ການປູກໝາກໂມ
ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ລາຍງານກ່ຽວກັບການກຳນົດເຂດທີ່ເໝາະສົມສຳລັບການປູກຢາງພາລາ
ເມືອງນາໝໍ້ ແມ່ນເຂດຈຸດສຸມ ໃນການຜະຫຼິດ ຢ່າງພາລາ ແລະ ແມ່ນພື້ນທີ່ໜື່ງ ຊື່ງໃນປີ 2004 ມີ 7 ບ້ານທີ່ໄດ້ ມີການ ປູກຕົ້ນຢ່າງ ປະມານ 6.5 ຮຕ. ແຜນການ ຂອງເມືອງ ແມ່ນຈະຂະຫຍາຍ ໃນຂັ້ນຕໍ່ໄປ ໃນເນື້ອທີ່ ຂອງບັນດາບ້ານທີ່ເຄີຍປູກຜ່ານມາໃຫ້ໄດ້ 260 ຮຕ. ເນື້ອທີ່ ທີ່ຂື້ນແຜນ ໃນ 7 ບ້ານ ບໍ່ໄດ້ຕັດ ສີນໃຈ ຢູ່ໃນຊ່ວງປະຕິບັດງານ ຂອງ AEA ຊ່ວງເດືອນ ຕຸລາ ປີ 2004. ສວນກ້າຫລັກ 3 ແຫ່ງທີ່ຕັ້ງຢູ່ ບ້ານ : ນາທອງ, ພູທອງ ແລະ ຫ້ວຍສັງ ໄດ້ສ້າງຕັ້ງຂື້ນ. ມັນແມ່ນ ເລື້ອງ ທີ່ຍັງຖົກຖຽງກັນວ່າ ການປູກ ໃນຕໍ່ໜ້າ 6000 ຮຕ […]
ປະຊົບການປູກພືດໝູນວຽນໃນພື້ນທີ່ເກົ່າ
ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ໄຊຍບູລີ (ຂະແໜງປູກຝັງ) ຮ່ວມກັບບໍລິສັດ ອາກຼີເດັບ (ACRIDEP)
ການປູກເຫັດເຟືອງແບບກອງເຕ້ຍ
ປະຈຸບັນການປູກເຫັດເຟືອງແບບກອງເຕ້ຍ ກຳລັງເປັນ ທີ່ນິຍົມກັນຫຼາຍ. ເພາະວິທີການແບບນີ້ຊ່ວຍປະຢັດເຟືອງ ແລະ ບໍ່ຈຳເປັນຕ້ອງໃຊ້ຕໍເຟືອງກໍ່ໄດ້ ຈຶ່ງສາມາດປູກເຫັດ ໄດ້ທຸກລະດູການ
ການປູກເຫັດໃສ່ທ່ອນໄມ້
ການປູກເຫັດໃສ່ທ່ອນໄມ້ນີ້ ມີຂັ້ນຕອນງ່າຍກວ່າ ການປູກ ເຫັດໃນຖົງຢາງພາລາສຕິກ. ເຊິ່ງກໍ່ມີຊະນິດໄມ້ເນື້ອອ່ອນຫຼາຍຊະ ນິດທີ່ສາມາດປູກເຫັດໃສ່ໄດ້ ແລະ ຍັງໃຫ້ຜົນຜະລິດດີອີກດ້ວຍ
ເອກກະສານການປູກເຫັດ
ມະນຸດເຮົາ ຮູ້ຈັກໃຊ້ເຫັດເປັນອາຫານມາຫລາຍສະຕະວັດແລ້ວ ເຫັດທີ່ກິນໄດ້ມີຫລາຍ ຊະນິດແຕກຕ່າງກັນຕາມຮູບຮ່າງ ແລະ ສີສັນ. ເຫັດ ຈັດເປັນອາຫານທີ່ມີທາດຊີ້ນ (Protein) ສູງ ຊະນີດໜື່ງ ທີ່ປະຊາຊົນທົ່ວໂລກຮູ້ຈັກກັນດີ ແລະ ນິຍົມນ ຳມາຮັບປະທານກັນຫລາຍ. ເນື່ອງຈາກ ເຫັດເກືອບທຸກຊະນິດມີຣົດຊາດດີ, ມີຄຸນຄ່າທາງອາຫານສູງ ແລະ ບາງຊະນິດ ຍັງມີສັບພະຄຸນ ເປັນຢ່າປິ່ນປົວພະຍາດ ຈຶ່ງເຮັດໃຫ້ປະຊາຊົນຫັນມານິຍົມຮັບປະທານເຫັດເພີ່ມຂື້ນປະກອບກັບປະ ຊາກອນຂອງໂລກ ມີຈ ຳນວນເພີ່ມຂື້ນຢ່າງວ່ອງໄວຈື່ງເຮັດໃຫ້ຄວາມຕ້ອງການອາຫານ ທີ່ຈະນ ຳມາ ບໍລິໂພກເພີ້ມຂື້ນ. ດັ່ງນັ້ນ, ນັກວິຊາການ ແລະ ນັກວິທະຍາສາດ ຈື່ງໄດ້ໃຫ້ຄວາມສົນໃຈວຽກງານ ດ້ານການປູກເຫັດ ແລະ ໄດ້ສືກສາຄົ້ນຄ້ວາດ້ານນີ້ຢ່າງເອົາໃຈໃສ່ ໂດຍໄດ້ນ ຳເອົາ ເຕັກໂນໂລຢີ ຕ່າງ ໆ ເຂົ້າມາຊ່ວຍ ເພື່ອໃຫ້ໄດ້ຜົນຜະລິດຫລາຍຂື້ນ. ຊາວເຫຼັກ, ເປັນພວກທ ຳອີດທີ່ໄດ້ນ ຳເອົາ ເຫັດຈາກປ່າມາໃຊ້ໃຫ້ເປັນປະໂຫຍດ ແລະ ລິເລີ່ມການປູກຂື້ນ.
ການປູກເຫັດຕີນແຮດ
ເຫັດຕີນແຮດເປັນເຫັດພັນໃຫຍ່ ຈະສົ່ງເສີມເປັນພືດເສດ ຖະກິດໄດ້. ເປັນເຫັດຊະນິດນຶ່ງທີ່ນໍາມາປະກອບອາຫານຈະ ມີກິ່ນຫອມ, ລົດຫວານ ເປັນອາຫານທີ່ປອດໄພຈາກສານເຄມີ. ປະຈຸບັນນີ້, ຄົນເຮົາທີ່ຢາກໃຫ້ມີສຸຂະພາບແຂງແຮງດີ, ຕ້ອງປູກພືດກິນເອງເພື່ອໃຫ້ປອດໄພຈາກສານເຄມີ ດັ່ງນັ້ນ ຈະພາທ່ານໄປຮູ້ຈັກກັບການປູກເຫັດຕີນແຮດ
ຄູ່ມືການປູກໝາກນັດແລະການຄວບຄຸມການອອກໝາກ
ໝາກນັດເປັນພືດທີ່ຈະເລີນເຕີບໂຕໄດ້ດີໃນເຂດຮ້ອນ (ແທບອາຝລິກກາ, ອາເມລິກາລາຕິນ ແລະ ອາຊີ). 60% ຂອງຜົນຜະລິດໃນທົ່ວໂລກແມ່ນມາຈາກແທບອາຊີ (ປະເທດຈີນ : 1 500 000 ໂຕນ). ໝາກນັດສາມາດບໍລິໂພກສົດ ແລະ ຍັງສາມາດນ ຳມາແປຮູບເປັນກ່ວນຫມາກນັດ, ນ ຳເຂົ້າໂຮງງານ ເພື່ອແປຮູບເປັນຫມາກນັດກະປ໋ອງ ຫລື ເປັນນາໍ້ຫມາກໄມ້. ແລະ ນ ຳເຂົ້າໂຮງງານອຸດສາຫະກ ຳ ເພື່ອແປຮູບ ເປັນໝາກນັດກະປ໋ອງໄດ້. ນອກຈາກນັ້ນ, ພວກເຮົາຍັງສາມາດນ ຳເອົາຫມາກນັດມາ ຜະລິດເປັນເຫລົ້າດື່ມໆ, ຜະລິດເຈ້ຍ ແລະ ຍັງສາມາດນ ຳເອົາໃບຫມາກນັດມາເຮັດເປັນອາຫານສັດ ລ້ຽງໄດ້.
