ເຮືອນຮົ່ມ

ໃນຊ້ວງປີທີ່ຜ່ນມາ, ຊາວສວນໄດ້ຮູ້ຈັກກັບເຮືອນຮົ່ມໃນ ນາມວ່າເປັນເຮືອນປູກຜັກໃນຊ່ວງລະດູຝົນ ເພາະມັນມຸງ ຫລັງຄາດ້ວຍຜ້າຢາງໃສ. ເຖິງຢ່າງໃດກໍ່ຕາມ, ການນ ຳໃຊ້ ຜ້າຢາງ ແມ່ນເຮັດໃຫ້ອຸນນະພູມພາຍໃນເຮືອນຮົ່ມສູງ, ເຊິ່ງຈ ບໍ່ແທດເໝາະກັບບາງພື້ນທີ່ຂອງປະເທດລາວ ທີ່ມີອາກາດ ຮ້ອນຕະຫຼອດປີ. ນອກຈາກນີ້, ການເຮັດເຮືອນຮົ່ມດ້ວຍຜ້າ ຢາງແມ່ນຂ້ອນຂ້າງແພງເມື່ອທຽບໃສ່ຈຸດປະສົງທີ່ນ ຳມາໃຊ້ ກັນຝົນພຽງຢ່າງດຽວ.

ປຶ້ມຄູ່ມືເຕັກນິກການປູກມັນຕົ້ນ

ມັນຕົ້ນເປັນພືດທີ່ຊາວກະສິກອນລາວບັນດາເຜົ່າໄດ້ປູກ ແລະ ນໍາໃຊ້ມາເປັນເວລາດົນນານ ເປັນພືດທີ່ມີຄວາມສໍາຄັນໃນການຄໍ້າປະກັນສະບຽງອາຫານໃຫ້ແກ່ຊາວກະສິກອນທີ່ອາໃສຢູ່ ຊົນນະບົດ, ພິເສດແມ່ນຊ່ວງເວລາທີ່ຂາດເຂົ້າກິນ. ນອກຈາກນັ້ນມັນຕົ້ນກໍຍັງເປັນສ່ວນປະກອບສໍາ ຄັນ ສໍາລັບອາຫານສັດຢູ່ໃນລະບົບການລ້ຽງສັດຂອງຊາວກະສິກອນນໍາ ແຕ່ແນວພັນທີ່ຊາວກະສິ ກອນປູກແມ່ນພັນພື້ນເມືອງຜົນຜະລິດຕໍ່າ. ໃນປະຈຸບັນ, ມັນຕົ້ນໄດ້ກາຍມາເປັນພືດເສດຖະກິດ ແລະ ມີຊາວກະສິກອນຫັນມາປູກເປັນສິນຄ້າ ເພື່ອສົ່ງຂາຍໃຫ້ຜູ້ປະກອບການທີ່ມີຢາຍຢູ່ທົ່ວປະເທດ ໂດຍ ນໍາໃຊ້ແນວພັນປັບປຸງໃໝ່ຈາກປະເທດໃກ້ຄຽງ. ການປູກມັນຕົ້ນຂອງຊາວກະສິກອນຢູ່ລາວຍັງມີທ່າ ອ່ຽງເພີ່ມຂຶ້ນໃນແຕ່ລະປີ. ໃນປີ 2010 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດແມ່ນ 19,940 ເຮັກຕາ, ມາ ຮອດປີ 2017 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດເພີ່ມຂຶ້ນເປັນ 75,010 ເຮັກຕາ. ເຖິງຢ່າງໃດກໍຕາມ ມັນຕົ້ນກໍຍັງຖືວ່າເປັນພືເສດຖະກິດຊະນິດໃໝ່ ແລະ ຊາວກະສິກອນຍັງຂາດຄວາມຮູ້ດ້ານເຕັກນິກ ກ່ຽວກັບລະບົບການປູກມັນຕົ້ນແບບຍືນຍົງ, ສ່ວນຫຼາຍຍັງປູກແບບອາໃສທຳມະຊາດ, ບໍ່ມີການຈັດ ການທີ່ເໝາະສົມກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນກັບມັນຕົ້ນ ແລະ ພື້ນທີ່ການຜະລິດ ເພື່ອໃຫ້ໄດ້ຮັບ ຜົນສູງສຸດ.

