ຄູ່ມືແນະນຳເຕັກນິກການປູກໜໍ່ຫຼອຍ
ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆ ຈາກບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການ ກ່ຽວຂ້ອງຕ່າງໆທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປື້ມຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງປ່າໜໍ່ຫຼອຍແບບຍືນຍົງໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະ ເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງ ການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ໄມ້ຫຼອຍໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ, ເມືອງ ແລະ ແຂວງ. ສໍາລັບຜູ້ຊົມໃຊ້ປື້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ […]
ຄູ່ມືແນະນຳເຕັກນິກການກ້າ ແລະ ການປູກຜັກຫວານ
ປື້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປື້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາ ການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປຶ້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກຜັກຫວານປ່າ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ. ປະຊາຊົນມີຢູ່ມີກິນມີແຮໄວ້ ແລະ ຂາຍ່ສ້າງລາຍຮັບແກ່ຄອບຄົວ, ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ສາມາດນໍາໄປຖ່າຍທອດໃຫ້ແກ່ປະຊາຊົນບ້ານເປົ້າໝາຍໂຄງການ.
ເຕັກນິກການປູກຂ່າ
ປື້ມຄູ່ມືຈຸດປະສົງສ້າງເປັນເຄື່ອງມືທີ່ງາຍດາຍໃນການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນ ກ່ຽວກັບການປັບປຸ່ງດ້ານເຕັກນິກການປູກໝາກຂ່າຢູ່ໃນບ້ານເປົ້າໝາຍ ຂອງໂຄງການກະສິກຳເພື່ອໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອໂພຊະນາການໄລຍະທີ 1 ແລະ ໄລຍະ ທີ II ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານຈາກ NAFRI/DTEAP/CDE ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ, ຊາວບ້ານ ເພື່ອນໍາເອົາບົດຮຽນໄປຖ່າຍທອດໃຫ້ຊາວກະສິກອນ ໃນພື້ນທີເປົ້າໝາຍໂຄງການກະສິກຳເພື່ອໂພຊະນາການໄລຍະທີ II.
ຄູ່ມື ການສ້າງສວນກ້າ ແລະ ການປູກຫວາຍບາງຊະນິດທີ່ເປັນສິນຄ້າໃນ ສປປ ລາວ
ການຜະລິດປຶ້ມຄູ່ມີສະບັບນີ້ຂຶ້ນແມ່ນມີຄວາມຕັ້ງໃຈຢາກຊ່ວຍຊຸກຍູ້, ສະຫນັບສະຫນູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ການປູກຫວາຍ ໂດຍຈະໃຊ້ເວລາ ສັ້ນໃນການແຕກງອກໄດ້ປະລິມານຫລາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນ ພ້ອມທັງສາມາດປະຕິບັດກິດຈະກໍາທີ່ກ່າວມານີ້ໄດ້ດ້ວຍຕົນ ເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກ ພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບ ມື້ນັບເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍຕາມ. ປັດຈຸບັນ ຈາກການເກັບກໍາຂໍ້ມູນການຕະຫລາດທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຄວາມຕ້ອງການຂອງ ຕະຫລາດ ມີຄວາມຕ້ອງການຫລາຍໂດຍສະເພາະເສັ້ນຫວາຍ. ສິ່ງດັ່ງກ່າວນີ້ເຫັນວ່າການຜະລິດ ຫວາຍໃນອະນາ ຄົດຍັງມີແນວໂນ້ມສູງ ທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວບ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ພື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍການນໍາໃຊ້ຕົ້ນທຶນຕ່າ ໃນການພັດທະນາ.
ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໃນແຂວງຊຽງຂວາງ
ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໄດ້ຖືກຮັບຮອງເອົາ ໂດຍ ກະຊວງສຶກສາ ທິການ ແລະ ກິລາ, ໄດ້ມີຜົນສໍາເລັດເປັນຢ່າງດີຕໍ່ການຈັດຕັ້ງປະຕິບັດ, ຈົນສາມາດຂະ ຫຍາຍການຮຽນການສອນອອກໄປສູ່ໂຮງຮຽນສາມັນໃນເມືອງອື່ນໆ. ຫລັກສູດນີ້ເກີດຂຶ້ນ ເປັນໄປຕາມຄວາມມຸ້ງຫວັງ ແລະ ຕັ້ງໃຈ ຂອງ ຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.
