LARREC
ປາດຸກພັນເປັນປາທີ່ຈັດຢູ່ໃນຕະກຸນ ແອຟະຣິກກັນ ແຄສຟິສ (African catfish) ຊຶ່ງມີຖິ່ນກຳເນີດຈາກ ອາຟຣິກາກາງ, ມີຊື່ວິທະຍາສາດວ່າ Clarias gariepinus.ໃນປີ 1982 ປາດຸກພັນໄດ້ນໍາເຂົ້າມາ ໃນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈໍານວນ 50 ໂຕ ຊຶ່ງມີຄວາມຍາວສະເລ່ຍ 7-10 ຊັງຕີແມັດ. ໂດຍນໍາມາທົດລອງລ້ຽງ ແລະ ຂະຫຍາຍພັນທີ່ສະຖານີລ້ຽງປາໜອງແຕ່ງ.ໄດ້ນໍາໄປລ້ຽງເພື່ອສ້າງເສດຖະກິດຄອບຄົວ. ໃນປີ 1984 ກໍ່ໄດ້ຂະຫຍາຍພັນອອກສູ່ວົງກວ້າງຄືປະຊາຊົນທົ່ວໄປປາດຸກພັນ ເປັນປາທີ່ຈະເລີນເຕີບໂຕໄວ, ສາມາດກິນອາຫານໄດ້ທຸກປະເພດ, ມີຄວາມທົນທານຕໍ່ສະພາບແວດລ້ອມ ພະຍາດໄດ້ດີ, ປາດຸກພັນ ເປັນປາທີ່ມີຊີ້ນຫຼາຍ ແລະ ມີລົດຊາດແຊບ, ສາມາດໄປປຸງແຕ່ງເປັນອາຫານໄດ້ຫຼາຍຊະນິດ.
Topics:
ສຸຂະພາບ ແລະ ໂພຊະນາການ
ສຸຂະພາບ ແລະ ໂພຊະນາການ
Types:
ຄູ່ມື
published in 2002, ລາວ language



