ຂະແໜງສົ່ງເສີມການປູກພືດເປັນສິນຄ້າ ແລະ ການຕະຫຼາດ
ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ, ເປັນຜົນຜະລິດທີ່ມີຕະຫຼາດຮອງຮັບຢູ່ຕະຫຼອດເວລາ ໂດຍສະເພາະແລ້ວແມ່ນຕະລາດຈີນ. ມັນມີພໍ່ຄ້າຄົນຈີນເຂົ້າຈະເກັບຊື້ໝາກແໜ່ງ ເພື່ອນຳໄປຂາຍຕໍ່ ໃຫ້ ກັບເຈົ້າຂອງໂຮງງານ ເພື່ອປຸງແຕ່ງເປັນຢາ. ຕະຫຼາດຈີນມີ ຊຶ່ງໃນປະຈຸບັນປະລິມານການ ຄວາມຕ້ອງການໝາກແໜ່ງໃນປະລິມານທີ່ຫຼາຍ, ຜະລິດໝາກແໜ່ງແມ່ນຍັງບໍ່ ທັນພຽງພໍ ເມື່ອທຽບກັບຄວາມຕ້ອງການຂອງຕະຫຼາດ, ໃນຄະນະດຽວ ກັນ ໝາກແໜ່ງຂອງຈີນແມ່ນມີອາຍຸແກ່, ຜົນຜະລິດໝາກແມ່ນນັບມື້ນັບໜ້ອຍລົງ. ຍ້ອນແນວນັ້ນ, ພໍ່ຄ້າຈີນ ຈຳເປັນຕ້ອງໄດ້ນຳເຂົ້າໝາກແໜ່ງຈາກຫຼາຍປະເທດໃນຂົງເຂດໄກ້ຄຽງ, ເປັນຕົ້ນແມ່ນປະເທດລາວ, ຫວຽດນາມ, ກຳປູຊາ... ຈາກເງື່ອນໄຂດັ່ງກ່າວນີ້, ມັນຈຶ່ງເປັນໂອກາດ ແລະ ເງື່ອນໄຂອັນດີ ໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫລາດຈີນ, ໂດຍສະເພາະ ແມ່ນບັນດາເຂດແຂວງທີ່ຕັ້ງຢູ່ໄກ້ກັບຊາຍແດນຈີນ ເຊັ່ນວ່າ: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ແຂວງອື່ນໆ...
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ຄູ່ມື
published in 2006, ລາວ language



