ອຈ ທອງຈັນ
ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີ້ໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນ ການປະຕິບັດຕ່າງໆລວມທັງຄຸນປະໂຫຍດຂອງການໃສ່ເບັດກົບທ້ອງຖິ່ນ ບ້ານ. ນາປາ ເມືອງ ຄໍາ. ແຂວງຊຽງຂວາງໂດຍແມ່ນຄູເຝິກຊຸມຊົນເປັນຜູ້ ໃຫ້ຂໍ້ມູນ ແລະຂຽນດ້ວຍຕົນເອງໂດຍຜ່ານການຮັບຮອງແລະຮຽບຮຽງຈາກ ຫ້ອງການສຶກສາປະຈໍາເມືອງ. ພະແນກສຶກສາປະຈໍາແຂວງ, ສູນອົບຮົມຮ່ວມ ພັດທະນາ, ກົມພາລະ ແລະສິລະປະສຶກສາ (ກະຊວງສຶກສາທິການ).
ປື້ມເຫຼັ້ມນີ້ຄະນະຈັດທຳມີຈຸດປະສົງແນະນໍາ ແລະຈັດທໍາຂຶ້ນເພື່ອ ເປັນຄູ່ມື ແລະເປັນບ່ອນອີງໃຫ້ແກ່ຄູອາຈານໃນການສິດສອນວິຊາພູມປັນ ຍາທ້ອງ ຖິ່ນ, ດັ່ງນັ້ນຄູຕ້ອງເລືອກຫົວຂໍ້ທີ່ເໝາະສົມກັບໄວອາຍຸຂອງເດັກໃນ ແຕ່ລະຂັ້ນ ຮຽນໂດຍອີງຕາມສະມັດຕະພາບຂອງບົດສອນເຊິ່ງໄດ້ລະບຸໄວ້ ໃນແຜນການ ສອນປະຈໍາປີ, ປະຈໍາເດືອນ ແລະ ປະຈຳອາທິດ, ເຖິງຢ່າງ ໃດກໍຕາມຄູຕ້ອງ ໄດ້ເອົາໃສ່ຕື່ມໃນການເອົາຄວາມຮູ້ທ້ອງຖິ່ນເຂົ້າມາສິດສອນ ເພື່ອເຮັດໃຫ້ເນື້ອ ໃນຂອງຂະບວນການຮຽນຮູ້ຂອງເດັກນ້ອຍມີຄວາມສົມບູນ ແລະມີຄວາມສອດ ຄ່ອງກັບຄວາມເປັນຈິງຫຼາຍຂຶ້ນ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ຄູ່ມື
published in 2007, ລາວ language



