ສີວຽງແຂກ ພົມມະລາດ, ປຕ. ກິໂຕ້ ພະວິເສດ; ປຕ. ເນລະມິດ ບຸນບັນດິດ
ແນວພັນຖົ່ວເຫຼືອງ ນາພອກ 1 (Naphok 1) ແມ່ນໄດ້ຈາກການປະສົມ ພັນຂອງ ຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກ ຈົນໃຫ້ມີຄວາມຄົງ ຕົວ ໃນລຸ້ນ F10 ຈາກທັງໝົດ 10 ສາຍພັນ ໄດ້ທົດສອບໃນພື້ນທີ່ຂອງ ຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເມືອງ ຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸ່ນ ແຂວງອຸດົມໄຊ ເຫັນວ່າ ມີ 1 ສາຍ ພັນ ຄື ສາຍພັນ ARC2007-P3-13-1 (ນາພອກ 1) ໄດ້ໃຫ້ຜົນຜະລິດ ດີທີ່ສຸດ, ປັບຕົວໄດ້ດີ ໃນຫລາຍສະພາບແວດລ້ອມ ແລະ ຫລາຍສະພາບດິນ.
Topics:
ການມີສ່ວນຮ່ວມລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ

Types:
ຄູ່ມື

published in 2021, ລາວ language

Image