົດລາຍງານສະຖິຕິພຶດ ປີ 2014 ເນື້ອທີ່ການປູກມັນຕົ້ນໃນທົ່ວປະເທດ ມີ ຈໍານວນ 60.475 ເຮັກຕາ, ສະມັດຕະພາບການຜະລິດສະເລ່ຍ 27 ໂຕນຕໍ່ເຮັກຕາ ຫລື ຜົນຜະລິດຫົວມັນຕົ້ນ ແຕ່ລະປີ ມີປະມານ 1,6 ລ້ານໂຕນ ເຊິ່ງສ່ວນຫລາຍການຜະລິດຫົວມັນຕົ້ນ ເພື່ອມາຊອຍຕາກແຫ້ງສົ່ງອອກ ແລະ ປ້ອນໂຮງງານ ອາຫານສັດ (ຊີພີລາວ) ແລະ ບາງກຸ່ມປູກເພື່ອສົ່ງຫົວມັນຕົ້ນສົດ ປ້ອນໂຮງງານຜະລິດແປ້ງມັນຕົ້ນ ເຊິ່ງປະຈຸບັນໃນ ສປປ ລາວ ມີ 5 ແຫ່ງ ທີ່ເຮັດການສົ່ງເສີມການປູກມັນຕົ້ນເພື່ອເອົາຫົວສະໜອງໂຮງງານ ແລະ ໃນນີ້, ຂີ້ມັນຕົ້ນ ເປັນໜຶ່ງໃນສິ່ງ ເສດເຫລືອຈາກການຜະລິດແປ້ງ ພາຍຫລັງຫົວມັນຕົ້ນຖືກສະກັດໄປເປັນແປ້ງມັນຕົ້ນ ຈະມີສິ່ງເສດເຫລືອທີ່ເອີ້ນວ່າຂີ້ ມັນຕົ້ນ ມີປະມານ 10-15% ຂອງນໍ້າໜັກຫົວມັນຕົ້ນສົດຖືກປ່ອຍອອກມາ.

ພະຍາດອະຫິວາໝູອາຟຣິກກາ ຫຼັກການຮັກສາຄວາມປອດໄພ

ພະຍາດ ອະຫິວາໝູ ອາຟຣິກາ ບໍ່ເປັນອັນຕະລາຍ ສໍາລັບຄົນ ແຕ່ຈະເຮັດໃຫ້ ໝູທີ່ທ່ານລ້ຽງ ແລະ ໝູປ່າຕາຍ. ໃນປັດຈຸບັນ ຍັງບໍ່ທັນມີ ວັກຊິນ ປ້ອງກັນພະຍາດດັ່ງກ່າວ.ໄວຣັດ ມີຄວາມຕ້ານທານສູງ ຕໍ່ສະພາບແວດລ້ອມ ແລະ ຢູ່ໃນ ຜະລິດຕະພັນໝູ ທີ່ຕິດເຊື້ອ.ຖ້າພວກເຮົາບໍ່ລະວັງ ຈະເຮັດໃຫ້ພະຍາດແຜ່ລະບາດຢ່າງໄວ.

