ບຸນຈັນ ເມກອາລຸນ ແລະ ອຸລາທຳ ລາຊະສຶມມາ
ປື້ມຄູ່ມືຈຸດປະສົງສ້າງເປັນເຄື່ອງມືທີ່ງາຍດາຍໃນການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນ ກ່ຽວກັບການປັບປຸ່ງດ້ານເຕັກນິກການປູກໝາກຂ່າຢູ່ໃນບ້ານເປົ້າໝາຍ ຂອງໂຄງການກະສິກຳເພື່ອໂພຊະນາການ ເຂດພາກເໜືອຂອງປະເທດລາວ.ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອໂພຊະນາການໄລຍະທີ 1 ແລະ ໄລຍະ ທີ II ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານຈາກ NAFRI/DTEAP/CDE ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ, ຊາວບ້ານ ເພື່ອນໍາເອົາບົດຮຽນໄປຖ່າຍທອດໃຫ້ຊາວກະສິກອນ ໃນພື້ນທີເປົ້າໝາຍໂຄງການກະສິກຳເພື່ອໂພຊະນາການໄລຍະທີ II.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ການເຂົ້າເຖິງຕະຫຼາດ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ຄູ່ມື

published in 2025, ລາວ language

Image

Related Species