ວຣາວົງ ພຣະຈັນ
ວຣາວົງ ພຣະຈັນ ມີຄວາມມັກໃນການແຕ້ມຮູບ ແລະ ແຕ້ມກາຕູນມາຕັ້ງແຕ່ຍັງນ້ອຍ. ຕະຫຼອດຫຼາຍປີຜ່ານມາ, ລາວໄດ້ຝຶກຝົນ ແລະ ພັດທະນາທັກສະດ້ານສິລະປະຂອງຕົນຢ່າງຕໍ່ເນື່ອງ ພ້ອມທັງສ້າງຜົນງານ ແລະ ແບ່ງປັນຜົນງານຜ່ານເພສ This is WRA. ການມີສ່ວນຮ່ວມສ້າງຜົນງານປື້ມສະໝຸນໄພເຄື່ອງປ່າຂອງດົງປື້ມຂອງ ສປປ ລາວ ໄດ້ເປີດປະສົບການໃໝ່ໃຫ້ແກ່ເສັ້ນທາງສ້າງສັນຂອງລາວ. ເປັນຄັ້ງທຳອິດທີ່ໄດ້ມີໂອກາດແຕ້ມຮູບພືດ ແລະ ເຫັດຫຼາຍຊະນິດ ເພື່ອນຳໄປໃຊ້ໃນສື່ສິ່ງພິມທາງວິຊາການ. ພືດ ແລະ ເຫັດບາງຊະນິດເປັນສິ່ງໃໝ່ສຳລັບວຣາວົງ ກ່ອນຈະລົງມືແຕ້ມຕ້ອງສຶກສາຮູບຮ່າງ, ລັກສະນະ ແລະ ຈຸດເດັ່ນສະເພາະຂອງແຕ່ລະຊະນິດ. ນີ້ເປັນສິ່ງທ້າທາຍໃໝ່ສຳລັບລາວ, ແຕ່ກໍພ້ອມທີ່ຈະຮຽນຮູ້ ແລະ ພັດທະນາຕົນເອງ. ວຣາວົງໄດ້ນຳທັກສະດ້ານການແຕ້ມຮູບທີ່ມີຢູ່ ມາປະສົມປະສານກັບຄວາມຮູ້ໃໝ່ກ່ຽວກັບພືດ ແລະ ເຫັດ. ຜ່ານການຄົ້ນຄວ້າ, ການຝຶກຝົນ ແລະ ການສັງເກດຢ່າງລະອຽດ, ວຣາວົງຄ່ອຍໆເຂົ້າໃຈຮູບຮ່າງ ແລະ ລັກສະນະຂອງແຕ່ລະຊະນິດຫຼາຍຂຶ້ນ ແລະ ສາມາດສ້າງສັນຮູບແຕ້ມສຳລັບປຶ້ມໄດ້ສຳເລັດ. ສະໝຸນໄພເຄື່ອງປ່າຂອງດົງ (NTFPs) ເປັນແຫຼ່ງສຳຄັນສຳລັບຊຸມຊົນໃນລາວມາເປັນເວລາດົນ. ຜະລິດຕະພັນເຫຼົ່ານີ້ສະໜອງອາຫານ ແລະ ສານອາຫານ, ສະໜອງວັດຖຸດິບສຳລັບໃຊ້ສອຍ, ເປັນແຫຼ່ງລາຍໄດ້ […]
ມະນີລາ ຈູນລະມູນຕີ
ມະນີລາ ຈູນລະມູນຕີ ສິລະປິນຜູ້ທີ່ຢູ່ເບື້ອງຫຼັງຂອງ ‘The Vientianist’ ຜູ້ທີ່ນໍາສະເໜີເຖິງຄວາມສຳຄັນຂອງວັດທະນະທຳລາວຜ່ານງານສິລິປະ. ມະນີລາເປັນນັກອອກແບບ ແລະ ນັກແຕ້ມຮູບອິດສະຫຼະ ຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ສ້າງສັນຜົນງານຮູບແຕ້ມທີ່ມີຄວາມລະອຽດສວຍງາມໃຫ້ກັບຖານຂໍ້ມູນຂອງພາເຂົ້າລາວ ໂດຍເນັ້ນນໍາສະເໜີເຖິງຄວາມຫຼາກຫຼາຍທາງດ້ານກະສິກໍາ ແລະ ປະເພນີທາງດ້ານການເຮັດອາຫານ. ຜົນງານຂອງລາວສະທ້ອນໃຫ້ເຫັນເຖິງການປະສົມປະສານແບບຕາເວັນຕົກ ແລະ ແບບວັດທະນະທຳລາວດັ່ງເດີມ, ສ້າງສັນເລື່ອງເລົ່າທີ່ໜ້າສົນໃຈເພື່ອເປັນການສະເຫຼີມສະຫຼອງມໍລະດົກລາວ. ມະນີລາ ໜຶ່ງໃນບຸກຄົນຕົວແບບທາງດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນກະສິກຳໃນຖານຂໍ້ມູນ ເນື່ອງຈາກຜົນງານສິລະປະຂອງລາວໄດ້ໃຫ້ທັດສະນະໃໝ່ໆຕໍ່ກັບຄວາມສໍາຄັນຕໍ່ການອະນຸລັກ ແລະ ສົ່ງເສີມຊີວະນາໆພັນຂອງລາວ ໂດຍສະເພາະແມ່ນດ້ານການເຮັດອາຫານ. ຮູບແຕ້ມຂອງມະນີລາບໍ່ພຽງແຕ່ໃຫ້ຄວາມງາມທາງຮູບພາບ ແຕ່ມັນຍັງເປັນການເລົ່າເລື່ອງທາງດ້ານວັດທະນະທໍາ ແລະ ການເຊື່ອມຕໍ່ລະຫວ່າງອາຫານ, ກະສິກໍາ ແລະ ປະເພນີ. ວຽກງານຂອງມະນີລາ ເປັນຈຸດເຊື່ອມສານລະຫວ່າງອະດີດ ແລະ ປັດຈຸບັນ, ເຊິ່ງປະສົມປະສານຄວາມງົດງາ ແບບດັ່ງເດີມ ແລະ ການອອກແບບຮ່ວມສະໄໝໄວ້ນຳກັນ ເພື່ອເພີ່ມຄວາມສົນໃຈຕໍ່ກັບຊີວະນາໆພັນຂອງລາວ ໂດຍການນໍາເອົາອົງປະກອບທາງດ້ານວັດທະນະທໍາ ແລະ ລະບົບນິເວດ ເຂົ້າໃນການສ້າງສັນຜົນງານ ເຊິ່ງມີບົດບາດສຳຄັນໃນການສົ່ງເສີມ, ປົກປັກຮັກສາ ແລະ ສະເຫຼີມສະຫຼອງຮີດຄອງປະເພນີ ທີ່ເປັນເອກະລັກຂອງລາວ.


