ການປູກພືດອາຫານສັດເປັນທາງເລືອກໃໝ່ສຳລັບເຂດພູດອຍ

ການແນະນ ຳທາງເລືອກດ້ານພືດອາຫານສັດສາຍພັນໃໝ່ ໃຫ້ແກ່ຊາວກະສິກອນ ເປັນປັດໄຈສ ຳຄັນໃນການຫັນປ່ຽນ ລະບົບການລ້ຽງສັດຢູ່ເຂດພູດອຍ. ການຄົ້ນຄວ້າທົດລອງ ແລະ ການພັດທະນາພືດອາຫານສັດຢ່າງເປັນລະບົບ ຢູ່ ສປປ ລາວ ແມ່ນໄດ້ເລີ່ມຕົ້ນຂຶ້ນໃນປີ 1995, ຊຶ່ງໄດ້ເລີ່ມຈາກການທົດສອບບັນດາສາຍພັນ ພືດອາຫານສັດຕ່າງໆ. ການທົດສອບດັ່ງກ່າວ ແມ່ນໄດ້ດ ຳເນີນຢູ່ 5 ຈຸດໃນ 4 ແຂວງ (ກະລຸນາເບິ່ງຕາຕະລາງ). ຈຸດປະສົງໃນການທົດສອບ

ການປູກໄມ້ສັກຂະໜາດນ້ອຍໃນແຂວງຫຼວງພະບາງເປັນທາງເລືອກໜຶ່ງໃຫ້ແກ່ກະສິກຳປະສົມປະສານ

ສະພາບພູມສັນຖານໃນເຂດພູດອຍ, ມີພື້ນຖານໂຄງລ່າງ ທີ່ຍັງບໍ່ທັນໄດ້ມີການພັດທະນາເທົ່າທີ່ຄວນ, ຂໍ້ຈ ຳກັດທາງ ດ້ານຄວາມຕ້ອງການຂອງການຕະຫຼາດ ແລະ ການປັບຕົວທີ່ຊັກຊ້າຂອງຊາວກະສິກອນຕໍ່ກັບເຕັກໂນໂລຍີໃໝ່ ກໍ່ຍັງ ບໍ່ຢູ່ໃນທ່າກ້າວທີ່ວ່ອງໄວ, ແຕ່ແນວໃດກໍ່ຕາມ, ການປູກໄມ້ສັກ ໂດຍຊາວໄຮ່ ໄດ້ມີການຂະຫຍາຍຕົວຢ່າງໄວວາ ເລີ້ມ ຕົ້ນແຕ່ປີ 1998 ເປັນຕົ້ນມາ. ເຖີງແມ່ນວ່າຈະເປັນການສ້າງລາຍຮັບສູງ ແລະ ການມີຄວາມພ້ອມຂອງຂາວກະສິກອນ, ແຕ່ຜົນໄດ້ຮັບຈາກການປູກໄມ້ສັກກໍ່ ຍັງມີຂໍ້ຈຳກັດ

ເຕັກນິກການຂະຫຍາຍພັນໝາກກະທັນດ້ວຍການຕິດຕາ

1. ອຸປະກອນ, 2. ການກຽມຕົ້ນຕໍ່ 3. ການເລືອກຕາພັນ 4. ການປາດປາກບາດຕົ້ນ 5. ການປາດປາກພັນຕາ 6. ການແຄນສະກັອດ 7. ການຕັດງ່າຫຼັງຈາກຕິດຕາສຳເລັດ 8. ຕົ້ນກະທັນທີ່ຕິດຕາແລ້ວ

ປຶ້ມຄູ່ມືເຕັກນິກການປູກມັນຕົ້ນ

ມັນຕົ້ນເປັນພືດທີ່ຊາວກະສິກອນລາວບັນດາເຜົ່າໄດ້ປູກ ແລະ ນໍາໃຊ້ມາເປັນເວລາດົນນານ ເປັນພືດທີ່ມີຄວາມສໍາຄັນໃນການຄໍ້າປະກັນສະບຽງອາຫານໃຫ້ແກ່ຊາວກະສິກອນທີ່ອາໃສຢູ່ ຊົນນະບົດ, ພິເສດແມ່ນຊ່ວງເວລາທີ່ຂາດເຂົ້າກິນ. ນອກຈາກນັ້ນມັນຕົ້ນກໍຍັງເປັນສ່ວນປະກອບສໍາ ຄັນ ສໍາລັບອາຫານສັດຢູ່ໃນລະບົບການລ້ຽງສັດຂອງຊາວກະສິກອນນໍາ ແຕ່ແນວພັນທີ່ຊາວກະສິ ກອນປູກແມ່ນພັນພື້ນເມືອງຜົນຜະລິດຕໍ່າ. ໃນປະຈຸບັນ, ມັນຕົ້ນໄດ້ກາຍມາເປັນພືດເສດຖະກິດ ແລະ ມີຊາວກະສິກອນຫັນມາປູກເປັນສິນຄ້າ ເພື່ອສົ່ງຂາຍໃຫ້ຜູ້ປະກອບການທີ່ມີຢາຍຢູ່ທົ່ວປະເທດ ໂດຍ ນໍາໃຊ້ແນວພັນປັບປຸງໃໝ່ຈາກປະເທດໃກ້ຄຽງ. ການປູກມັນຕົ້ນຂອງຊາວກະສິກອນຢູ່ລາວຍັງມີທ່າ ອ່ຽງເພີ່ມຂຶ້ນໃນແຕ່ລະປີ. ໃນປີ 2010 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດແມ່ນ 19,940 ເຮັກຕາ, ມາ ຮອດປີ 2017 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດເພີ່ມຂຶ້ນເປັນ 75,010 ເຮັກຕາ. ເຖິງຢ່າງໃດກໍຕາມ ມັນຕົ້ນກໍຍັງຖືວ່າເປັນພືເສດຖະກິດຊະນິດໃໝ່ ແລະ ຊາວກະສິກອນຍັງຂາດຄວາມຮູ້ດ້ານເຕັກນິກ ກ່ຽວກັບລະບົບການປູກມັນຕົ້ນແບບຍືນຍົງ, ສ່ວນຫຼາຍຍັງປູກແບບອາໃສທຳມະຊາດ, ບໍ່ມີການຈັດ ການທີ່ເໝາະສົມກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນກັບມັນຕົ້ນ ແລະ ພື້ນທີ່ການຜະລິດ ເພື່ອໃຫ້ໄດ້ຮັບ ຜົນສູງສຸດ.