ຂໍ້ຕົກລົງ ວ່າດ້ວຍ ການກຳນົດບັນຊີໄມ້ I, II ແລະ III.

– ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ່ 46/ສພຊ, ລົງວັນທີ່ 13 ມິຖຸນາ 2019; – ອີງຕາມ ດຳລັດ ຂອງນາຍຍົກລັດທະມົນຕີ ເລກທີ່ 99/ນຍ, ລົງວັນທີ່ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້; – ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ເລກທີ 1743/ກປມ, ລົງວັນທີ່ 18 ມີນາ 2021; – ອີງຕາມການຄົ້ນຄວ້າ ແລະ ການສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0199/ກບນ, ລົງວັນທີ່ 25 ມີນາ 2021.

ສ້າງຄວາມເຂັ້ມແຂງດ້ານຊີວະນາໆພັນ.

ກິດຈະກຳບູລິມະສິດເພີ່ມເຕີມທີ່ແຂວງ ພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມ: – ການລ້ຽງເຜິ້ງ: ຈະສາມາດບັນລຸ ກາຍເປັນທ່າແຮງທີ່ສໍາຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີຂະຫຍາຍການລ້ຽງເຜິ້ງ. – ໝາກກ້ວຍພື້ນເມືອງ: ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນ ຍັງຕ້ອງໄດ້ພາກັນເຮັດກິດຈະກຳການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມ. – ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ: ຂະຫຍາຍຈໍານວນໂຮງຮຽນທີ່ເຮັດການຮຽນການສອນ ຕາມຫລັກສູດຊີວະນາໆພັນກະສິກຳ, ລວມທັງ ຢູ່ໃນ ສະຖາບັນການສຶກສານອກລະບົບ ແລະ ໃຫ້ການຊ່ວຍເຫລືອ ດ່ານເຄື່ອງມື້ຕື່ມໃຫ້ແກ່ໂຮງຮຽນຕາມຄວາມຕ້ອງການ. – ຊາປ່າ: ຕົ້ນຊາດັ້ງເດີມ ເປັນເຫລ່ງ ສຳຫລັບ ຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. – ການລ້ຽງປາໃນນາເຂົ້າ: ເປັນກິດຈະກຳສືບທອດກັນມາແຕ່ບູຮານນະການໃນຂົງເຂດອາຊີ ແລະ ໃນບາງທ້ອງຖິ່ນ ຂອງປະເທດລາວ, ຢາກໃຫ້ການຜະລິດປາເພີ່ມຂຶ້ນ ກໍ່ສາມາດເຮັດໄດ້ໂດຍການນໍາໃຊ້ວິທີການປະຕິບັດຢູ່ໃນປະເທດອື່ນ ໃນເຂດອາຊີ ແລະ ສາມາດເຮັດໄດ້ຮ່ວມກັບລະບົບການຄວບຄຸມສັດຕູພືດແບບປະສົມປະສານ (IPM)ໃນການປູກເຂົ້າ. – ການປ້ອງກັນໄຟໄໝ້ລາມປ່າ: ສາມາດປ້ອງກັນໄຟໄໝ້ລາມປ່າໄດ້ໂດຍວິທີການໃຫ້ຊຸມຊົນສ້າງແລວປ້ອງກັນໄຟ […]

ຄູ່ມື ການວາງແຜ່ນ, ຈັດສັນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນ ກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານ.

ປື້ມຄູມື (Manual) ວາງແຜນ, ຈັດສັນ ແລະ ຄຸ້ມຄອງ ການນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ສະບັບນີ້ ມີຊື່ພາສາອັງກິດວ່າ: Participatory Forest and Agriculture Land Use Planning, Allocation and Management ແລະ ມີຊື່ຫຍໍ້ວ່າ “P-FALUPAM” ຖືກສ້າງຂື້ນ ໂດຍອິງໃສ່ ຂໍ້ຕົກລົງ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ່ 7838/ກຊສ. ລົງວັນທີ່ 09 ພະຈິກ 2012, ວ່າດ້ວຍການປັບປຸງປຶ້ມຄູ່ມື ວາງແຜນນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານພັດທະນາ (ParticipatoryAgriculture and Forest LandUse Planning atVillage and Village Cluster […]

ການຄຸ້ມຄອງຊັບພະຍາກອນທຳມະຊາດ

ອົງການເກຣດ (GRET) ໄດ້ສະໜັບສະໜູນແຜນຍຸດທະ ສາດການພັດທະນາໄມ້ປ່ອງຂອງແຂວງຫົວພັນ ໄລຍະ 1 ປີ 2011-2015 ແລະ ໄລຍະ II ປີ 2016-2020 ໂດຍຜ່ານ ການນໍາໃຊ້ວິທີການແບບມີສ່ວນຮ່ວມຈາກຫຼາຍພາກສ່ວນທີ່ ກ້ຽວຂ້ອງ ເຂົ້າໃນການອໍານວຍຄວາມສະດວກການເຊື່ອມ ໂຍງກັນລະຫວ່າງຊາວບ້ານ, ພໍ່ຄ້າ ແລະ ພາກສ່ວນລັດ, ສະນັ້ນ 1 ໃນ 5 ຕ່ອງໂສ້ມູນຄ່າໄມ້ປ່ອງທີ່ມີການພັດທະນາ ພາຍໃນແຂວງ ແມ່ນວຽກງານຫັດຖະກຳຈັກສານ ແລະ ໄດ້ ຮັບການສະໜັບສະໜູນໂດຍໂຄງການໄມ້ປ່ອງ ແລະ ຫວາຍ ຕັ້ງແຕ່ປີ 2013 ລວມທັງໝົດມີ 30 ບ້ານເຂົ້າຮ່ວມ ເຊິ່ງບ້ານ ເຫຼົ້ານີ້ ລ້ວນແຕ່ເປັນບ້ານທີ່ມີພື້ນຖານໃນການຈັກສານ, ມີ ຄ້າຂາຍຫັດຖະກຳໄມ້ປ່ອງມາກ່ອນ ແລະ ສ່ວນຫຼາຍແມ່ນ ບ້ານທຸກຍາກ ແລະ ຫ່າງໄກ ທີ່ນອນຢູ່ໃນ 3 ເມືອງຄື: ຊຳເໜືອ, ວຽງໄຊ ແລະ ສົບເບົາ […]

ຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ

ໃນປະຈຖບັນການນຳໃຊ້ຢາທີ່ຜະລິດຈາກທາດເຄມີສັງເຄາະມີຜົນສະທ້ອນບໍ່ດີຫຼາຍຢ່າງໃຫ້ແກ່ຜູ້ຊົມໃຊ້, ສະນັ້ນ ຈິ່ງເຮັດໃຫ້ຄົນທົ່ວໂລກໂດຍສະເພາະໃນບັນດາປະເທດອຸດສາຫະກຳຂະຫຍາຍຕົວຫັນມາໃຫ້ຄວາມສົນໃຈແກ່ການນຳໃຊ້ຢາຊຶ່ງຜະລິດຈາກຕົ້ນໄມ້ທຳມະຊາດ

ຫຼັກສູດທ້ອງຖິ່ນ ເລື່ອງ: ຄວາມຮູ້ ແລະຄວາມສໍາຄັນຂອງຊີວະນາໆພັນ. ສໍາລັບຊັ້ນປະຖົມສຶກສາ ປີທີ 4-5.

ຫຼັກສູດທ້ອງຖິ່ນສະບັບນີ້ໄດ້ຖືກສ້າງຂື້ນໂດຍການຮ່ວມມືຈາກຫຼາຍພາກສ່ວນເຊັ່ນ: ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ພູກູດ, ຄູສອນ ແລະ ຊຸມຊົນຢູ່ໃນກຸ່ມບ້ານເປົ້າໝາຍຂອງເມືອງພູກູດ, ໂດຍໄດ້ຮັບການ ສະໜັບສະໜູນຈາກໂຄງການພັດທະນາລະບົບການຜະຫຼິດແບບນິເວດກະສິກຳ ຢູ່ເຂດ ພູດອຍພາກເໜືອຂອງ ສ.ປ.ປ ລາວ (TABI)

ຄູ່ມືການຈັດກິດຈະກໍາ ສຶກສາຜົນກະທົບຈາກສານເຄມີ. ສໍາລັບຊັ້ນມັດທະຍົມສາມັນສຶກສາ ມ1-ມ3.

ໂດຍປະຕິບັດຕາມແຜນງານປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງໃນການ ສຶກສາທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ແລະ ສົ່ງເສີມໃຫ້ທ້ອງຖິ່ນໄດ້ນໍາໃຊ້ ຄວາມໃນດ້ານທັກສະຊີວິດເພື່ອຈັດກິດຈະກຳການຮຽນຮູ້ປະສົມປະສານກັບຫຼັກສູດສ່ວນກາງ ຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ

ປ້າຍຕົວຢ່າງທີ່ຕິດຕັ້ງໃນໝູ່ບ້ານກໍຮິ້ງ ປີ2015

ໜໍ່ຫຼອຍດິນເປັນໜໍ່ໄມ້ຂະໜາດນ້ອຍ, ເປືອກບາງປອກງ່າຍ ມີລົດຊາດແຊບ ໜຸ່ມ ກອບ ເໝາະສົມການປຸງແຕ່ງອາຫານ ພື້ນເມືອງ, ເຊັ່ນ:ແກງ, ຕົ້ມຈ ຳແຈ່ວ, ເຮັດຊຸບ, ຂົ້ວກໍແຊບ.

ຊາທຳມະຊາດ (ແຈປ່າ)

ຕົ້ນຊາທຳມະຊາດເປັນຊາດັ້ງເດີມ ແລະ ເປັນແຫລ່ງ ສໍາຫລັບ ຂະຫຍາຍການຜະລິດຊາສາມາດສ້າງເປັນຜະລິດຕະພັນເອກະລັກຂາຍເປັນລາຍຮັບໃຫ້ແກ່ຄອບຄົວໃນເຂດຊົນນະບົດ, ໂດຍສະເພາະເມືອງກວັນກໍ່ເປັນເມືອງທີ່ມີຕົ້ນຊາທຳມະຊາດມາໄດ້ຫລາຍຮ້ອຍປີແລ້ວ, ໂຄງການຕາບີໄດ້ ສະໜັບສະໜູນໃນການໂຄສະນາປູກຈິດສຳນຶກ ເພື່ອໃຫ້ຊາວບ້ານເຂົ້າໃຈຄວາມຫມາຍຄວາມສຳຄັນຂອງການປົກປັກຮັກສາ ອະນຸລັກຕົ້ນຊາປ່າໃຫ້ຍືນຍົງ ເພື່ອສ້າງເປັນແຫລ່ງລາຍຮັບເພີ່ມໃຫ້ແກ່ປະຊາຊົນໃນທ້ອງຖິ່ນ.