ມະນີລາ ຈູນລະມູນຕີ

ມະນີລາ ຈູນລະມູນຕີ ສິລະປິນຜູ້ທີ່ຢູ່ເບື້ອງຫຼັງຂອງ ‘The Vientianist’ ຜູ້ທີ່ນໍາສະເໜີເຖິງຄວາມສຳຄັນຂອງວັດທະນະທຳລາວຜ່ານງານສິລິປະ. ມະນີລາເປັນນັກອອກແບບ ແລະ ນັກແຕ້ມຮູບອິດສະຫຼະ ຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ສ້າງສັນຜົນງານຮູບແຕ້ມທີ່ມີຄວາມລະອຽດສວຍງາມໃຫ້ກັບຖານຂໍ້ມູນຂອງພາເຂົ້າລາວ ໂດຍເນັ້ນນໍາສະເໜີເຖິງຄວາມຫຼາກຫຼາຍທາງດ້ານກະສິກໍາ ແລະ ປະເພນີທາງດ້ານການເຮັດອາຫານ. ຜົນງານຂອງລາວສະທ້ອນໃຫ້ເຫັນເຖິງການປະສົມປະສານແບບຕາເວັນຕົກ ແລະ ແບບວັດທະນະທຳລາວດັ່ງເດີມ, ສ້າງສັນເລື່ອງເລົ່າທີ່ໜ້າສົນໃຈເພື່ອເປັນການສະເຫຼີມສະຫຼອງມໍລະດົກລາວ. ມະນີລາ ໜຶ່ງໃນບຸກຄົນຕົວແບບທາງດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນກະສິກຳໃນຖານຂໍ້ມູນ ເນື່ອງຈາກຜົນງານສິລະປະຂອງລາວໄດ້ໃຫ້ທັດສະນະໃໝ່ໆຕໍ່ກັບຄວາມສໍາຄັນຕໍ່ການອະນຸລັກ ແລະ ສົ່ງເສີມຊີວະນາໆພັນຂອງລາວ ໂດຍສະເພາະແມ່ນດ້ານການເຮັດອາຫານ. ຮູບແຕ້ມຂອງມະນີລາບໍ່ພຽງແຕ່ໃຫ້ຄວາມງາມທາງຮູບພາບ ແຕ່ມັນຍັງເປັນການເລົ່າເລື່ອງທາງດ້ານວັດທະນະທໍາ ແລະ ການເຊື່ອມຕໍ່ລະຫວ່າງອາຫານ, ກະສິກໍາ ແລະ ປະເພນີ. ວຽກງານຂອງມະນີລາ ເປັນຈຸດເຊື່ອມສານລະຫວ່າງອະດີດ ແລະ ປັດຈຸບັນ, ເຊິ່ງປະສົມປະສານຄວາມງົດງາ ແບບດັ່ງເດີມ ແລະ ການອອກແບບຮ່ວມສະໄໝໄວ້ນຳກັນ ເພື່ອເພີ່ມຄວາມສົນໃຈຕໍ່ກັບຊີວະນາໆພັນຂອງລາວ ໂດຍ​ການນໍາເອົາ​​ອົງ​ປະ​ກອບ​ທາງດ້ານວັດ​ທະ​ນະ​ທໍາ​ ແລະ​ ລະບົບນິ​ເວດ ​ເຂົ້າໃນ​ການ​ສ້າງສັນຜົນງານ ເຊິ່ງມີບົດບາດສຳຄັນໃນການສົ່ງເສີມ, ປົກປັກຮັກສາ ແລະ ສະເຫຼີມສະຫຼອງຮີດຄອງປະເພນີ ທີ່ເປັນເອກະລັກຂອງລາວ.