LARREC
ຊາວນາ ສາມາດໃຊ້ປະໂຫຍດຈາກພື້ນນາໄດ້ຢ່າງເຕັມທີ່. ຕາມປົກກະຕິ ຢູ່ໃນພື້ນນາ ຈະມີ ອາຫານທ ຳມະຊາດ, ເຊິ່ງໄດ້ແກ່ພືດ ແລະ ສັດຕົວນ້ອຍໆ ທັ້ງໆທີ່ບໍ່ສາມາດເບິ່ງດ້ວຍຕາເປົ່າ ໄດ້. ອາຫານທ ຳມະຊາດເຫລົ່ານີ້ ຕາມປົກະຕິແລ້ວ ຈະບໍ່ໄດ້ມີການໃຊ້ປະໂຫຍດແຕ່ຢ່າງໃດ. ຖ້າຫາກວ່າຊາວນາຜູ້ທີ່ສົນໃຈຫັນມາລ້ຽງປາໃສ່ນາເຂົ້າ ປາທີ່ລ້ຽງກໍ່ຈະສາມາດ ໃຊ້ອາຫານ ທ ຳມະຊາດດັ່ງກ່າວນັ້ນ ເປັນອາຫານຂອງປາໂດຍສະເພາະ ແລະ ໃຫ້ຜົນປະໂຫຍດຢ່າງຄຸ້ມ ຄ່າ ໂດຍການປ່ຽນມາເປັນອາຫານຈ ຳພວກໂປຼຕີນໃນຮູບຂອງຊີ້ນປາ ໃຫ້ແກ່ເຈົ້າຂອງນາ. ນອກຈາກນີ້ ປາຍັງສ້າງລາຍຮັບເພີ້ມອັນນຶ່ງໃຫ້ແກ່ຄອບຄົວອີກດ້ວຍ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ຄູ່ມື

published in 2016, ລາວ language

Image