ຄຸນປະໂຫຍດຂອງໝາກອຶ

ໝາກອືເປັນພືດເຄືອເລືອຕາມພື້ນດິນ ແລະ ມີຮູບຮ່າງຕັ້ງແຕ່ກົມແປ້ນຈົນເຖິງຄ້ອນຂ້າງແປ້ນ ຜີວມັກເປັນຕຸ່ມນູນ ແລະ ຍົກເປັນຮ່ອງ ເນື້ອໃນມີສີເຫຼືອງ ຈົນເຖິງເຫຼືອງອົມສົ້ມ ຫຼື ອົມຂຽວ. ແຕ່ອຸດົມສົມບູນໄປດ້ວຍຄຸນປະໂຫຍດ.

  • ໝາກອຶມີສານຕໍ່ຕ້ານອານຸມູນອິດສະຫຼະ ທີ່ມີສ່ວນໃນການສະລໍໄວ ແລະ ຄວາມແກ່ສະຊາ.
  • ຊ່ວຍຟື້ນບຳລຸງສຸຂະພາບຜີວ
  • ຊ່ວຍບຳລຸງ ແລະ ຮັກສາສາຍຕາ
  • ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃນຮ່າງກາຍ
  • ໝາກອຶມີກົດໂປຣໄບໂອນິດ ຊຶ່ງມີສ່ວນເຮັດໃຫ້ຈຸລັງມະເຮັງອ່ອນແອລົງ, ມີຊ່ວຍສ່ວນປ້ອງກັນ ແລະ ຫຼຸດຄວາມສ່ຽງຈາກການເກີດພະຍາດມະເຮັງ,
  • ມີສ່ວນປ້ອງກັນການເກີດພະຍາດຫຼອດເລືອດຫົວໃຈ ແລະ ພະຍາດຫົວໃຈ,
  • ຊ່ວຍບັນເທົາອາການປວດເມືອຍບໍລິເວນຂໍ້ບັ້ນແອວ, ມີສ່ວນຊ່ວຍປ້ອງກັນພະຍາດຜີວໜັງ.
  • ແກ່ນໝາກອຶຊ່ວຍເຮັດໃຫ້ອາລົມດີ
  • ນໍ້າມັນຈາກແກ່ນໝາກອຶມີສ່ວນຊ່ວຍບຳລຸງປະສາດ
  • ມີລິດໃນການຊ່ວຍລົດລະດັບນໍ້າຕານໃນເມັດເລືອດ
  • ເປັນອາຫານທີ່ເໝາະສຳລັບຜູ້ທີ່ຕ້ອງການຄວບຄຸ່ມນໍ້າໜັກ
  • ຮາກ ມີລົດເຢັນ ຕົ້ມນໍ້າດື່ມ ບຳລຸງຮ່າງກາຍ, ແກ້ໄອ, ຖອນພິດຂອງຝີ, ດັບພິດແມງໄມ້ກັດຕອດ
  • ເຍື່ອກາງໝາກ ມີຣົດຫວານ ພອກ ແກ້ພົກຊໍ້າ, ແກ້ປວດອັບເສບ
  • ຢາງ ແກ້ພິດພື້ນຄັນ
Share

Recent Stories