ບູລັງເຊ ແລະ ຜອງບຸນ ມີໄຊຜົ
ການປູກຕົ້ນໄມ້ກິນຫມາກມັນເປັນກິດຈະການອັນນຶ່ງທີ່ສຄັນທີ່ສຸດໃນການດຳລົງຊີວິດ ຂອງຊາວກະສິກອນ. ຍ້ອນວ່າຫມາກໄມ້ມີຄຸນຄ່າສູງທາງທາດວິຕາວິນ, ທາດນ້ຳຕານ ແລະ ໂປຣເຕອິນ ໄດ້ເຮັດໃຫ້ຄຸນາຂອງອາຫານດີຂຶ້ນຫລາຍເປັນຕົ້ນ ແກ່ຊາວຊົນນະບົດທີ່ອາໃສແຕ່ເຂົ້າເປັນອາຫານຕົ້ນຕໍມາບໍລິໂພກພຽງຢ່າງດຽວ. ຕົວຢ່າງ, ຈຳພວກຫມາກນາວໃຫ້ວິຕາວິນເຊຫລາຍທີ່ສຸດ, ຫມາກອາໂວກາ, ແກ່ນຫມາກມ່ວງຫິມມະພານແມ່ນມີທາດໂປຣຕົນສູງ ແລະ ຫມາກກ້ວຍມີທາດ ແປ້ງ (ທີ່ມີທາດນ້ຳຕານ) ຫລາຍ. ນອກຈາກນີ້ຫມາກໄມ້ກໍ່ເປັນແຫ່ລງລາຍໄດ້ຄອບຄົວ ເຮົາຈະຂາຍຫມາກໄມ້ຕ່າງໆ ນັ້ນໃນທ້ອງຕະລາດ ແລະ ນຳເອົາເງິນໄປຮູ້ສິ່ງຂອງທີ່ເຮົາຕ້ອງ ການໄດ້ຕາມປະສົງ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ຄູ່ມື
published in 1989, ລາວ language



