ຄຳມູນ ໄຊມະນີ
ເນື່ອງຈາກປັດຈຸບັນນີ້ ເນື້ອທີ່ນາແມ່ນໜ້ອຍລົງ ຈະເຮັດແນວໃດໃຫ້ມີສະມັດຕະພາບສູງຂຶ້ນ ແລະ ນ ຳໃຊ້ຊັບພະຍາກອນນ ຳ ໜ້ອຍໃນການຜະລິດເຂົ້າ. ຈາກການໄດ້ໄປທັດສະນະກັບແລກປ່ຽນກັບຊາວກະສິກອນ ທີ່ ສສ ຫວຽດນາມ ແມ່ນມີການປູກ ເຂົ້າໃສ່ໃນໂຖ, ດັ່ງນັ້ນ, ຈິ່ງໄດ້ທົດລອງເຕັກນິກໃໝ່ເອີ້ນວ່າ “ ນາຜົວງາມ” ເຊິ່ງເປັນວິທີໜຶ່ງທີ່ຈະຊ່ວຍໃນການປະຢັດນ້ ຳ, ເນື້ອ ທີ່ນາ, ຝຸ່ນ, ແນວພັນ ແລະ ແຮງງານ; ພ້ອມທັງຍົກສະມັດຕະພາບໃຫ້ສູງກວ່ານາທົ່ວໄປ. - ເຕັກນິກນີ້ແມ່ນໄດ້ເຮັດການທົດລອງຢູ່ທີ່ບ້ານແຈ້ງ ແຂວງວຽງຈັນ ປີ 2021 – ນາປີ 2022, ປີ 2023 ແມ່ນກ ຳລັງປູກ. - ໄດ້ຮັບທຶນຈາກເຄືອຂ່າຍຊາວກະສິກອນລາວໃນການເຮັດທົດລອງ ຊື້ອຸປະກອນທີ່ຈ ຳເປັນເຊັ່ນ: ຖິ່ນ, ໂປ້ມດູດນ້ ຳ ແລະ ຊັດໂຕໂດ. - ທົດລອງ 1 ແປງສາທິດ, ເນື້ອທີ່ 300 ຕາແມັດ ເພື່ອເປັນແບບຢ່າງໃຫ້ສະມາຊິກຄົນອື່ນຮຽນຮູ້
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ

published in 2023, ລາວ language

Image