ສ່ວນປະກອບ
- ແມງມັນ, ຈີ່ນູນ, ຕັກກະແຕນ, ຈີ່ນາຍ, ຈັກຈັ່ນ, ຈິງຫຼີດ
- ໃບຂີ້ຫູດ
- ນໍ້າມັນພືດ
- ເກືອ
ວິທີປຸງແຕ່ງ
- ນຳແມງໄມ້ທັງໝົດມາລ້າງ ແລະ ທຳຄວາມສະອາດໃຫ້ດີ
- ຄ້າງໝໍ້ໃສ່ນໍ້າມັນໃຫ້ຮ້ອນ ແລ້ວໃສ່ແມງໄມ້ລົງໄປ ຕາມດ້ວຍເກືອ ແລະ ໃບຂີ້ຫູດ, ຂົ້ວປະມານ 5-7 ນາທີ ຫຼື ຈົນກວ່າແມງໄມ້ຈະສຸກ
- ປະໄວ້ໃຫ້ເຢັນ ຫຼື ຈະຮັບປະທານຕອນອຸ່ນໆ ກໍແຊບດີ
ໝາຍເຫດ
ແມງໄມ້ບໍ່ສາມາດກິນໄດ້ທຸກຊະນິດ ຄວນເລືອກຮັບປະທານໃຫ້ດີ
ຖ້າຫາກທ່ານມີອາການແພ້ ບໍ່ຄວນຮັບປະທານ