ການປ້ອງກັນພືດແບບປະສົມປະສານ

1. ສິ່ງທີ່ມີຊີວິດໃນດິນ 2. ແມງໄມ້ທີ່ມີຊີວິດຢູ່ໃນອາກາດ 3. ວົງຈອນຊີວິດຂງແມງໝັດຜັກ 4. ການຄວບຄຸມແມງໄມ້ສັດຕູພືດ 5. ພືດທີ່ນຳໃຊ້ເປັນນ້ຳຢາໄລ່ ແລະ ກຳຈັດແມງໄມ້ 6. ວິທີ່ການເຮັດນ້ຳຢາໄລ່ ແລະ ການກຳຈັດແມງໄມ້

ຄູ່ມືການປູກໝາກເລັ່ນ

– ຮ່ອງນໍ້າຊ່ວຍໃນເລຶ່ອງການໃຫ້ນໍ້າ ແລະ ລະບາຍນໍ້າ – ປັກຄ້າງຫຼັງຍ້າຍປູກ 8-10 ວັນ – 4,260 ຕົ້ນ/ໄລ

ຄູ່ມືທາງເຕັກນິກໜອນຊອນໃບ

ຫນອນຊ້ອນໃບຈາກແມງກະບີກາງຄືນ, Tuta absoluta ຄືສັດຕູພືດທີ່ສໍາຄັນໃນຫມາກເລັ່ນ ລວມທັງພືດອຶ່ນ ເຊັ່ນ ຫມາກເຂືອ, ຫມາກແຕງ ແລະ ຖົ່ວ ຫາກບ່ໍມີການຈັດການທີ່ດີຜົນຜະລິດຈະມີຄວາມເສຍຫາຍ 50-100%

ຄູ່ມືແນະນຳຄວາມຮູ້ພື້ນຖານກ່ຽວກັບເຕັກນິກການປູກ ແລະ ການບົວລະບັດຮັກສາສວນຊາ

ຄູ່ມືແນະນໍາຄວາມຮູ້ພື້ນຖານ ກ່ຽວກັບ ເຕັກນິກການປູກ ແລະ ການບົວລະບັດຮັກສາສວນຊາສະບັບນີ້ ແມ່ນ ໄດ້ຖືກສ້າງຂຶ້ນໂດຍການຮ່ວມມືກັນລະຫວ່າງ 3 ຝ່າຍຄື: ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຮງຮຽນ ເຕັກນິກວິຊາຊີບແບບປະສົມ ແຂວງຜົ້ງສາລີ ແລະ ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ແກ່ຊຸມຊົນ ແລະ ການບົວລະບັດຮັກສາສວນຊາໃຫ້ແກ່ຊາວ ໂດຍມີຈຸດປະສົງເພື່ອນໍາໃຊ້ເຂົ້າໃນວຽກງານສົ່ງເສີມການປູກ ກະສິກອນຜູ້ທີ່ຖືເອົາການປູກຊາເປັນອາຊີບຢູ່ພາຍໃນແຂວງຜົ້ງສາລີ ເວົ້າລວມ ເວົ້າສະເພາະກໍ່ຄືຊາວກະສິກອນຢູ່ພາຍ ໃນບ້ານເປົ້າໝາຍຂອງໂຄງການ. ຄູ່ມືແນະນໍາສະບັບນີ້ແມ່ນໄດ້ສັງລວມຄັດຈ້ອນເອົາຄວາມຮູ້ພື້ນຖານ ກ່ຽວກັບ ເຕັກນິກວິທີການປູກ ແລະ ການບົວລະບັດຮັກສາສວນຊາຈາກບັນດາເອກະສານທາງດ້ານວິຊາການຕ່າງໆ, ບົດຮຽນຈາກການສຶກສາທົດລອງ ແລະ ປະຕິບັດຕົວຈິງຂອງຫຼາຍພາກສ່ວນ ໂດຍສະເພາະຈາກການຮ່ວມມືກັນ ລະຫວ່າງ ໂຮງຮຽນເຕັກວິຊາຊີບແບບປະສົມ ແຂວງຜົ້ງສາລີ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ ແກ່ຊຸມຊົນ ແລະ ຫ້ອງການກະສິກຳນະຄອນພູເອີ້ ສປ ຈີນ.

ຄູ່ມືການຕັດແຕ່ງ – ບົວລະບັດຮັກສາ ຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ

ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້ລວງສູງຕົ້ນຊາສະເໝີກັນ, ສະດວກໃນການເກັບ ແລະ ເພີ່ມປະລິມານຂອງຜົນຜະລິດຊາ. ໄລຍະຂອງການຕັດແຕ່ງຕົ້ນຊາ ແມ່ນຊ່ວງໄລຍະທີ່ຕົ້ນຊາພັກຕົວ: ເລີ່ມແຕ່ເດືອນ ພະຈິກ – ທັນວາ ຂອງທຸກປີ.

ປື້ມຄູ່ມືສົ່ງເສີມເຕັກນິກການຄຸ້ມຄອງປ່າໜໍ່ຂົມທຳມະຊາດ

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນການ ຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວກັບການປັບຕົວທາງດ້ານເຕັກນິກ ການຄຸ້ມຄອງໜໍ່ຂົມຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມື້ດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DTEAP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ. ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.

ປື້ມຄູ່ມືສົ່ງເສີມເຕັກນິກການປູກໝາກເຂືອ

ປື້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ສະເໜີ ຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ ເຕັກນິກການປູກໝາກເຂືອເປັນສີ້ນຄ້າເພື່ອຊາວກະສິກອນສາມາດ ປັບປຸງການ ປູກຜັກກະທຽມໃຫ້ໄດ້ຫຼາຍຂື້ນໃຫ້ກາຍເປັນສີນຄ້າສົ່ງອອກຂາຍເພື່ອເປັນລາຍ ຮັບໃຫ້ແກ່ຊາວກະສິກອນເປັນການປັບປຸງຊິວິດການເປັນຢູ່ຂອງຊາວກະສິກອນ ໃຫ້ດີຂື້ນ ແລະ ສາມາດນໍາລາຍຮັບໄປຊື້ອາຫານມາບໍລິໂພກໃຫ້ໄດ້ຕາມຫຼັກ ໂພຊະນາການທາງດ້ານອາຫານໃຫ້ຫຼ ືຍຂື້ນ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາໃນບາດກ້າວທຳອິດຂອງໂຄງການ ກະສິກຳເພື່ອໂພຊະນາການຮ່ວມມືກັບຊ່ຽວຊານສົມທົບກັບສະພາບການຜະລິດ ຂອງກະສິກອນຂັ້ນພື້ນຖານໃນແຕ່ລະທ້ອງຖີ່ນ ແລະ ປະສານງານພະນັກງານຂອງ ໂຄງການ IFAD/GAFSP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນ ແຂວງ,ເມືອງສາມາດຖ່າຍທອດໄປເຖີງຕາມຄວາມຕ້ອງການຂອງຊາວກະສິກອນ ໃນແຂວງເປົ້າໝາຍໂຄງການ.

ປື້ມຄູ່ມືສົ່ງເສີມເຕັກນິກການປູກຂ່າ

ປຶ້ມຄູ່ມືຈຸດປະສົງສ້າງເປັນເຄື່ອງມືທີ່ງາຍດາຍໃນການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນ ກ່ຽວກັບການປັບຕົວທາງດ້ານເຕັກນິກການ ປູກໝາກຂ່າຢູ່ໃນບ້ານເປົ້າໝາຍ ຂອງໂຄງການກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DTEAP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ. ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.