LARREC
ປາປາກເປັນປາພື້ນເມືອງ ທີ່ຄົນທົ່ວໄປຮູ້ຈັກໃນທົ່ວປະເທດມີ ຊື່ວິທະຍາສາດວ່າ Barbonymus gonionotus ເປັນປາທີ່ນຳມາລ້ຽງ ແລະ ຂະຫຍາຍພັນໄດ້ງ່າຍ ເຊິ່ງໄດ້ຮັບຄວາມນິຍົມ ຈາກປະຊາຊົນຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດສາມາດປຸງແຕ່ງອາຫານໄດ້ຫຼາຍປະເພດ, ປາປາກເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວ, ມີຄວາມທົນທານຕໍ່ກັບສະພາບແວດລ້ອມໄດ້ດີທັງໃນໜອງ ແລະ ກະຊັງສະນັ້ນໂຄງການລ້ຽງປາ ພື້ນເມືອງຈຶ່ງໄດ້ສຶກສາຄົ້ນຄ້ວາ ເພື່ອຄັດເລືອກເອົາມາລ້ຽງ ແລະ ສົ່ງເສີມໃຫ້ມີການໄປລ້ຽງຢ່າງກວ້າງຂວາງໃນຫມູ່ຊາວກະສິກອນທັງໃນຕົວເມືອງ ແລະ ຊົນນະບົດ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ
published in 2016, ລາວ language



