ດາວວອນ ອິນກາແດງ
ປະຈຸບັນເຮົາຈະເຫັນວ່າເຫັດນາງລົມ-ນາງຟ້າມີຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນຫຼາຍ ຜູ້ບໍລິໂພກ ມີຄວາມນິຍົມມາເຮັດອາຫານຫຼາຍທີ່ຈຳເປັນຕໍ່ຫ່າງກາຍ ຊາວກະສິກອນຈິງນິຍົມໃນການປູກເຫັດນາງຟ້າເພື່ອໃຫ້ ເປັນອາຊີບເສີມ ຫຼືບາງຄອບຄົວກໍເຮັດເປັນອາຊີບເຫຼັກສາມາດສ້າງໄດ້ໃຫ້ແກ່ຄອບຄົວເນື່ອງຈາກວ່າເຫັດມີລາຄາ ຂ້ອນຂ້າງດີ ໃນການສ້າງກິດຈະກຳໃນຄົວເຮືອນ ແຕ່ຢ່າງໃດກໍຕາມຄວາມຮູ້ຄວາມເຂົ້າໃຈໃນການປູກເຫັດນາງ ລົມ-ນາງຟ້າກໍຍັງຢູ່ວົງການທີ່ຂ້ອນຂ້າງແຄບ ການຫາຄວາມຮູ້ໃນດ້ານນີ້ ເພື່ອຈະເພີຍແພ່ເຕັກນິກ ແລະ ວິທີການ ໃຫ້ແກ່ຊາວກະສິກອນ ອາດຈະເປັນໄປໄດ້ຍາກ ແນ່ນອນວ່າການປູກເຫັດ ເມື່ອທຽບກັບການກະສິກຳອັນອື່ນໆ ແລ້ວຖືວ່າຍັງໃຊ້ຕົ້ນທຶນບໍ່ຫຼາຍ ລວມທັງພື້ນທີທີ່ນໍາໃຊ້ເຂົ້າໃນການຜະລິດກໍນ້ອຍ ຈັດຂຶ້ນເພື່ອເປັນສື່ກາງແນະນໍາ ວິທີການປູກເຫັດນາງລົມ-ນາງຟ້າ ປະຈຸບັນນີ້ນິຍົມໃຊ້ກັນຫຼາຍ ແລະ ໄດ້ຜົນມານໍາສະເໜີໃຫ້ຄົນທີສົນໃຈເພື່ອ ສ້າງລາຍໄດ້ໃຫ້ກັບຄອບຄົວ
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ການເຂົ້າເຖິງຕະຫຼາດ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ, ເຄືອຄ່າຍ ແລະ ທະນາຄານຊຸມຊົນສຳລັບແນວພັນທ້ອງຖິ່ນ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ການເຂົ້າເຖິງຕະຫຼາດ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ, ເຄືອຄ່າຍ ແລະ ທະນາຄານຊຸມຊົນສຳລັບແນວພັນທ້ອງຖິ່ນ
Types:
ຄູ່ມື
published in 2016, ລາວ language
