ໂອກາດແລະຄວາມເປັນໄປໄດ້ໃນການພັດທະນາເຂົ້າໜຽວລູກປະສົມຢູ່ສປປລາວ
ດັ່ງທີ່ຮູ້ນ ຳກັນແລ້ວວ່າ ລັກສະນະດີເລີດ ທີ່ຖ່າຍຖອດ ຈາກ ພໍ່ ຫຼື ແມ່ (heterosis) ຂອງແນວ ພັນລູກປະສົມ ແມ່ນປັດໄຈຫຼັກ ໃນການຍົກສະມັດຕະພາບ ຂອງບັນດາພືດລູກນັບທັງເຂົ້າ. ຈຸດປະສົງ ຂອງ ການຄົ້ນຄວ້າທົດລອງນີ້ ແມ່ນເພື່ອ: (1) ສຶກສາເບິ່ງ ຮີເຕີໂຣສີດສ ຂອງສາຍພັນເຂົ້າໜຽວລູກປະ ສົມ ແລະ ເຂົ້າຈ້າວລູກປະສົມ ໂດຍນ ຳໃຊ້ແນວພັນເຂົ້າຂອງລາວ ເປັນພໍ່ພັນ; (2) ສຶກສາເບິ່ງຄຸນນະ ພາບທາງດ້ານເຄມີ ແລະ ຄຸນນະພາບການກິນ ຂອງເຂົ້າລູກປະສົມ.
ສຶກສາການປັບຕົວຂອງແນວພັນເຂົ້າໜຽວພື້ນເມືອງ22ແນວພັນຢູ່ສປປລາວ
ການທົດລອງ ຄວາມອາດສາມາດປັບຕົວ ກັບສະພາບແວດລ້ອມ ຂອງ ແນວພັນເຂົ້າໜຽວພື້ນເມືອງ 22 ແນວພັນ ໄດ້ເຮັດຢູ່ 9 ຈຸດທົດລອງ ໃນ 3 ພາກ ເຊັ່ນ: ພາກເໜືອ, ພາກກາງ ແລະ ພາກໃຕ້, ໃນລະດູ ຝົນ ປີ 2004. ແນວພັນພື້ນເມືອງເຂົ້າໜຽວເຫຼົ່ານີ້ ໄດ້ຄັດເລືອກມາຈາກແຫຼ່ງເຊື້ອພັນເຂົ້າລາວ ຊຶ່ງມີລັກສະນະປັບຕົວດີ ແລະ ສາມາດໃຫ້ຜົນຜະລິດສູງ ໃນເງື່ອນໄຂນານໍ້າຝົນ ໂດຍນໍາໃຊ້ ແນວພັນ ເຂົ້າໜຽວ ທ່າດອກຄໍາ 4 (TDK 4) ເປັນຕົວປຽບທຽບ. ໄດ້ວາງແປງທົດລອງແບບແປງຄົບຖ້ວນ ແລະ ຈັດວາງແບບບັງເອີນ (RCB) ມີ 4 ຊ້ຳ ແລະ ຂະໜາດແປງ 1 ມ x 5 ມ. ການເລືອກສະຖານທີ່ທົດລອງ ແມ່ນອີງໃສ່ ດິນທີ່ເປັນຕົວແທນ ຂອງການປູກເຂົ້ານານໍ້າຝົນ ເປັນສ່ວນໃຫຍ່. […]
ເຕັກນິກການປູກໝາກແໜ່ງກວາງຕຸ້ງ
ເຕັກນິການປູກໝາກແໜ່ງກວາງຕຸ້ງ: – ຂັ້ນຕອນການປູກ – ການບົວລະບັດຮັກສາ – ການເກັບກ່ຽວ – ການເກັບຮັກສາ
ເຕັກນິກການປູກຜັກອິນຊີ
ເັຕກນິກການປູກຜັກອິນຊີ: – ຂັ້ນຕອນການກຽມແນວພັນ ແລະ ການບົວລະບັດຮັກສາ – ຂັ້ນຕອນການປູກ, ບົວລະບັດຮັກສາ (ລະດູແລ້ງ) – ຂັ້ນຕອນການປູກຜັກ, ບົວລະບັດຮັກສາ (ລະດູຝົນ) – ຂັ້ນຕອນເກັບກ່ຽວເພື່ອບໍລິໂພກ ແລະ ເກັບເພື່ອເຮັດແນວພັນ
ເຕັກນິກການປູກຊາ
ເຕັກນິກການປູກຊາ: – ຂັ້ນຕອນການປູກ – ຂັ້ນຕອນການບົວລະບັດຮັກສາ – ຂັ້ນຕອນການເກັບໃບຊາ
ລະບົບການປູກໝາກໄມ້ໃຫ້ໝາກແບບປະສົມປະສານ
ຮອບວຽນການນ ຳໃຊ້ປ່າເລົ່າໃນເຂດພູດອຍຂອງ ສປປ ລາວ ທີ່ສັ້ນເຂົ້າ ໄດ້ເຮັດໃຫ້ລະບົບການປູກຝັງ ແບບຖາງປ່າ ເຮັດໄຮ່ ບໍ່ຍືນຍົງຄົງຕົວ. ການເຊາະເຈື່ອນຂອງດິນ, ການແຜ່ລະບາດຂອງຫຍ້າ ແລະ ການນ ຳໃຊ້ແຮງງານ ໂດຍທົ່ວ ໄປໄດ້ເພີ້ມຂື້ນ ໃນຂະນະດຽວກັນຜະລິດຕະພາບຊ ຳພັດຫຼຸດລົງ, ຊຶ່ງເປັນສາເຫດເຮັດໃຫ້ມີຄວາມທຸກຈົນ ເພີ້ມທະວີ ຂື້ນໃນເຂດພູອຍ. ສະພາບເປັນຄືແນວນີ້ໄດ້ຮຽກຮ້ອງໃຫ້ຊາວກະສິກອນ ແລະ ອົງການຈັດຕັ້ງ ຂອງລັດຖະບານຕ້ອງ ໄດ້ພັດທະນາເຕັກໂນໂລຊີ ແລະ ຮູບແບບການຜະລິດກະສິກ ຳ ແບບຍືນຍົງ ເພື່ອຍົກ ລະດັບຊີວິດການເປັນຢູ່ຂອງ ຊາວກະສິກອນໃນເຂດພູດອຍໃຫ້ດີຂື້ນ.