ຄູ່ມືການປູກໝາກແໜ່ງ
ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ, ເປັນຜົນຜະລິດທີ່ມີຕະຫຼາດຮອງຮັບຢູ່ຕະຫຼອດເວລາ ໂດຍສະເພາະແລ້ວແມ່ນຕະລາດຈີນ. ມັນມີພໍ່ຄ້າຄົນຈີນເຂົ້າຈະເກັບຊື້ໝາກແໜ່ງ ເພື່ອນ ຳໄປຂາຍຕໍ່ ໃຫ້ ກັບເຈົ້າຂອງໂຮງງານ ເພື່ອປຸງແຕ່ງເປັນຢາ. ຕະຫຼາດຈີນມີ ຊຶ່ງໃນປະຈຸບັນປະລິມານການ ຄວາມຕ້ອງການໝາກແໜ່ງໃນປະລິມານທີ່ຫຼາຍ, ຜະລິດໝາກແໜ່ງແມ່ນ ຍັງບໍ່ ທັນພຽງພໍ ເມື່ອທຽບກັບຄວາມຕ້ອງການຂອງຕະຫຼາດ, ໃນຄະນະດຽວ ກັນ ໝາກແໜ່ງຂອງຈີນແມ່ນມີອາຍຸແກ່, ຜົນຜະລິດໝາກແມ່ນນັບມື້ນັບໜ້ອຍລົງ. ຍ້ອນແນວນັ້ນ, ພໍ່ຄ້າຈີນ ຈ ຳເປັນຕ້ອງໄດ້ນ ຳເຂົ້າໝາກແໜ່ງຈາກຫຼາຍປະເທດໃນຂົງເຂດໄກ້ຄຽງ, ເປັນຕົ້ນແມ່ນ ປະເທດລາວ, ຫວຽດນາມ, ກ ຳປູຊາ… ຈາກເງື່ອນໄຂດັ່ງກ່າວນີ້, ມັນຈຶ່ງເປັນໂອກາດ ແລະ ເງື່ອນໄຂອັນດີ ໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫລາດຈີນ, ໂດຍສະເພາະ ແມ່ນບັນດາເຂດແຂວງທີ່ຕັ້ງຢູ່ໄກ້ກັບຊາຍແດນຈີນ ເຊັ່ນວ່າ: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນ ຳທາ ແລະ ແຂວງອື່ນໆ…
ຄູ່ມືການປູກຕິບຕີ້
ວຽກງານການກະສິກ ຳ ແມ່ນເປັນວຽກງານຫນື່ງ ທີ່ສ ຳຄັນຢູ່ປະເທດເຮົາ. ພະນັກງານວິຊາການ ແລະ ນັກວິຊາການປະຈ ຳບ້ານ ແມ່ນມີບົດບາດສ ຳຄັນ ໃນການປະຕິບັດໜ້າທີ່ຂອງຕົນ ໂດຍການນ ຳພາ ຊຸກຍູ້ປະຊາຊົນ ເພື່ອໃຫ້ເຂົາເຈົ້າ, ຊື່ງເປັນຜູ້ທີ່ທ ຳການຜະລິດຕົວຈິງ ມີຄວາມເຂົ້າໃຈ ແລະ ປະຍຸກນ ຳ ໃຊ້ເຕັກນິກວິຊາການໃຫ້ເຂົ້າກັບຕາມແຕ່ລະທ້ອງຖິ່ນ ໃຫ້ເຫມາະສົມ. ປື້ມຄູ່ມືສະບັບນີ້ສ້າງຂື້ນ ເພື່ອເປັນສ່ອງທາງພື້ນຖານໃນການປະຕິບັດຕົວຈິ່ງໃຫ້ກັບນັກວິຊາການ ແລະ ປະຊາຊົນທົ່ວໄປ, ຊື່ງມີເນື້ອຫາເຂົ້າໃຈໄດ້ງ່າຍ ແລະ ສອດຄ່ອງກັບສະພາບຕົວຈິງ.


