ຂໍ້ຕົກລົງ ວ່າດ້ວຍ ການກຳນົດບັນຊີໄມ້ I, II ແລະ III.

– ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ່ 46/ສພຊ, ລົງວັນທີ່ 13 ມິຖຸນາ 2019; – ອີງຕາມ ດຳລັດ ຂອງນາຍຍົກລັດທະມົນຕີ ເລກທີ່ 99/ນຍ, ລົງວັນທີ່ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້; – ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ເລກທີ 1743/ກປມ, ລົງວັນທີ່ 18 ມີນາ 2021; – ອີງຕາມການຄົ້ນຄວ້າ ແລະ ການສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0199/ກບນ, ລົງວັນທີ່ 25 ມີນາ 2021.

ແຜນທີ່ກະສິກຳ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ ຮັບຮູ້ເຖິງຄວາມສໍາຄັນທີ່ໃຫຍຫຼວງ ຂອງທາແຮງການພັດທະນາດານກະສິກໍາຂອງປະເທດຢູ່ສະເໝີ. ທັງນີ້ ກໍເນື່ອງຈາກວາ ຂະແໜງການກະສິກໍາ ໄດ້ປະກອບສ່ວນຢາງແຂງແຮງໃຫ້ແກ່ການເຕີບໂຕຂອງຊາດ, ແລະ ເປັນເສັ້ນທາງທີ່ເຕັມໄປດ້ວຍຄວາມຫວັງ ໃນການນໍາພາປະເທດຊາດ ໃຫ້ຫຼດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຜົນງານທີ່ຢັ້ງຢືນເຖິງການຊີ້ນໍາອັນສະຫຼາດສອງໃສຂອງບັນດາຜູ່ນຳປະເທດ.

ຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ

ໃນປະຈຖບັນການນຳໃຊ້ຢາທີ່ຜະລິດຈາກທາດເຄມີສັງເຄາະມີຜົນສະທ້ອນບໍ່ດີຫຼາຍຢ່າງໃຫ້ແກ່ຜູ້ຊົມໃຊ້, ສະນັ້ນ ຈິ່ງເຮັດໃຫ້ຄົນທົ່ວໂລກໂດຍສະເພາະໃນບັນດາປະເທດອຸດສາຫະກຳຂະຫຍາຍຕົວຫັນມາໃຫ້ຄວາມສົນໃຈແກ່ການນຳໃຊ້ຢາຊຶ່ງຜະລິດຈາກຕົ້ນໄມ້ທຳມະຊາດ

ລັດທພດຳລັດຂອງປະທານປະເທດ ສປປ ລາວ ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍສົດປ່າ (ສະບັບປັບປຸ່ງ)

-ອີງຕາມລັດທະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະປັບປັບປຸ່ງ ປີ 2015) ໝວດທີ່ VI ມາດຕາ 67 ຂໍ້ທີ່ 1; -ອີງຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ່ 92/ສພຊ, ລົງວັນທີ່ 17 ກໍລະກົດ 2023 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍສັດປ່າ (ສະບັບປັບປຸ່ງ); -ອີງຕາມໜັງສືການສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ່ 26/ຄປຈ, ລົງວັນທີ່ 15 ສິງຫາ 2023.