ບົດສັງລວມນະໂຍບາຍ ຫ້າແນວທາງເພື່ອຊຸກຍູ້ ການລ້ຽງງົວ ແລະ ລ້ຽງໝູ

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2016-2020 ແລະ ຍຸດທະສາດການພັດທະນາກະສິກຳ ເປັນ ສອງຍຸດທະສາດ ຂອງ ສປປ ລາວ ທີ່ໄດ້ເໜັ້ນໜັກເຖິງຄວາມສຳຄັນຂອງການພັດທະນາການລ້ຽງ ສັດ. ງົວ ແລະ ໝູ ແມ່ນຕ່ອງໂສ້ຜົນຜະລິດສັດ ທີ່ຊ່ວປະກອບສ່ວນເຂົ້າໃນການຄໍ້າປະກັນສະບຽງອາຫານ ແລະ ການສ້າງລາຍຮັບຢູ່ໃນລະດັບຄົວເຮືອນ ແລະ ລະດັບຊາດ. ເຖິງຢ່າງໃດກໍຕາມ, ຊາວກະ ສິກອນກໍ່ຍັງປະເຊີນ ກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແລະ ຮຽກຮ້ອງເຖິງການສະໜັບສະໜູນ ເພື່ອພັດທະນາການລ້ຽງສັດໃຫ້ປະສົບຜົນສຳເລັດ. ສ່ວນຫຼາຍຊາວກະສິກອນແມ່ນປະເຊີນກັບຄວາມສ່ຽງ ຕ່າງໆເປັນຕົ້ນແມ່ນ ຄວາມສ່ຽງໃນການຂາດອາຫານສັດ ແລະ ການຂາດແຄນນໍ້າໃນຊ່ວງລະດູແລ້ງ ເຊິ່ງມັນເຮັດໃຫ້ເກີດມີຂໍ້ຈຳກັດ ໃນການຜະລິດ. ຄວາມສ່ຽງອື່ນໆແມ່ນກ່ຽວກັບພະຍາດລະບາດ, ຂາດ ຄວາມຮູ້ດ້ານເຕັກນິກວິຊາການ, ການ ປ່ຽນແປງດິນຟ້າອາກາດ ເຊິ່ງເປັນສາເຫດໃຫ້ເກີດມີນໍ້າຖ້ວມໜັກ ໃນຊ່ວງລະດູຝົນ ແລະ ໄພແຫ້ງແລ້ງໃນລະດູ ແລ້ງ. ມາດຕະການໃນການປ້ອງກັນ ແລະ ທາງເລືອກ ຄວນໄດ້ຮັບການສະເໜີ ໃຫ້ຊາວກະສິກອນ ເພື່ອຮັບມື ກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ.

ການປັບປຸງລະບົບການລ້ຽງສັດ

ປະຊາຊົນລາວກວມເອົາ 70% ທີ່ມີອາຊີບເປັນຊາວກະສິກອນ(ປາລິກອນທະລົງແສງຈັນ,2007)ເຊັ່ນ:ການປູກແລະການລ້ຽງທີ່ມີການພົວພັນເຊີ່ງກັນແລະກັນ,ການລ້ຽງສັດຂອງຊາວກະສິກອນລາວແມ່ນຖືເປັນອາຊີບເສີມ ຮອງຈາກການປູກເຂົ້າ ແລະ ພືດອຸດສາຫະກຳ ແຕ່ກໍ່ມີຈຳນວນບໍ່ໜ້ອຍທີ່ຢຶດຖືການລ້ຽງສັດເປັນອາຊີບຫຼັກໂດຍສະເພາະແມ່ນຜູ້ທີ່ລ້ຽງເປັນຟາມໂດຍມີການບໍລິຫານຈັດການເປັນຢ່າງດີ. ສ່ວນຫຼາຍແລ້ວຊາວບ້ານລ້ຽງສັດເປັນທຶນສະສົມໄວ້ຂາຍໃນຍາມຈຳເປັນຂອງຄອບຄົວ, ແຕ່ກ່ອນແມ່ນລ້ຽງໄວ້ໃຊ້ແຮງງານ, ໃຊ້ໃນພິທີທາງສາດສະໜາ ແລະ ໃຊ້ເປັນອາຫານ, ສຳລັບການລ້ຽງສັດເປັນສິນຄ້າສ້າງລາຍຮັບແມ່ນຈະລ້ຽງເປັນຟາມທີ່ ລ້ຽງໃນປະລິມານຫຼາຍ ເພື່ອໃຫ້ຄູ້ມຄ່າກັບການລົງທຶນ ແລະ ແຮງງານທີ່ເບິ່ງແຍງດູແລ ເຊິ່ງໃນ ສປປລາວ ຍັງບໍ່ທັນແຜ່ຂະຫຍາຍຫຼາຍເທົ່າທີ່ຄວນ ເນື່ອງຈາກຊາວກະສິກອນຍັງບໍ່ທັນມີຄວາມ ຮູ້ຢ່າງເລິກເຊິ່ງໃນການຈັດການ, ການຮັກສາສຸຂະພາບສັດ, ການສ້າງແຫຼ່ງອາຫານ ແລະ ການຈັດການທາງດ້ານຕະຫຼາດລວມທັງການເຂົ້າຫາແຫຼ່ງທຶນຍັງບໍ່ທັນທົ່ວເຖິງ.