Skip to content
ລາວ
English
Facebook-f
Youtube
X-twitter
Envelope
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
X
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ຊະນິດພັນ
ນັກຊີວະນາໆພັນກະສິກຳຕົວແບບ
ຫໍສະໝຸດ
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
ກ່ຽວກັບພາເຂົ້າລາວ
ຊີວະນາໆພັນກະສິກຳແມ່ນຫຍັງ?
ທີມງານຂອງພວກເຮົາ
ຄູ່ຮ່ວມງານ ແລະ ຜູ້ປະກອບສ່ວນ
ປະກອບສ່ວນຄຳຄິດເຫັນເພີ່ມເຕີມ
X
Home
»
ເລື່ອງເລົ່າ
»
ລາບຈີ່ນາຍ
ລາບຈີ່ນາຍ
Last updated on July 2, 2025
(first published: July 2, 2025)
by bouavone thipphavanh
ປະເພດແມງໄມ້
ຈີ່ນາຍ ຫຼື ຈີ່ຫຼໍ່ (ພາກໃຕ້ຂອງລາວ) ເປັນແມງໄມ້ທີ່ຢູ່ໃນຕະກຸນຂອງແມງຈິງຫຼີດ ແຕ່ມີລຳໂຕຂະໜາດໃຫຍ່, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຊົນເຜົ່າ ກີຣ (ສະລາງ) ບ້ານວັງມะເນີ ເມືອງບົວລະພາ ແຂວງຄໍາມ່ວນ ນິຍົມນໍາມາປຸງແຕ່ງເປັນອາຫານເຊັ່ນ ລາບຈີ່ນາຍ.
ສ່ວນປະກອບ:
ຈີ່ນາຍ 45-50 ໂຕ
ຜັກຫອມເຊັ່ນ: ຫອມເປ, ຜັກຫອມບົ່ວ, ຜັກແພວ ປະລິມານຕາມຕ້ອງການ
ໝາກເຜັດປົ່ນ 1 ບ່ວງ
ເກືອ 1/2 ບ່ວງກາເຟ
ການກະກຽມ:
ເອົາຈີ່ນາຍໄປລ້າງນໍ້າໃຫ້ສະອາດ, ຫຼັງຈາກນັ້ນປິດເອົາປີກອອກ ແລ້ວນໍາໄປຟັກໃຫ້ລະອຽດ
ນໍາເອົາຜັກຫອມໄປລ້າງນໍ້າໃຫ້ສະອາດ ແລ້ວຊອຍໃຫ້ເປັນຂະໜາດນ້ອຍ ຫຼື ຂະໜາດຕາມທີ່ຕ້ອງການ
ການປຸງແຕ່ງ:
ຄ້າງໝໍ້ໃສ່ນໍ້າ 1 ຖ້ວຍນ້ອຍ
ນຳຈີ່ນາຍທີ່ກຽມໄວ້ແລ້ວນັ້ນໃສ່ໝໍ້ແລ້ວ ແລ້ວຂົ້ວຈົນກວ່ານໍ້າຈະແຫ້ງ
ຈາກນັ້ນປົງໝໍ້ ປະໄວ້ໃຫ້ເຢັນແລ້ວໃສ່ຫອມ ຄົນໃຫ້ເຂົ້າກັນ
ປຸງດ້ວຍເກືອ ແລະ ໝາກເຜັດ ແລ້ວຄົນໃຫ້ເຂົ້າກັນ
ຊິມ ແລະ ພ້ອມຮັບປະທານ
Share
Prev
Previous
ຊຸມຊົນ ຊົນເຜົ່າງ້ວນ
Next
ມອກໄກ່ ( ໝົກໄກ່ )
Next
See also
ลาบจี่โป่ม ป่นแจ่วจี่โป่ม
ป่นจิโป่ม
Recent Stories
ຈັນທະວອນ ພົມພັກດີ ນັກຄົ້ນຄວ້າດ້ານພູມສາດ ແລະ ການພັດທະນາແບບຍືນຍົງ
June 30, 2025
ເຕັກນິກການກ້າ ແລະ ການປູກຫວາຍໂຕ່ນ
May 20, 2025
ວິຖີຊີວິດຊາວບ້ານເກັບເຫັດເຜາະຕາມທໍາມະຊາດ
May 16, 2025
ເຕັກນິກການຂະຫຍາຍພັນ ແລະ ການປູກໄມ້ຂົມ
May 16, 2025
ຖົ່ວຂຽວ ໃຫ້ທາດໂປຣຕິນ Mungbeans protein that comes from plants
March 22, 2024