ວິທີເຮັດສົ້ມຜັກສ້ຽນ 🥬
ສ່ວນປະສົມ
- ຜັກສ້ຽນ 1–2 ກິໂລ
- ນໍ້າຕານ 1 ບ່ວງກາເຟ
- ເກືອ 1–2 ບ່ວງກາເຟ
- ນໍ້າເຂົ້າມ່າ ປະມານ 4–5 ບ່ວງຊ້ອນໂຕະ
ວິທີເຮັດ
- ລ້າງຜັກສ້ຽນໃຫ້ສະອາດ ຈາກນັ້ນຕາກແດດໃຫ້ແຫ້ງໜ້ອຍໜຶ່ງ
- ນໍາຜັກສ້ຽນມານວດ ແລ້ວນໍາໄປລ້າງນໍ້າ 1 ຮອບ
- ໂຮຍເກືອ, ນໍ້າຕານໃສ່ຜັກ ແລ້ວຄົນໃຫ້ທົ່ວ.
- ໃສ່ນໍ້າເຂົ້າມ່າ ແລ້ວນວດໃຫ້ເຂົ້າກັນ.
- ຈາກນັ້ນໃສ່ຜັກທີ່ນວດແລ້ວນັ້ນລົງໃນຂວດ ຫຼື ພາຊະນະທີ່ມີ.
- ປິດຝາ ແລ້ວປະໄວ້ປະມານ 1-2ມື້ (ຖ້າອາກາດບໍ່ແດດແມ່ນປະໄວ້ປະມານ 3 ມື້) ໃຫ້ໄດ້ຜັກທີ່ມີລົດຊາດສົ້ມ.
- ພໍໄດ້ລົດສົ້ມຕາມມັກ ກໍພ້ອມກິນ.
✅ ເຄັດລັບ: ຕ້ອງໃຫ້ນ້ຳຖ້ວມຜັກ ເພື່ອບໍ່ໃຫ້ຜັກເນົ່າ ແລະ ຈະໄດ້ຜັກສົ້ມທີ່ແຊບດີ
ແຫຼ່ງຂໍ້ມູນ: ນ. ອໍາພອນ ບ້ານບົວ ເມືອງຄໍາ ແຂວງຊຽງຂວາງ