ບໍລິສັດ ຍອດຊຳ ຈໍາກັດ: ການຍົກສູງ “ເຂົ້າໄກ່ນ້ອຍ” ແລະ ມໍລະດົກຂອງລາວ
ບໍລິສັດ ຍອດຊຳ ຈໍາກັດ ແມ່ນທຸລະກິດໜຶ່ງທີ່ມຸ່ງຫັວງເພື່ອສົ່ງເສີມ “ເຂົ້າໄກ່ນ້ອຍ” ຫຼື “Little Chicken Rice” ເຊີ່ງມີຊື່ສຽງວ່າເປັນເຂົ້າໜຽວທີ່ດີທີ່ສຸດໃນປະເທດລາວ. ເຂົ້າໄກ່ນ້ອຍ (Oryza sativa L. subsp. japonica Shig.Kato), ທີ່ຄົນໃນທ້ອງຖິ່ນຮູ້ຈັກໃນຊື່ ເຂົ້າໄກ່ນ້ອຍ, ແມ່ນເຂົ້າໜຽວທີ່ດັງຂອງລາວ ເຊິ່ງມີຮູບຮ່າງລັກສະນະພິເສດ, ເມັດເຂົ້າໃຫຍ່, ຫອມ, ຫວານ, ແລະ ອ່ອນ, ເຮັດໃຫ້ເຂົ້າເຫຼົ່ານີ້ແຕກຕ່າງຈາກເຂົ້າປະເພດອື່ນໆ. ເຂົ້າໄກ່ນ້ອຍຖືກຈົດທະບຽນເປັນ ຜະລິດຕະພັນສະເພາະທາງພື້ນທີ່ (GI) ຂອງແຂວງຫົວພັນ ແລະ ແຂວງຊຽງຂວາງ ເປັນສັນຍາລັກທາງມໍລະດົກທາງດ້ານການກະສິກໍາດັ່ງເດີມຂອງລາວ. ເຖິງແມ່ນວ່າຈະໄດ້ຮັບການຍົກຍ້ອງ, ແຕ່ໃນອະດີດເຂົ້າໄກ່ນ້ອຍຍັງຂາດຜູ້ດຳເນີນທຸລະກິດທີ່ເຂັ້ມແຂງໃນດ້ານການສ້າງຜະລິດຕະພັນ, ການບັນຈຸຜະລິດຕະພັນ, ແລະ ການຈັດຈໍາໜ່າຍ ເຊິ່ງເປັນຂໍ້ຈໍາກັດໃນການນໍາໃຊ້ປະໂຫຍດຈາກສະຖານະ GI. ດັ່ງນັ້ນ ທ່ານ ສົມໄຊ ຈັນທາລຸງສີ, ສະມາຊິກ ແລະ ຜູ້ອຳນວຍການ ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍ, ໄດ້ກໍ່ຕັ້ງ ບໍລິສັດ ຍອດຊຳ ຈໍາກັດ ພ້ອມວິໃສທັດໃນການຮັກສາຜະລິດຕະພັນດັ່ງເດີມຂອງຄອບຄົວ ພ້ອມຍົກລະດັບມໍລະດົກທ້ອງຖິ່ນຜ່ານນະວັດຕະກໍາ […]
ບໍລິສັດ ຄຸູນເຂົ້າ ຈໍາກັດ: ການຫຼຸດຜ່ອນຂີ້ເຫຍື້ອ ຜ່ານການນໍາໃຊ້ກ້ວຍທຸກສ່ວນຢ່າງຄຸ້ມຄ່າ
ນາງ ບົວສະນິດ (ນົກ) ເຈົ້າຂອງບໍລິສັດ ຄູນເຂົ້າ ຈໍາກັດ ໄດ້ກໍ່ຕັ້ງຂື້ນໃນປີ 2023 ດ້ວຍພາລະກິດທີ່ຊັດເຈນ ຄື ການຫຼຸດຜ່ອນຂີ້ເຫຍື້ອທາງກະສິກໍາ ໂດຍການນໍາໃຊ້ຊັບພະຍາກອນທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ. ໃນຖານະເປັນຜູ້ນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນອາຫານ, ບໍລິສັດໄດ້ກ້າວຂ້າມການຄ້າແບບດັ້ງເດີມ ແລະ ຍັງນໍາເອົາ “ກ້ວຍ” ຊຶ່ງເປັນໝາກໄມ້ທີ່ມີຫຼາຍໃນພາກພື້ນ ມາແປຮູບເປັນຜະລິດຕະພັນເພື່ອເພີ່ມມູນຄ່າໃຫ້ສູງ ແລະ ເປັນມິດກັບສິ່ງແວດລ້ອມ ໃນຫຼາຍຮູບແບບ. ແນວຄິດທາງທຸລະກິດນີ້ເກີດຂຶ້ນຈາກບ້ານເກີດຂອງນົກ ເນື່ອງຈາກວ່າມີຕົ້ນກ້ວຍເປັນຈໍານວນຫຼາຍ ແຕ່ຕົ້ນກ້ວຍສ່ວນຫຼາຍຖືກປະໄວ້ໂດຍບໍ່ໄດ້ນໍາໃຊ້. ຈາກທີ່ເບິ່ງຕົ້ນກ້ວຍທີ່ເຫຼືອ ແລະ ໃບກ້ວຍຕ່າງໆເຄີຍເປັນຂີ້ເຫຍື້ອ, ນົກກັບເຫັນເປັນໂອກາດໃນການອອກແບບ ທຸລະກິດແບບໝຸນວຽນ ແລະ ນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ເພື່ອໃຫ້ກ້ວຍທຸກສ່ວນມີມູນຄ່າສູງສຸດ. ບໍລິສັດ ຄູນເຂົ້າ ຈໍາກັດ ນໍາໃຊ້ກ້ວຍໃນການຜະລິດອາຫານ ແລະ ຂອງວ່າງເພື່ອສຸຂະພາບ ພ້ອມທັງສະກັດເສັ້ນໃຍຈາກຕົ້ນກ້ວຍເພື່ອນໍາໄປໃຊ້ໃນຜະລິດຕະພັນ ແລະ ເຄື່ອງຈັກ. ສ່ວນທີ່ເຫຼືອຈາກການຜະລິດກໍຖືກນໍາກັບມາໃຊ້ໃໝ່, ນ້ໍາທີ່ໄດ້ຈາກການສະກັດເສັ້ນໃຍ ຖືກນໍາໄປຜະລິດເປັນປຸ໋ຍອິນຊີ ແລະ ຮາກກ້ວຍຖືກນໍາໄປແປຮູບເປັນແປ້ງ ເພື່ອໃຊ້ໃນການເຮັດເສັ້ນເຂົ້າປຽກ. ດ້ວຍການເບິ່ງເຫັນຕົ້ນກ້ວຍເປັນຊັບພະຍາກອນທັງຕົ້ນ ແທນທີ່ຈະເປັນພືດທີ່ນໍາໃຊ້ພຽງຄັ້ງດຽວ, ບໍລິສັດຈຶ່ງສາມາດຫຼຸດຜ່ອນຂີ້ເຫຍື້ອໄດ້ເກືອບຈະເປັນສູນ. ຜົນທີ່ໄດ້ຮັບຄື ລະບົບຫຼຸດຜ່ອນຂີ້ເຫຍື້ອໄດ້ຈິງ […]
ບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture
ທ່ານ ນາງ ວິໄລພອນ ສົມສະນິດ ໄດ້ເລີ່ມຜະລິດຝຸ່ນຊີວະພາບໃຫ້ແກ່ຊາວກະສິກອນທ້ອງຖິ່ນ ເພື່ອເປັນທາງເລືອກໃຫ້ແກ່ຜູ້ທີ່ສົນໃຈໃນການສ້າງທາງເລືອກກະສິກຳທີ່ດີຕໍ່ສຸຂະພາບ. ການລິເລີ່ມນີ້ເຮັດໃຫ້ຄົນທົ່ວໄປສາມາດເພີດເພີນກັບອາຫານແຊບ ຄຽງຄູ່ກັບການຮັບປະກັນຄວາມປອດໄພສໍາລັບການບໍລິໂພກ. ເພື່ອສະໜັບສະໜູນພາລະກິດດັ່ງກ່າວ, ທ່ານ ວິໄລພອນ ຈຶ່ງໄດ້ກໍ່ຕັ້ງບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture, ເປັນບໍລິສັດທີ່ມີເປົ້າໝາຍເພື່ອການ ຜະລິດຝຸ່ນຊີວະພາບເພື່ອການປູກຝັງແບບຍືນຍົງ. ສຳລັບການຜະລິດແມ່ນໄດ້ນໍາໃຊ້ວັດຖຸດິບໃນທ້ອງຖິ່ນ ນັບຕັ້ງແຕ່ຊ່ວງ ທ້າຍປີ 2019ເປັນຕົ້ນມາ ເຊິ່ງເນັ້ນໝັກໃສ່ຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ. ຝຸ່ນຊີວະພາບຂອງ I Love Agriculture ເໝາະກັບພືດພັນຕ່າງໆ ລວມທັງພືດຜັກທຸກຊະນິດ, ໄມ້ກິນໝາກ, ຕົ້ນໄມ້ປະດັບ ແລະ ຍັງຊ່ວຍບຳລຸງດິນທີ່ເສື່ອມໂຊມ. ດ້ວຍເຫດຜົນດັ່ງກ່າວໃນປີ 2023, ຜະລິດຕະພັນດັ່ງກ່າວໄດ້ຮັບການຢັ້ງຢືນມາດຕະຖານກະສິກຳອິນຊີຂອງລາວ ຈາກກົມ ປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້. ເຖິງແມ່ນວ່າບໍລິສັດ ຂ້ອຍຮັກກະສິກໍາໄດ້ບັນລຸຜົນສຳເລັດດັ່ງທີ່ກ່າວມາ, ແຕ່ກໍຍັງປະເຊີນກັບສິ່ງທ້າທາຍທາງທຸລະກິດຫຼາຍດ້ານ, ລວມທັງການຂາດແຄນວັດຖຸດິບ, ໂດຍສະເພາະແມ່ນແກບດໍາ ເນື່ອງຈາກ ວັດຖຸດິບມີຈຳກັດ ແລະ ມີຄວາມຕ້ອງການສູງ. ນອກນີ້, ຍັງຂາດກຳລັງແຮງງານທີ່ຍັງບໍ່ພຽງພໍໃນການຜະລິດ.


