ຄຳພັນ ພັນທະວົງ
ປຶ້ມຄູມືຫົວນີ້ເປັນຫລັກສູດເພີ່ມເຕີມທົບທວນຄວາມຊົງຈໍາຂອງຜູ້ທີ່ເຄີຍປູກມອນລ້ຽງມ້ອນແບບພື້ນ ເມືອງມາກ່ອນ, ຟື້ນຟູສີໄມ້ລາຍມື ມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າໃຫ້ຄວາມຮູ້ພື້ນຖານ ຕໍ່ກັບຜູ້ທີ່ສົນໃຈ ທີບໍ່ເຄີຍລ້ຽງມາກ່ອນ.ໃນປະຈຸບັນການລ້ຽງມ້ອນພື້ນເມືອງໃນປະເທດລາວແມ່ນຍັງເຫລືອໜ້ອຍເຕັມທີ່ຍ້ອນມືໄໝຕ່າງ ປະເທດ ເຂົ້າມາຈໍາໜ່າຍ ກົງກັນຂ້າມພວກທີ່ຊົມໃຊ້ໄໝຕ່າງປະເທດພັດສົນໃຈເລື່ອງໄໝລາວມາຕັ້ງແຕ່ ດົນນານແລ້ວ ເມື່ອເບິ່ງຕົວຈິງແລ້ວ ເຫັນວ່າປະເທດເຮົາຍັງເປັນເຂດພັດທະນາ ດັ່ງນັ້ນ ພວກເຮົາຄວນ ເອົາໃຈໃສ່ສົ່ງເສີມການປູກມອນລ້ຽງມ້ອນພື້ນເມືອງລາວໃນໝູ່ປະຊາຊົນໃຫ້ກວ້າງຂວາງກວ່າເກົ່າອີກ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2005, ລາວ language

Image