ໂມດາດູກູ ກຸບຕາ, ບຸນທອງ ຊາພັກດີ ແລະ ລ່ຽງ ຄຳສີວິໄລ
ສປປ ລາວ ເປັນ ປະເທດທີ່ບໍ່ມີທະເລແລະມີພູຫຼາຍ, ສິ່ງອ ຳນວຍຄວາມສະດວກແລະພື້ນຖານ ໂຄງລ່າງຍັງມີຈ ຳກັດ. ການສ ຳຫຼວດ ພົນລະເມືອງ ໃນ ປີ 1995 ເຊິ່ງມີ ປະຊາກອນປະມານ 4.5 ລ້ານຄົນ ໃນ ນີ້ 83% ແມ່ນດ ຳລົງຊີວິດຕາມເຂດຊົນນະບົດ. ຈ ຳນວນປະຊາກອນຈະເພີ່ມຂຶ້ນເປັນ 7.7 ລ້ານຄົນໃນປີ 2020 ( ອີງຕາມ ອັດຕາການເພີ່ມຂຶ້ນຂອງພົນລະເມືອງໃນໄລຍະທີ່ຜ່ານມາ 2.5 - 2.8%). ເນື້ອທີ່ການປູກ ຝັງໃນທົ່ວປະເທດມີພຽງແຕ່ 3% ຂອງເນື້ອທີ່ທັງຫມົດ.
ການປະມົງໄດ້ມີບົດບາດອັນສ ຳຄັນໃນເສດຖະກິດແຫ່ງຊາດແລະກວມເອົາເຖິງ 13% ຂອງມູນຄ່າ ຜະລິດຕະພັນພາຍໃນທັງຫມົດ. ມີການຫາປາຈາກລ ຳນາໍ້ຂອງແລະສາຂາ, ທົ່ງພຽງເຂດນ ຳຖ້ວມ, ດິນບໍລິ ເວນນ ແລະທົ່ງນາ. ໃນແຫຼ່ງນທ ຳມະຊາດເຫຼົ່ານີ້ແມ່ນອຸດົມສົມບູນໄປດ້ວຍປາແລະສັດນາໍ້ນາໆຊະນິດ. ແຕ່ວ່າປະລິມານການຫາປາອາດຈະຫຼຸດລົງຍ້ອນມີການຫາປາຫຼາຍ, ການເພີ່ມຂຶ້ນຂອງປະຊາກອນ, ການ ປ່ຽນແປງຂອງລະບົບແມ່ນລ ຳເຊຈາກການພັດທະນາລະບົບຊົນລະປະທານ, ການປ້ອງກັນນາໍ້ຖ້ວມ, ການ ຜະລິດ, ພະລັງງານໄຟຟ້ານ ຳຕົກ, ການຕັດໄມ້ທ ຳລາຍປ່າແລະການສ້າງຄວາມເປິເປື້ອນໃຫ້ແກ່ສິ່ງແວດ ລ້ອມ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ສຸຂະພາບ ແລະ ໂພຊະນາການ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ສຸຂະພາບ ແລະ ໂພຊະນາການ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ຄູ່ມື
published in 2000, ລາວ language



