ຄຳດອກ ຊົງຢີຄັງຊືທໍ່
ແນວພັນເຂົານົກ (LG-6499) ແມ່ນແນວພັນ ເຂົ້າບົກພື້ນເມືອງຂອງທ້ອງຖິ່ນ ເມືອງປາກອູ, ແຂວງ ຫຼວງພະບາງ, ເຊິ່ງໃນປີ 1995 ຫາ 2000 ໂຄງການ ອະນຸຮັກເຊື້ອພັນ ເຂົ້າ (Lao-IRRI Biodiversity project) ໄດ້ເຕົ້າໂຮມແນວພັນເຂົ້າໃນທົ່ວປະເທດໄດ້ 13.193 ຕົວຢ່າງ, ໃນນັ້ນມີແນວພັນເຂົ້າບົກ 7.300 ຕົວຢ່າງ ໄດ້ນໍາມາເກັບມ້ຽນ ແລະ ຮັກສາໄວ້ໃນ ທະນາຄານເຊື້ອພັນເຂົ້າລາວ. ປີ 1998 ໄດ້ນຳມາສຶກ ສາ ແລະ ຄັດເລືອກ ທີ່ສູນຄົ້ນຄ້ວາກະສິກຳ ແລະ ປ່າ ໄມ້ພາກເໜືອ. ປີ 2001 ໄດ້ນຳໄປປູກທົດລອງໃນພື້ນທີ່ ຂອງຊາວກະສິກອນ ໃນ 3 ແຂວງພາກເໜືອຄື: ຫຼວງ ພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ. ປີ 2002 ໄດ້ນໍາ ໄປທົດລອງ ການຄັດເລືອກແບບມີສ່ວນຮ່ວມຂອງຊາວ ກະສິກອນໃນ 8 ແຂວງ ພາກເໜືອ, ຜ່ານຈາກການທົດ ລອງເເຫັນວ່າ ສາມາດປັບຕົວໄດ້ດີ ຍອມຮັບຂອງຊາວກະສິກອນ
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ
published in 2009, ລາວ language



