ສູນອົບຮົມຮ່ວມພັດທະນາ
1.1 ມອນແກ້ວ ມອນແກ້ວ ເປັນມອນທີ່ເກີດຕາມທຳມະຊາດ, ໃບໃຫ່ຍປູກງ່າຍ, ທົນທານຕໍ່ສະພາບແວດລ້ອມໄດ້ດີ ເໝາະສົມກັບການລ້ຽງມ້ອນອາ ຍຸ 4 ແລະ ອາຍຸ 5.1.2 ມອນນ້ອຍ. ມອນນ້ອຍ ເປັນມອນພື້ນບ້ານທີ່ເຄີຍໃຊ້ລ້ຽງມ້ອນ ຄູ່ກັບແມ່ຍິງ ລາວ ມາແຕ່ນານແສນນານ, ປູກງ່າຍທົນທານຕໍ່ພະຍາດ ແລະ ສະພາບແວດລ້ອມໄດ້ດີແຕ່ໃບນ້ອຍ.1.3 ມອນຍອດກົ່າ. ມອນຍອດກໍາ ເປັນມອນພື້ນບ້ານອີກຊະນິດໜຶ່ງ ທີ່ນິຍົມກັນໃຊ້ປູກ ກໍ່ງ່າຍ, ທົນທານຕໍ່ສະພາບແວດລ້ອມໄດ້ດີ, ໃບກໍ່ໃຫ່ຍ, ໃບໜາ ກ່ວາໃບມອນນ້ອຍ. ນອກນີ້ຍັງມີມອນອີກຫລາຍຊະນິດທີ່ເກີດຢູ່ ຕາມທຳມະຊາດ ທີ່ເອີ້ນຊື່ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2016, ລາວ language

Image