ກາເຟສະຫາຍ: ກາເຟທີ່ມີຈັນຍາບັນຈາກຫຼວງພະບາງ
ໂຮງງານ ຂົ້ວກາເຟສະຫາຍລາວ (Sahai Lao Coffee Roastery) ແມ່ນໂຄງການທີ່ຂັບເຄື່ອນໂດຍຊຸມຊົນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ແກ່ຊາວກະສິກອນໃນພາກເໜືອຂອງລາວ. ສະຫາຍ ສົ່ງເສີມແນວທາງການຜະລິດຢ່າງຍືນຍົງ ໂດຍຝຶກອົບຮົມໃຫ້ຊາວສວນກາເຟໃນການເກັບກ່ຽວດ້ວຍມື,ໃນການຄັດເລືອກ (hand-picking) ແລະ ວິທີການແປຮູບທີ່ພິຖີພິຖັນ. ພ້ອມກັນນັ້ນ ຍັງຊ່ວຍເຫຼືອຊຸມຊົນຄູ່ຮ່ວມງານໃຫ້ເຂົາເຈົ້າເຂົ້າໃຈ ແລະ ຊຳນານໃນທຸກຂັ້ນຕອນຂອງການຜະລິດ ພ້ອມກັບປົກປ້ອງຜືນດິນບັນພະບຸລຸດຂອງພວກເຂົາ. ໃນປີ 2012 ທ່ານ Alex Chitdara ໜຶ່ງໃນສອງຜູ້ກໍ່ຕັ້ງຂອງໂຮງຄົ່ວກາເຟສະຫາຍ ໄດ້ຂະຫຍາຍແນວຄິດໄປສູ່ພາກການທ່ອງທ່ຽວ ໂດຍຈັດທົວທ່ອງທ່ຽວ ນຳທ່ຽວໄປໃນເຂດປູກກາເຟໃນຮອບໆເມືອງຫຼວງພະບາງ, ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກມຸມມອງຂອງຜູ້ຜະລິດໃນຫ່ວງໂຊ່ຄຸນຄ່າຂອງກາເຟ ໂດຍຍຶດຫຼັກການ “ຄວາມຮັບຜິດຊອບຂອງຜູ້ບໍລິໂພກ” ເປັນຫຼັກ ການທ່ອງທ່ຽວເຫຼົ່ານີ້ ເນັ້ນໃສ່ການແລກປ່ຽນວັດທະນະທຳຢ່າງແທ້ຈິງ ແລະ ການມີປະສົບການຮ່ວມກັນຢ່າງມີຄວາມໝາຍກັບຊຸມຊົນທ້ອງຖິ່ນ. ຜ່ານປະສົບການນີ້ ຜູ້ຢ້ຽມຢາມຈະໄດ້ຮຽນຮູ້ກະບວນການປູກ, ເກັບກ່ຽວ ແລະ ແປຮູບກາເຟ ໃນຂະນະທີ່ປະຊາຊົນໃນທ້ອງຖິ່ນກໍໄດ້ຮັບລາຍໄດ້ເພີ່ມເຕີມ ແລະ ການຍອມຮັບຕໍ່ພູມປັນຍາດັ້ງເດີມຂອງພວກເຂົາ. ປັດຊະຍາຂອງ SAHAI ຍັງຍຶດຖືສິນລະປະໃນການສ້າງສັນເຄື່ອງດື່ມຕົ້ນສະບັບ ຢູ່ໃນອາຫານທ້ອງຖິ່ນ ໂດຍຜປະສົມປະສານລົດຊາດທີ່ແທ້ຈິງ ແລະ ຄວາມຍືນຍົງເຂົ້າ, ເຄື່ອງດື່ມທຸກແກ້ວ ຖືກຜະລິດຈາກວັດຖຸດິບທີ່ຮັບຊື້ໂດຍກົງຈາກຊາວກະສິກອນ, […]
ສວນປັນຍານິເວດ: ສົ່ງເສີມກະສິກຳຢ່າງຍືນຍົງໃຫ້ແກ່ຊາວໜຸ່ມລາວ
ສວນປັນຍານິເວດ ຕັ້ງຢູ່ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເລີ່ມດຳເນີນກິດຈະກຳຕັ້ງແຕ່ປີ 2008 ແລະ ໄດ້ຈົດທະບຽນເປັນບໍລິສັດກະສິກຳຢ່າງເປັນທາງການໃນປີ 2016. ສວນ ເນັ້ນໃສ່ການຜະລິດແບບອິນຊີ, ການຈຳໜ່າຍຂາຍປີກ ແລະ ຂາຍສົ່ງ ເຊິ່ງມີຜະລິດຕະພັນຫຼັກແມ່ນຜັກສວນຄົວ, ເຂົ້າ ແລະ ເຫັດນາງລົມ. ນອກຈາກນັ້ນ ສວນຍັງຈັດໂຄງການຮຽນຮູ້ທາງດ້ານກະສິກຳ ແລະ ການປຸງແຕ່ງອາຫານພື້ນເມືອງ, ພ້ອມທັງກິດຈະກຳສິນລະປະ ແລະ ຫັດຖະກຳຢ່າງມີສະຕິ. ຜູ້ຢ້ຽມຊົມສາມາດຮຽນຮູ້ການຈຳແນກຊະນິດພັນພືດນານາຊະນິດ ແລະ ເກັບຜັກສົດໆໄດ້ໂດຍກົງຈາກສວນ “ຈາກສວນສູ່ໂຕະອາຫານ” ແມ່ນຄຳຂວັນຂອງສວນປັນຍານິເວດ. ທ່ານນາງ ສົມຈິດ ພັນຄຳ (ຊື່ຫຼິ້ນ: ຈິດ) ເຈົ້າຂອງສວນປັນຍານິເວດ ບໍ່ພຽງແຕ່ສ້າງສວນກະສິກຳເພື່ອປູກພືດທີ່ທົນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ນຳອາຫານປ່າມາພັດທະນາເປັນພືດປູກໃນສວນ, ແຕ່ຍັງເພີ່ມມູນຄ່າໃຫ້ແກ່ພືດທ້ອງຖິ່ນ ແລະ ຖ່າຍທອດຄວາມຮູ້ດ້ານພືດພັນ ແລະ ອາຫານລາວໃຫ້ແກ່ຄົນຮຸ່ນໃໝ່ຢ່າງຕໍ່ເນື່ອງ. ເອື້ອຍຈິດມີຄວາມສົນໃຈຂອງຕໍ່ກັບເມັດພັນ, ດິນ ແລະ ອາຫານ, ລາວ ໄດ້ຕັ້ງຄຳຖາມວ່າ ເປັນຫຍັງປະເທດລາວຈຶ່ງຕ້ອງນຳເຂົ້າພືດຜົນຜະລິດກະສິກຳ ໃນຂະນະທີ່ມີທີ່ດິນກະສິກຳອຸດົມສົມບູນ ເປັນເວລາກວ່າ […]
ສູນວາງສະແດງ ແລະ ຈັດຈຳໜ່າຍຜະລິດຕະພັນເຜິ້ງ
ສູນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 2019ຜ່ານການຮ່ວມມືລະຫວ່າງຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ແລະ ອົງການ Terra Renaissance, ເປົ້າໝາຍຂອງສູນແມ່ນເພື່ອສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ຄຽງຄູ່ໄປກັບປົກປັກຮັກສາລະບົບນິເວດ. ໂດຍການສົ່ງເສີມການຈັດຕັ້ງປະຕິບັດການລ້ຽງເຜິ້ງໂກນແບບຍືນຍົງ ເຊິ່ງຈະຊ່ວຍຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ເຊື່ອມສານກັບການປົກປັກຮັກສາສິ່ງແວດລ້ອມ. ເອົາຊະນະສິ່ງທ້າທາຍດ້ວຍການຮ່ວມມືຈາກຫຼາຍພາກສ່ວນ ເຖິງວ່າຈະມີສິ່ງທ້າທາຍຕ່າງໆບໍ່ວ່າຈະເປັນການເຂົ້າເຖິງຕະຫຼາດທີ່ຈໍາກັດ, ການຂາດທຶນ, ແລະ ຄວາມຊໍານານດ້ານວິຊາການບໍ່ພຽງພໍ ສູນດັ່ງກ່າວຍັງຄົງມີການເຄື່ອນໄຫວມາຫຼາຍກວ່າຫ້າປີ. ໃນໄລຍະນີ້, ໄດ້ສຸມໃສ່ການຜະລິດນ້ຳເຜິ້ງທີ່ມີຄຸນນະພາບສູງ, ມີການຝຶກອົບຮົມໃຫ້ຜູ້ລ້ຽງເຜິ້ງ, ແລະ ດຳເນີນການຄົ້ນຄວ້າຕະຫຼາດເພື່ອຂະຫຍາຍໂອກາດ ເຊິ່ງຄວາມພະຍາຍາມເຫຼົ່ານີ້ໄດ້ນໍາໄປສູ່ຄວາມສຳເລັດໃນປະຈຸບັນ. ນອກນັ້ນ, ສູນດັ່ງກ່າວໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີລາຍຮັບແບບຍືນຍົງ ພ້ອມທັງປະກອບສ່ວນອະນຸລັກສິ່ງແວດລ້ອມ. ນ້ຳເຜີ້ງແຂວງຊຽງຂວາງ ມີເອກະລັກສະເພາະທາງດ້ານລົດຊາດ ແລະ ມີກິ່ນຫອມຈາກແຫຼ່ງດອກໄມ້ຫຼາກຫຼາຍຊະນິດໃນພາກພື້ນ ເຊິ່ງໄດ້ຮັບຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ. ການບໍລິການສໍາລັບຜູ້ທີ່ສົນໃຈລ້ຽງເຜິ້ງໃນອະນາຄົດ ສໍາລັບຜູ້ທີ່ສົນໃຈໃນການເລີ່ມຕົ້ນທຸລະກິດລ້ຽງເຜິ້ງໂກນເປັນຂອງຕົນເອງ, ສູນກໍຍິນດີທີ່ຈະສະຫນອງຄໍາແນະນໍາ ແລະ ການສະຫນັບສະຫນູນທີ່ມີຄຸນຄ່າ.ດ້ວຍການກະກຽມ ແລະ ຄວາມມຸ່ງຫມັ້ນ ເຊື່ອວ່າເຫຼົ່າຜູເລິເລີ່ມລ້ຽງເຜິ້ງໂກນ ຈະສາມາດຊ່ວຍປົກປັກຮັກສາສິ່ງແວດລ້ອມຄຽງຄຸ່ໄປກັບຄວາມເພີດເພີນ ແລະ ຄວາມສຸກຈາກຜົນປະໂຫຍດຂອງກິດຈະກຳເຫຼົ່ານີ້ໄດ້. ພວກເຮົາເຊີນທ່ານໄປຢ້ຽມຢາມສູນເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ້ໍາເຜີ້ງຂອງພວກເຮົາ ແລະ ລິເລີ່ມລ້ຽງເຜິ້ງໂກນໄປນໍາກັນ.
