ປຶ້ມຄູ່ມືສົ່ງເສີມເຕັກນິກການປູກຜັກຫອມປ້ອມນອກລະດູ

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການປູກຜັກຫອມປ້ອມນອກລະດູ ຢູ່ໃນບ້ານ ເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.

ປື້ມຄູ່ມືແນະນຳວິທີໃຊ້ເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະ ໄມ້ໃຫ້ໝາກ ໃນເຂດເນີນສູງ

ປື້ມຄູ່ມືນີ້ ມີຈຸດປະສົງເຮັດໃຫ້ການນໍາໃຊ້ເຄື່ອງມືງ ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນ ຂອງການນໍາໃຊ້ ເເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະໄມ້ໃຫ້ໝາກ ໃນເຂດເນີນສູງເພື່ອນໍາເຂົ້າໃນການຜະລິດກະສິກຳໃນເຂດແຫ້ງແລ້ງ ແລະ ເຂດນໍ້າຖ້ວມ ເພື່ອປັບປຸງທາງດ້ານກະສິກຳໃຫ້ແທດເໝາະກັບ ການປ່ຽນແປງດິນຟ້າອາກາດໃນແຕ່ລະທ້ອງຖີ່ນ.

ປຶ້ມຄູ່ມືການຜະລິດເມັດພັນຖົ່ວດິນ

ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ (ສສຄກປ) ແມ່ນໂຄງການຈຸດສຸມຂອງ ລັດຖະບານທີ່ ພະຍາຍາມເສີມຂະຫຍາຍຕົວແບບ ແລະ ຕໍ່ຍອດບັນດາໂຄງການຕ່າງໆທີ່ມີຜົນສໍາເລັດສູງຢູ່ໃນບັນດາແຂວງ ທົ່ວປະເທດ ໂດຍສະເພາະຢູ່ 5 ແຂວງ ພາກໃຕ້ ເພື່ອນໍາເອົາບັນດາຮູບແບບການປູກ-ການລ້ຽງ ທີ່ມີປະສິດທິຜົນສູງນຳມາເຜີຍແຜ່ອອກ ສູ່ສັງຄົມຢ່າງກວ້າງຂວາງ. ໂດຍໂຄງການໄດ້ຮັບການຮ່ວມມືຈາກກົມວິຊາການຕ່າງຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສາກົນຕ່າງໆລວມທັງສ່ວນຜູ້ປະກອບການຜູ້ຜະລິດແນວພັນ ແລະ ອື່ນໆ ເປັນຕົ້ນແມ່ນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ (ບັນດາສູນຄົ້ນຄວ້າ ແລະ ຜະລິດແນວພັນຕ່າງໆ).

ຄູ່ມືແນະນຳເຕັກນິກການຜະລິດຖົ່ວຂຽວ

ຖົ່ວຂຽວ (Vigna radiata) ແມ່ນພືດຕະກຸນຖົ່ວທີ່ເປັນແຫຼ່ງ ອາຫານທີ່ສໍາຄັນ ສາມາດນໍາໃຊ້ໄດ້ຫລາຍຢ່າງ ເຊັ່ນ: ຖົ່ວງອກ, ໃຊ້ເຮັດແປ້ງ ຖົ່ວຂຽວ (ເຮັດເສັ້ນລ້ອນ) ແລະ ສາມາດເຮັດເປັນເຂົ້າໜົມຕ່າງໆ.ຖົ່ວຂຽວ ດິບເປັນແຫຼ່ງຂອງໂປຼຕິນ ແລະ ຄາໂບໄຮເດູດທີ່ເປັນປະໂຫຍ ສາມາດນໍາມາ ຕົ້ມກັບນໍ້າຕານເພື່ອໃຫ້ພະລັງງານແກ່ຮ່າງກາຍ. ໃນປະຈຸບັນການຜະລິດຖົ່ວຂຽວ ຂອງປະຊາຊົນ

ຄູ່ມືການປູກຜັກກະລ່ຳປີ

ປື້ມຄູ່ມືເຫຼັ້ມນີ້ໄດ້ຮັບການຮຽບຮຽງຂຶ້ນເພື່ອຮັບໃຊ້ໃນການຝຶກອົບຮົມໃຫ້ແກ່ຊາວໜຸ່ມຜູ້ດ້ອຍໂອກາດໃນການ ຮຽນລະດັບວິຊາຊີບ, ເປັນການຝຶກອົບຮົມໄລຍະສັ້ນ ສໍາລັບຜູ້ປະກອບການໃນການລິເລີ່ມເຮັດການຜະລິດກະສິກຳກ່ຽວ ກັບການປູກພືດ ໂດຍສະເພາະແມ່ນລົງເລິກເຕັກນິກຂອງການປູກກະລໍ່າປີ ເຊິ່ງຄູ່ມືສຳບັບນີ້ປະກອບມີທັງໝົດ 5 ບົດ ເຊິ່ງເນື້ອໃນຂອງປື້ມ ໂດຍລວມປະກອບມີຄື: ຄວາມຮູ້ເບື້ອງຕົ້ນກ່ຽວກັບການປູກກະລໍ່າປີ, ປັດໄຈທີ່ກ່ຽວຂ້ອງກັບການ ປູກກະລໍ່າປີ, ເມັດພັນເຕັກນິກການປູກ ແລະ ການບົວລະບັດຮັກສາກະລໍ່າປີ, ສັດຕູພືດຂອງກະລໍ່າປີ ແລະ ການຈັດການ ແລະ ຂັ້ນຕອນການເກັບກ່ຽວ ແລະ ການປະຕິບັດຫຼັງການເກັບກ່ຽວ.

ຄູ່ມືການປູກເຫັດເຟືອງ

ເຫັດເຟືອງຈັດເປັນເຫັດເສດຖະກິດທີ່ສໍາຄັນຊະນິດໜຶ່ງ ເປັນເຫັດທີ່ສ້າງລາຍໄດ້ດີໃຫ້ກັບ ຊາວກະສິກອນຜູ້ຜະລິດເຫັດປັນສິນຄ້າ ເນື່ອງຈາກຝົນຜະລິດເຫັດເຟືອງຈຳໜ່າຍໄດ້ລາຄາດີ ຕະຫຼາດມີຄວາມຕ້ອງການປະລິມານສູງຢ່າງຕໍ່ເນື່ອງ ແລະ ໃຊ້ຕົ້ນທືນການຜະລິດຕໍ່າແຕ່ໃຫ້ຜົນ ຜະລິດຕອບແທນສູງ ແລະ ໄວ.

ຄູ່ມືການປູກເຫັດຂອນຂາວ

ເຫັດຂອນຂາວຈັດເປັນເຫັດເສດຖະກິດທີ່ສໍາຄັນຊະນິດໜຶ່ງເປັນເຫັດທີ່ສ້າງລາຍໄດ້ດີໃຫ້ກັບຊາວ ກະສິກອນຜູ້ຜະລິດເຫັດປັນສິນຄ້າເນື່ອງຈາກຜົນຜະລິດເຫັດຂອນຂາວຈໍາໜ່າຍໄດ້ລາຄາດີຕະຫຼາດມີ ຄວາມຕ້ອງການປະລິມານສູງຢ່າງຕໍ່ເນື່ອງແລະໃຊ້ຕົ້ນທືນການຜະລິດຕໍ່າແຕ່ໃຫ້ຜົນຜະລິດຕອບແທນ ສູງແລະໄວ.