ຄຳພອນແສງດາລາ
ດອກເຜີ້ງ ຫຼື ດອກເອື້ອງທີ່ມີຢູ່ໃນທົ່ວໂລກມີປະມານ 2,500 ຊະນິດ ແລະ ສັງກັດຢູ່ໃນ 170 ສະກຸນ, ໂດຍການສ ຳ ຫລວດຄົ້ນພົບຢູ່ໃນ 4 ປະເທດໃກ້ຄຽງ ມີປະມານ 1,400 ຊະນິດ. ໃນນີ້ໄດ້ຄົ້ນພົບແລ້ວວ່າໄດ້ມີຈ ຳນວນ170 ສະກຸນ 333 ຊະນິດທີ່ເກີດມີຢູ່ໃນປະເທດ ສປປລາວ ແລະຄາດວ່າຍັງຈະມີຫລາຍຊະນິດກວ່ານີ້ຖ້າຫາກໄດ້ມີການສຶກສາຄົ້ນ ຄວ້າເຖີງຄວາມຫລາກຫລາຍຂອງດອກເຜິ້ງອີກ.
ດອກເຜີ້ງຫລາຍຊະນິດໄດ້ກາຍມາເປັນທ່າແຮງທາງດ້ານເສດຖະກິດອັນໜື່ງທີ່ສ ຳຄັນຂອງຊາດໄດ້ເຊັ່ນ: ດອກເຜີ້ງສະ ກຸນ Dendrobium spp ທີ່ເຂົາເຈົ້ານ ຳເອົາ ດອກ, ຮາກ ແລະ ລ ຳຂອງດອກເຜີ້ງ ຕາກແດດແຫ້ງສົ່ງອອກໄປປຸງແຕ່ງ ເປັນສະໝູນໄພ ແລະ ສ່ວນໜື່ງກໍ່ນ ຳເອົາໄປຂະຫຍາຍພັນ ເຊັ່ນ: ບໍລິສັດຈີນທີ່ສ້າງສວນຂະຫຍາຍພັນທີ່ຢູ່ເມືອງໄຊ ແຂວງອຸດົມໄຊ ເປັນເນື້ອທີ່ໃຫ່ຍຫລາຍກວ່າ 100 ເຮັກຕາ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ບົດລາຍງານ ແລະ ກໍລະນີສຶກສາ
published in 2007, ລາວ language