ຄູ່ມືພາກສະໜາມພັນພືດທີ່ມະຫັດສະຈັນທາງທຳມະຊາດຂອງພູເບ້ຍ ເມືອງອານຸວົງ ແຂວງໄຊສົມບູນ

ພູເບ້ຍ ເປັນພູທີ່ສູງສຸດຂອງ ສປປ ລາວ ໃນລະດັບຄວາມສູງ 2.820 ແມັດ, ມີທີ່ຕັ້ງໃນເມືອງອານຸວົງ, ແຂວງໄຊສົມບູນ, ເຊິ່ງປົກຄຸມດ້ວຍປ່າໄມ້ທີ່ມີຄຸນຄ່າທາງດ້ານເສດຖະກິດ ແລະ ຊີວະນາໆພັນທີ່ອຸດົມສົມບູນ ເປັນເອກະລັກ ແລະ ມະຫັດສະຈັນ, ນອກຈາກນັ້ນຍັງເປັນບ່ອນຢູ່ອາໄສຂອງສັດປ່າຫຼາຍຊະນິດ ເຊັ່ນ: ໝີ, ເໝືອຍ, ເຍືອງ, ໝູປ່າ, ກວາງ, ຟານ, ທະນີ, ລີງ, ຂາແດງ ແລະ ອື່ນໆ. ພູເບ້ຍມີຄວາມເໝາະສົມໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສາມາດສ້າງກິດຈະກຳທ່ອງທ່ຽວໄດ້ຢ່າງຫຼາກຫຼາຍຮູບແບບ. ບໍລິສັດກຸ່ມຄຳໄພຊະນະ ຈຶ່ງໄດ້ສຶກສາຄວາມເປັນໄປໄດ້ໃນການພັດທະນາພູເບ້ຍ ໃຫ້ເປັນແຫຼ່ງທ່ອງທ່ຽວຕາມໂຄງການ “phubia paradise” ນັບແຕ່ປີ 2018 ເປັນຕົ້ນມາ.

ບັນຊີລາຍຊື່ພືດທີ່ມີທໍ່ລຳລຽງຂອງ ສປປ ລາວ (A Checklist of the Vascular Plants of Lao PDR version 1.0)

ປື້ມບັນຊີລາຍຊື່ພືດຂອງສປປລາວເຫຼັ້ມນີ້ໄດ້ລວບລວມລາຍຊື່ພືດຂອງລາວທີ່ໄດ້ ປັບປຸງ ແລະ ໄດ້ບັນທຶກໄວ້ໃນເວບໄຊດ໌ຂອງສວນພຶກສາສາດເອດິນເບີກ (https://padme.rbge.org.uk/laos/list) ເຖິງ 2021, ພ້ອມທັງມີການເພີ່ມບັນດາລາຍຊື່ຊະນິດພືດຂອງ ລາວ ທີ່ຜ່ານການພັນລະນາ ແລະ ຈັດພິມ ໂດຍນັກຄົ້ນຄວ້າຂອງນັກພຶກສາສາດຂອງລາວ ແລະ ຕ່າງປະເທດ ໄດ້ພິມອອກໃນວາລະສານທາງວິທະຍາສາດພາຍໃຕ້ການສະໜັບສະໜູນຂອງໂຄງ ການສ້າງຄວາມເຂັ້ມແຂງທາງດ້ານການຄົ້ນຄວ້າວິທະຍາສາດຂອງຄະນະວິທະຍາສາດທຳ ມະຊາດ, ມະຫາວິທະຍາໄລແຫ່ງຊາດ ທີ່ມີການພົວພັນກັບການອະນຸລັກຊີວະນາໆພັນ ແລະ ການປົກປັກຮັກສາສິ່ງແວດລ້ອມ (PICE / LAN 2).

ເປັນຫຍັງດິນຖ່ານຕົມຈຶ່ງມີຄວາມສໍາຄັນ?

ດິນຖ່ານຕົມມີຄວາມສຳຄັນທີ່ສຸດຕໍ່ໂລກຂອງພວກເຮົາໃນຫຼາຍໆດ້ານ. ມັນຊ່ວຍໃນການເກັບກັກທາດກາກບອນ, ເປັນບ່ອນຢູ່ອາໄສໃຫ້ແກ່ຊີວະນານາພັນ, ມີບົດບາດທີ່ສຳຄັນໃນການຄວບຄຸມປະລິມານນໍ້າ ແລະ ສະໜອງການດໍາລົງຊີວິດໃຫ້ແກ່ຊຸມຊົນ.

ດິນຖ່ານຕົມແມ່ນຫຍັງ?

ດິນຖ່ານຕົມແມ່ນລະບົບນິເວດເຂດດິນບໍລິເວນນໍ້າທີ່ເກີດຢູ່ໃນສະພາວະນໍ້າຖ້ວມຂັງເພື່ອປ້ອງກັນການຍ່ອຍສະຫຼາຍຂອງພືດ. ດັ່ງນັ້ນ, ການຜະລິດອິນຊີວັດຖຸຫຼາຍກ່ວາການຍ່ອຍສະຫຼາຍ, ເຊິ່ງສົ່ງຜົນເຮັດໃຫ້ມີການສະສົມຂອງດິນຖ່ານຕົມ.