ພະອາຈານ ສຸບັນ ມາໂສພາ
ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີ້ໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນການ ປະຕິບັດຕ່າງໆ ລວມທັງຄຸນປະໂຫຍດຂອງການປູກໝາກຫຸ່ງທ້ອງຖິ່ນບ້ານ. ໜອງ ແຊງເມືອງໄຊຍະບູລີ. ແຂວງໄຊຍະບູລີ ໂດຍແມ່ນຄູເຝິກຊຸມຊົນ ເປັນຜູ້ໃຫ້ຂໍ້ມູນ ແລະຂຽນດ້ວຍຕົນເອງໂດຍຜ່ານການຮັບຮອງ ແລະຮຽບຮຽງຈາກຫ້ອງການສຶກສາ ປະຈໍາເມືອງ, ພະແນກສຶກສາປະຈ ໍາແຂວງ, ສູນ ອົບຮົມຮ່ວມພັດທະນາ, ກົມພາລະ ແລະສິລະປະສຶກສາ (ກະຊວງສຶກສາທິການ). ປື້ມເຫຼັ້ມນີ້ຄະນະຈັດທຳມີຈຸດປະສົງແນະນໍາ ແລະຈັດທໍາຂຶ້ນເພື່ອເປັນຄູ່ມື ແລະເປັນບ່ອນອີງໃຫ້ແກ່ຄູ-ອາຈານໃນການສິດສອນວິຊາພູມປັນຍາທ້ອງຖິ່ນ, ດັ່ງ ນັ້ນຄູຕ້ອງເລືອກຫົວຂໍ້ທີ່ເໝາະສົມກັບໄວອາຍຸຂອງເດັກໃນແຕ່ລະຂັ້ນຮຽນໂດຍອີງ ຕາມສະມັດຕະພາບຂອງບົດສອນເຊິ່ງໄດ້ລະບຸໄວ້ໃນ ແຜນການສອນປະຈໍາປີ, ປະ ຈໍາເດືອນ ແລະປະຈຳອາທິດ, ເຖິງຢ່າງໃດກໍ ຕາມຄູຕ້ອງໄດ້ເອົາໃສ່ຕື່ມໃນການເອົາ ຄວາມຮູ້ທ້ອງຖິ່ນເຂົ້າມາສິດສອນເພື່ອເຮັດໃຫ້ເນື້ອໃນຂອງຂະບວນການຮຽນຮູ້ຂອງ ເດັກນ້ອຍມີຄວາມສົມບູນ ແລະມີຄວາມສອດຄ່ອງກັບຄວາມເປັນຈິງຫຼາຍຂຶ້ນ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2007, ລາວ language

Image