ບຸນສົງ ວົງວິຈິດ
ໃນປັດຈຸບັນ ກົບກໍເປັນສັດລ້ຽງຊະນິດໜຶ່ງທີ່ໄດ້ມີການພັດທະນາການລ້ຽງ ຈົນກາຍເປັນເສດຖະກິດໃນຫຼາຍປະເທດ ມາເປັນເວລາດົນແລ້ວ ເຊັ່ນ ປະເທດຢີປຸ່ນ, ປະເທດຈີນ ເປັນຕົ້ນ.
ສປປ ລາວ ຊາວກະສິກອນໃນຫຼາຍເຂດ ຫຼາຍທ້ອງຖິ່ນ ແມ່ນໄດ້ເລີ່ມໃຫ້ຄວາມສົນໃຈ ກ່ຽວກັບການລ້ຽງກົບຫຼາຍຂື້ນ ໂດຍສະເພາະເຂດກຳແພງນະຄອນຫຼວງວຽງຈັນແມ່ນມີຫຼາຍຄອບຄົວຂອງຊາວກະສິກອນ ໄດ້ຍຶດຖືເອົາເປັນອາຊີບ ການລ້ຽງກົບ ເພື່ອສ້າງເສດຖະກິດ ແລະ ລາຍໄດ້ເພີ່ມໃຫ້ແກ່ຄອບຄົວ ແຕ່ເຖິ່ງຢ່າງໃດກໍ່ຕາມ ການລ້ຽງກົບຢູ່ໃນລາວເຮົາ ກໍຍັງບໍ່ທັນຂະຫຍາຍຕົວເປັນທີ່ແນ່ນອນຍັງບໍ່ທັນມີເຂດ ແລະຈຸດໃດ ທີ່ສາມາດລ້ຽງຂະຫຍາຍໄປຈົນຮອດລະດັບຟາມ ເພື່ອຕອບສະໜອງຢ່າງພຽງພໍໄດ້, ດັງນັ້ນ ວຽກງານຄົ້ນຄວ້າສຶກສາການລ້ຽງກົບ ຈຶ່ງເປັນວຽກງານໜຶ່ງ ທີ່ຂະແໜ່ງການປະມົງໃນລາວເຮົາ ຈະຕ້ອງສຶກສາຄົ້ນຄວ້າ ແລະ ພັດທະນາ ປັບຄຸນນະພາບຂອງກການລ້ຽງໃຫ້ສູງຂື້ນເລື້ອຍໆ ແລະ ສົ່ງເສີມໃຫ້ຊາວກະສິກອນໄດ້ມີການລ້ຽງຢ່າງກວ້າງຂວາງ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ຄູ່ມື
published in 2002, ລາວ language