ການປູກພືດຜັກເປັນທາງເລືອກໜື່ງໃນເຂດພູດອຍ
ໃນການພັດທະນາເຂດພູດອຍ ການປູກຜັກມັກຈະຖືກມອງຂ້າມເພາະວ່າມັນເປັນພືດທີ່ມີລາຄາຕາໍ່ ເມື່ອສົມທຽບກັບ ສັດລ້ຽງ, ເຄື່ອງປ່າຂອງດົງ ແລະ ພືດເສດຖະກິດຊະນິດອື່ນໆ. ເຖິງຢ່າງໃດກໍຕາມ, ພືດຜັກແມ່ນມີຄວາມສ ຳຄັນ ໃນຫຼາຍດ້ານ ເຊັ່ນ: (ກ) ທາງດ້ານໂພສະນາການ (ໃຫ້ຄວາມດຸ່ນດ່ຽງ ດ້ານທາດອາຫານໃນແຕ່ລະຄາບເຂົ້າ) ທັງສ ຳ ລັບຊາວຊົນນະບົດ ແລະ ຕົວເມືອງ; ແລະ (ຂ) ສ້າງລາຍຮັບໃຫ້ແກ່ຜູ້ຍິງ ທີ່ຂາຍຜັກຢູ່ຕາມຕະຫຼາດ. ໃນ ສປປ ລາວ ປະຊາຊົນນ ຳໃຊ້ຜັກປູກ ແລະ ຜັກປ່າ ຄຽງຄູ່ກັນໄປ, ແຕ່ໃນເອກະສານສະບັບນີ້ ຈະໄດ້ເວົ້າເຖິງພຽງແຕ່ຊະນິດຜັກທີ່ມີ ຄວາມສ ຳຄັນຕົ້ນຕໍທີ່ປູກ
ຄູ່ມືແນະນຳການປູກພືດຜັກສວນຄົວ(ຜັກປະເພດດປັນດອກ)
ການປູກຜັກສ່ວຍຄົວປະເພດດອກ
ການປູກຢາງພາລາປະສົມປະສານກັບພຶດຊະນິດອື່ນເພື່ອລີກລ້ຽງຄວາມສ່ຽງ
ຕະຫຼາດຢ່າງພາລາ ໃນບັນດາປະເທດທີ່ພັດທະນາແລ້ວໄດ້ມີການອີ່ມຕົວ ແລະ ບໍ່ມີທ່ວງທ່າຈະຂະຫຍາຍຕົວອີກ, ແຕ່ວ່າໃນ “ເຂດອາຊີໃໝ່” (ສປປ.ຈີນ, ອີນເດຍ ແລະ ປະເທດສະມາຊິກອາຊຽນ) ການປູກຢາງພາລາພັດກ ຳລັງມີ ການຂະຫຍາຍຕົວຢ່າງກວ້າງຂວາງ. ລາຄາຢາງພາລາໄດ້ຖີບຕົວສູງຂື້ນໃນ ປີ 2002, ພາຍຫຼັງທີ່ລາຄາໄດ້ຕົກຕ ຳລົງ ໃນຊ່ວງເວລາຫຼາຍປີຜ່ານມາ. ການຖີບຕົວຂື້ນຂອງລາຄາຢາງພາລາ ແມ່ນເປັນຜົນມາຈາກຄວາມຕ້ອງການທີ່ສູງ
ຄູ່ມືແນະນຳການປູກພືດຜັກສວນຄົວ(ຜັກປະເພດດປັນຫມາກ)
ການປູກພືດສວນຄົວ (ປະເພດຜັກ)


