ດັ່ງທີ່ຫຼາຍໆຄົນໄດ້ຮູ້ແລ້ວວ່າວິຕາມິນເອ ເປັນວິຕາມິນທີ່ສຳຄັນ ແລະ ຈຳເປັນຕໍ່ຮ່າງກາຍ ມີສ່ວນຊ່ວຍໃນການບຳລຸງສາຍຕາ ຊ່ວຍໃນການເບິ່ງເຫັນ, ຊ່ວຍໃນການຈະເລີນເຕີບໂຕຂອງກະດູກ ແລະ ແຂ້ວ, ບຳລຸງຜິວໜັງ ແລະ ເສີມສ້າງພູມຄຸ້ມກັນ. ວິຕາມິນເອ ພົບໄດ້ທັງຈາກສັດ, ຜັກ ແລະ ໝາກໄມ້ສີເຫຼືອງ, ສົ້ມ, ແລະ ຂຽວເຂັ້ມ. ດັ່ງນັ້ນເຮົາສາມາດເລືອກຮັບປະທານອາຫານທີ່ມີວິຕາມິນເອໄດ້ຫຼາກຫຼາຍຕາມຕ້ອງການ.
ສຳລັບເນື້ອໃນບົດຄວາມນີ້ຈະມາແນະນຳກ່ຽວກັບຜັກ ແລະ ໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນເອ ສຳລັບຄົນທີ່ບໍ່ມັກ ຫຼື ຫຼີກລ່ຽງການຮັບປະທານຊີ້ນ, ທີ່ສຳຄັນຄື ເປັນຊະນິດຜັກ ແລະ ໝາກໄມ້ທີ່ສາມາດຫາໄດ້ຕາມທຳມະຊາດ ຫຼື ສາມາດປູກເອງໄດ້ໃນປະເທດລາວ
- ໝາກກະທັັນ ສາມາດກິນໄດ້ ມີຣົດຊາດຫວານ ແລະ ມີຄຸນຄ່າທາງອາຫານເຊິ່ງປະກອບໄປດ້ວຍມີວິຕາມິນເອ ຊ່ວຍບຳລຸງຜິວພັນ, ກະດູກ ແລະ ແຂ້ວໃຫ້ແຂງແຮງ. ນອກນັ້ນໝາກກະທັນຍັງປະກອບໄປດ້ວຍວິຕາມິນຊີ ເສີມສ້າງພູມຄຸ້ມກັນອີກດ້ວຍ.
- ຜັກຫົມຂາວ ສາມາດນຳມາປະກອບອາຫານໄດ້ ມີວິຕາມິນເອສູງ ສຳລັບຄຸນຄ່າທາງໂພສະນາການຕໍ່ 100 ກຼາມມີ ໄດ້ວິຕາມິນເອ 858 ໜ່ວຍສາກົນ.
- ໝາກລະມຸດ ມີຄຸນຄ່າທາງດ້ານອາຫານສູງສົມຄວນ ປະກອບດ້ວຍທາດອາຫານຫຼາຍຊະນິດ ໜຶ່ງໃນນັ້ນຄືວິຕາມິນເອ. ເປັນໝາກໄມ້ທີ່ນິຍົມຮັບປະທານ, ມີຣົດຫວານ, ນຸ່ມ, ບາງພັນກອບຫວານ ໝາກສຸກສາມາດເຮັດໝາກໄມ້ກະປ໋ອງ ຫຼື ຂວດໄດ້.
- ໝາກໝັ້ນ ເປັນໝາກໄມ້ທີ່ມີໄຂມັນຕໍ່າ ແລະ ສານອາຫານຫຼາຍຊະນິດທີ່ສໍາຄັນສູງເຊັ່ນ: ວິຕາມິນ, ເກືອແຮ່, ຄາໂບໄຮເດດ ແລະ ອື່ນໆ. ຄຸນຄ່າທາງໂພສະນາການຂອງໝາກໝັ້ນຕໍ່ 100 ກຼາມໄດ້ວິຕາມິນເອ 17 ໄມໂຄຼກຼາມ. ແຕ່ຂໍຄວນລະວັງສຳລັບການຮັບປະທານໝາກໝັ້ນຄືແມ່ຍິງຖືພາໍ່ຄວນຮັບປະທານຫຼາຍເກີນໄປ ແລະ ຜູ້ທີ່ປ່ວຍເປັນພະຍາດໄຕ, ຜູ້ທີ່ຕ້ອງລ້າງໄຕຢູ່ເປັນປະຈໍາ, ລວມໄປເຖິງຜູ້ທີ່ມີອາການຖ່າຍແຫຼວ ຫຼື ມີອາການຂອງລໍາໄສບໍ່ປົກກະຕິບໍ່ຄວນຮັບປະທານ.
- ຜັກຫວານບ້ານ ໃບ ແລະ ຍອດອ່ອນນຳມາລວກ, ຕົ້ມ ຫຼື ໜື່ງ ກິນເປັນຜັກຈ້ຳແຈ່ວ, ລາບ, ປານື່ງ ຫຼື ຈະນຳມາປະກອບອາຫານ ຫຼື ໃຊ້ເພື່ອເພີ່ມຣົດຊາດໃຫ້ມີອາຫານຣົດຫວານຕາມທຳມະຊາດ. ຜັກຫວານບ້ານເປັນຜັກທີ່ມີວິຕາມີນເອຫຼາຍເປັນພິເສດຄືໃນ 100 ກຼາມຈະມີວິຕາມີນເອເຖິງ 16,590 ໜ່ວຍສາກົນ ແລະ ຍັງເປັນຜັກໃນຈຳນວນໜ້ອຍທີ່ມີວິຕາມີນເຄ.
- ຜັກປັງ ເປັນຜັກພື້ນບ້ານ ປູກງ່າຍຕາມຮົ້ວສວນ ນຳມາປະກອບອາຫານໄດ້ຫຼາຍຢ່າງ ທີ່ສຳຄັນຄືອຸດົມໄປດ້ວຍວິຕາມເອ ແລະ ໂປຣຕີນ ອີກດ້ວຍ.