ການປ້ອງກັນພືດແບບປະສົມປະສານ

1. ສິ່ງທີ່ມີຊີວິດໃນດິນ 2. ແມງໄມ້ທີ່ມີຊີວິດຢູ່ໃນອາກາດ 3. ວົງຈອນຊີວິດຂງແມງໝັດຜັກ 4. ການຄວບຄຸມແມງໄມ້ສັດຕູພືດ 5. ພືດທີ່ນຳໃຊ້ເປັນນ້ຳຢາໄລ່ ແລະ ກຳຈັດແມງໄມ້ 6. ວິທີ່ການເຮັດນ້ຳຢາໄລ່ ແລະ ການກຳຈັດແມງໄມ້

ຄູ່ມືການປູກໝາກເລັ່ນ

– ຮ່ອງນໍ້າຊ່ວຍໃນເລຶ່ອງການໃຫ້ນໍ້າ ແລະ ລະບາຍນໍ້າ – ປັກຄ້າງຫຼັງຍ້າຍປູກ 8-10 ວັນ – 4,260 ຕົ້ນ/ໄລ

ຄູ່ມືທາງເຕັກນິກໜອນຊອນໃບ

ຫນອນຊ້ອນໃບຈາກແມງກະບີກາງຄືນ, Tuta absoluta ຄືສັດຕູພືດທີ່ສໍາຄັນໃນຫມາກເລັ່ນ ລວມທັງພືດອຶ່ນ ເຊັ່ນ ຫມາກເຂືອ, ຫມາກແຕງ ແລະ ຖົ່ວ ຫາກບ່ໍມີການຈັດການທີ່ດີຜົນຜະລິດຈະມີຄວາມເສຍຫາຍ 50-100%

ຄູ່ມືແນະນຳຄວາມຮູ້ພື້ນຖານກ່ຽວກັບເຕັກນິກການປູກ ແລະ ການບົວລະບັດຮັກສາສວນຊາ

ຄູ່ມືແນະນໍາຄວາມຮູ້ພື້ນຖານ ກ່ຽວກັບ ເຕັກນິກການປູກ ແລະ ການບົວລະບັດຮັກສາສວນຊາສະບັບນີ້ ແມ່ນ ໄດ້ຖືກສ້າງຂຶ້ນໂດຍການຮ່ວມມືກັນລະຫວ່າງ 3 ຝ່າຍຄື: ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຮງຮຽນ ເຕັກນິກວິຊາຊີບແບບປະສົມ ແຂວງຜົ້ງສາລີ ແລະ ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ແກ່ຊຸມຊົນ ແລະ ການບົວລະບັດຮັກສາສວນຊາໃຫ້ແກ່ຊາວ ໂດຍມີຈຸດປະສົງເພື່ອນໍາໃຊ້ເຂົ້າໃນວຽກງານສົ່ງເສີມການປູກ ກະສິກອນຜູ້ທີ່ຖືເອົາການປູກຊາເປັນອາຊີບຢູ່ພາຍໃນແຂວງຜົ້ງສາລີ ເວົ້າລວມ ເວົ້າສະເພາະກໍ່ຄືຊາວກະສິກອນຢູ່ພາຍ ໃນບ້ານເປົ້າໝາຍຂອງໂຄງການ. ຄູ່ມືແນະນໍາສະບັບນີ້ແມ່ນໄດ້ສັງລວມຄັດຈ້ອນເອົາຄວາມຮູ້ພື້ນຖານ ກ່ຽວກັບ ເຕັກນິກວິທີການປູກ ແລະ ການບົວລະບັດຮັກສາສວນຊາຈາກບັນດາເອກະສານທາງດ້ານວິຊາການຕ່າງໆ, ບົດຮຽນຈາກການສຶກສາທົດລອງ ແລະ ປະຕິບັດຕົວຈິງຂອງຫຼາຍພາກສ່ວນ ໂດຍສະເພາະຈາກການຮ່ວມມືກັນ ລະຫວ່າງ ໂຮງຮຽນເຕັກວິຊາຊີບແບບປະສົມ ແຂວງຜົ້ງສາລີ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ ແກ່ຊຸມຊົນ ແລະ ຫ້ອງການກະສິກຳນະຄອນພູເອີ້ ສປ ຈີນ.

ຄູ່ມືການຕັດແຕ່ງ – ບົວລະບັດຮັກສາ ຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ

ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້ລວງສູງຕົ້ນຊາສະເໝີກັນ, ສະດວກໃນການເກັບ ແລະ ເພີ່ມປະລິມານຂອງຜົນຜະລິດຊາ. ໄລຍະຂອງການຕັດແຕ່ງຕົ້ນຊາ ແມ່ນຊ່ວງໄລຍະທີ່ຕົ້ນຊາພັກຕົວ: ເລີ່ມແຕ່ເດືອນ ພະຈິກ – ທັນວາ ຂອງທຸກປີ.