ພະແນກກະສິກຳ ແລະ ປ່າໄມ້ ແຂວຜົ້ງສາລີ
ຄູ່ມືແນະນໍາຄວາມຮູ້ພື້ນຖານ ກ່ຽວກັບ ເຕັກນິກການປູກ ແລະ ການບົວລະບັດຮັກສາສວນຊາສະບັບນີ້ ແມ່ນ ໄດ້ຖືກສ້າງຂຶ້ນໂດຍການຮ່ວມມືກັນລະຫວ່າງ 3 ຝ່າຍຄື: ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຮງຮຽນ ເຕັກນິກວິຊາຊີບແບບປະສົມ ແຂວງຜົ້ງສາລີ ແລະ ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ແກ່ຊຸມຊົນ ແລະ ການບົວລະບັດຮັກສາສວນຊາໃຫ້ແກ່ຊາວ ໂດຍມີຈຸດປະສົງເພື່ອນໍາໃຊ້ເຂົ້າໃນວຽກງານສົ່ງເສີມການປູກ ກະສິກອນຜູ້ທີ່ຖືເອົາການປູກຊາເປັນອາຊີບຢູ່ພາຍໃນແຂວງຜົ້ງສາລີ ເວົ້າລວມ ເວົ້າສະເພາະກໍ່ຄືຊາວກະສິກອນຢູ່ພາຍ ໃນບ້ານເປົ້າໝາຍຂອງໂຄງການ.ຄູ່ມືແນະນໍາສະບັບນີ້ແມ່ນໄດ້ສັງລວມຄັດຈ້ອນເອົາຄວາມຮູ້ພື້ນຖານ ກ່ຽວກັບ ເຕັກນິກວິທີການປູກ ແລະ ການບົວລະບັດຮັກສາສວນຊາຈາກບັນດາເອກະສານທາງດ້ານວິຊາການຕ່າງໆ, ບົດຮຽນຈາກການສຶກສາທົດລອງ ແລະ ປະຕິບັດຕົວຈິງຂອງຫຼາຍພາກສ່ວນ ໂດຍສະເພາະຈາກການຮ່ວມມືກັນ ລະຫວ່າງ ໂຮງຮຽນເຕັກວິຊາຊີບແບບປະສົມ ແຂວງຜົ້ງສາລີ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ ແກ່ຊຸມຊົນ ແລະ ຫ້ອງການກະສິກຳນະຄອນພູເອີ້ ສປ ຈີນ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2020, ລາວ language

Image