ພອນໄພລິນ (ນ້ອຍ) ແກ້ວດວງດີ, ເຈົ້າຂອງຮ້ານ ແລະ ນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ຮ້ານອາຫານໂດຍຂະນ້ອຍ
ພອນໄພລິນ ແກ້ວດວງດີ ຫຼື ເຈົ້າຂອງຮ້ານອາຫານໂດຍຂະນ້ອຍ ທີ່ນະຄອນຫຼວງວຽງຈັນ ປະເທດລາວ ຖືໄດ້ວ່າເປັນນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ອຸທິດຕົນເພື່ອອະນຸລັກ ແລະ ສົ່ງເສີມອາຫານລາວ. ນ້ອຍ ມາຈາກຊຸມຊົນທີ່ເຮັດການກະເສດທີ່ແຂວງຄໍາມ່ວນ ສະຖານທີ່ ທີ່ເຮັດໃຫ້ມີໂອກາດໄດ້ສຶກສາວິທີການປຸງແຕ່ງ ແລະ ຄວາມສຳຄັນຂອງວັດຖຸດິບທີ່ສົດໃໝ່ ແລະ ມີຄຸນນະພາບນໍາແມ່ຕູ້ ທີ່ຮ້ານອາຫານ ໂດຍຂະນ້ອຍ ໄດ້ເອົາໃຈໃສ່ເຖິງການນຳໃຊ້ວັດຖຸດິບທີ່ສົດໃໝ່ ແລະ ມາຈາກທ້ອງຖິ່ນ ເຊິ່ງເປັນການສະໜັບສະໜູນຊາວກະສິກອນທ້ອງຖິ່ນ ແລະ ຍັງສົ່ງເສີມການປຸງແຕ່ງອາຫານແບບຍືນຍົງອີກດ້ວຍ ເຊິ່ງລາຍການອາຫານຂອງຮ້ານອາຫານໂດຍຂະນ້ອຍຈະມີການປ່ຽນແປງເປັນປະຈໍາທຸກໆອາທິດ ໂດຍຈະເນັ້ນໃສ່ວັດຖຸດິບຕາມລະດູການ ແລະ ລົດຊາດແບບດັ່ງເດີມ. ວິທີການປຸງແຕ່ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມເສດຖະກິດທ້ອງຖິ່ນເທົ່ານັ້ນ ແຕ່ເປັນການຮັບປະກັນວ່າອາຫານທຸກຢ່າງຄວນມີລົດຊາດທີ່ໂດດເດັ່ນເປັນເອກະລັກ ແລະ ສົດໃໝ່ສະເໝີ. ນ້ອຍໄດ້ນໍາສະເໜີ ຕໍ່ກັບການອະນຸລັກທາງດ້ານການປຸງແຕ່ງອາຫານ ແລະ ວິທີສ້າງສັນຂອງລາວ ຈົນເຮັດໃຫ້ຮ້ານອາຫານໂດຍຂະນ້ອຍ ກາຍເປັນໜຶ່ງໃນຮ້ານອາຫານທີ່ໜ້າຊື່ນຊົມທີ່ສຸດອີກໜຶ່ງຮ້ານໃນນະຄອນຫຼວງວຽງຈັນ ແລະ ຍັງໄດ້ເປັນໜຶ່ງໃນ 50 ຮ້ານອາຫານທີ່ດີທີ່ສຸດໃນອາຊີ ໂດຍໄດ້ຮັບລາວງວັນ “Essence of Asia”.


