ມົກໄຂ່ປາ ສູດເມນູອາຫານຈາກພູມປັນຍາອາຫານພື້ນບ້ານ ທີ່ນຳໃຊ້ວັດຖຸດິບຈາກທຳມະຊາດ ແລະ ສາມາດເຮັດກິນໄດ້ຢູ່ບ້ານ
ວັດຖຸດິບ
- ໄຂ່ປາ 300–500 ກຣາມ
- ຫົວສີໄຄ 2–3 ຫົວ
- ຜັກບົ່ວໃບ 4-5 ຕົ້ນ
- ໃບຫອມປ້ອມ 2-3 ຕົ້ນ
- ໝາກເຜັດສົດ 5–10 ເມັດ (ຕາມມັກ)
- ກະທຽມ 3–4 ກີບ
- ເກືອ 1/2 ບ່ວງຊາ
- ແປ້ງນົວ 1 ບ່ວງຊາ
- ໃບຕອງສຳລັບຫໍ່
ວິທີເຮັດ
- ລ້າງໄຂ່ປາໃຫ້ສະອາດ ແລ້ວປະໄວ້ໃນນໍ້າອອກໝົດ.
- ຕຳຫົວສີໄຄ, ກະທຽມ ແລະ ໝາກເຜັດໃຫ້ລະອຽດ.
- ນຳເຄື່ອງທີ່ຕຳແລ້ວມາຄົນໃຫ້ເຂົ້າກັບໄຂ່ປາ.
- ປຸງລົດດ້ວຍເກືອ ແລະ ແປ້ງນົວ.
- ໃສ່ຜັກບົ່ວ ແລະ ໃບຫອມປ້ອມ ຄົນໃຫ້ເຂົ້າກັນ.
- ນໍາໄປຕາກແດດໃຫ້ໃບຕອງອ່ອນ
- ຕັກເອົາເຄື່ອງທີ່ກຽມໄວ້ໃສ່ໃບຕອງ ແລ້ວຫໍ່ໃຫ້ແໜ້ນ.
- ນຳໄປໜຶ້ງປະມານ 20–30 ນາທີ ຫຼື ຈົນສຸກດີ.
- ຍົກອອກ ແລະ ຮັບປະທານຮ້ອນໆ ກັບເຂົ້າໜຽວ.
ເຄັດລັບ
- ສາມາດເພີ່ມຜັກຊີ, ຜັກອີ່ຕູ່ ຫຼື ຜັກກະແຍງເພື່ອໃຫ້ຫອມຫຼາຍຂຶ້ນ.
- ຖ້າມັກລົດຊາດມັນໆ ສາມາດໃສ່ໄຂ່ໄກ່ 1–2 ໜ່ວຍປະສົມລົງໄປໄດ້.