ການສົ່ງເສີມລ້ຽງປາໃນນາເຂົ້າ ໃນແຂວງຊຽງຂວາງ
ການລ້ຽງປາໃນນາເຂົ້າເປັນວິຖິຊີວິດດັ້ງເດີມຂອງປະຊາຊົນຊາວຊຽງຂວາງ, ເຊິ່ງສ້າງເປັນແຫຼ່ງອາຫານທີ່ຕິດພັນກັນລະຫວ່າງເຂົ້າ ແລະ ປາ. ນອກນັ້ນ, ຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດໃນນາເຂົ້າ, ເຮັດໃຫ້ຜົນຜະລິດເຂົ້າໄດ້ຄຸນນະພາບສູງຂຶ້ນ ແລະ ຍັງສ້າງລາຍຮັບເພີ່ມຈາກການຂາຍປາ
ສ້າງຄວາມເຂັ້ມແຂງດ້ານຊີວະນາໆພັນ.
ກິດຈະກຳບູລິມະສິດເພີ່ມເຕີມທີ່ແຂວງ ພະຍາຍາມໃຫ້ການສະໜັບສະໜູນສົ່ງເສີມ: – ການລ້ຽງເຜິ້ງ: ຈະສາມາດບັນລຸ ກາຍເປັນທ່າແຮງທີ່ສໍາຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີຂະຫຍາຍການລ້ຽງເຜິ້ງ. – ໝາກກ້ວຍພື້ນເມືອງ: ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນ ຍັງຕ້ອງໄດ້ພາກັນເຮັດກິດຈະກຳການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມ. – ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ: ຂະຫຍາຍຈໍານວນໂຮງຮຽນທີ່ເຮັດການຮຽນການສອນ ຕາມຫລັກສູດຊີວະນາໆພັນກະສິກຳ, ລວມທັງ ຢູ່ໃນ ສະຖາບັນການສຶກສານອກລະບົບ ແລະ ໃຫ້ການຊ່ວຍເຫລືອ ດ່ານເຄື່ອງມື້ຕື່ມໃຫ້ແກ່ໂຮງຮຽນຕາມຄວາມຕ້ອງການ. – ຊາປ່າ: ຕົ້ນຊາດັ້ງເດີມ ເປັນເຫລ່ງ ສຳຫລັບ ຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ. – ການລ້ຽງປາໃນນາເຂົ້າ: ເປັນກິດຈະກຳສືບທອດກັນມາແຕ່ບູຮານນະການໃນຂົງເຂດອາຊີ ແລະ ໃນບາງທ້ອງຖິ່ນ ຂອງປະເທດລາວ, ຢາກໃຫ້ການຜະລິດປາເພີ່ມຂຶ້ນ ກໍ່ສາມາດເຮັດໄດ້ໂດຍການນໍາໃຊ້ວິທີການປະຕິບັດຢູ່ໃນປະເທດອື່ນ ໃນເຂດອາຊີ ແລະ ສາມາດເຮັດໄດ້ຮ່ວມກັບລະບົບການຄວບຄຸມສັດຕູພືດແບບປະສົມປະສານ (IPM)ໃນການປູກເຂົ້າ. – ການປ້ອງກັນໄຟໄໝ້ລາມປ່າ: ສາມາດປ້ອງກັນໄຟໄໝ້ລາມປ່າໄດ້ໂດຍວິທີການໃຫ້ຊຸມຊົນສ້າງແລວປ້ອງກັນໄຟ […]
ສະພາບການປູກໝາກແໜ່ງຢູ່ແຂວງຜົ້ງສາລີ
ໝາກແໜ່ງແມ່ນພືດເຄື່ອງປ່າຂອງດົງຊະນິດໜຶ່ງ ທີ່ປະຊາຊົນຊາວແຂວງ ຜົ້ງສາລີໄດ້ຮູ້ຈັກກັນມາເປັນເວລາຫຼາຍກວ່າ 3 ທົດສະວັດ. ໄດ້ມີການປູກ ແລະຄຸ້ມຄອງນຳໃຊ້ຢ່າງກ້ວາງຂວາງໃນທົ່ວແຂວງ ຊຶ່ງແຕ່ລະປີໄດ້ເກັບໝາກແໜ່ງ ຂາຍ ເພື່ອຊ່ວຍແກ້ໄຂ ແລະ ປັບປູງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂື້ນເທື່ອລະກ້າວ. ຜ່ານມາຊາວຜົ້ງສາລີເຄີຍປູກ ແລະ ເກັບກູ້ໝາກແໜ່ງມີ 4 ເຊື້ອພັນ ຄື: ໝາກແໜງກວາງຕຸງ, ໝາກແໜ່ງປາກຊ່ອງ, ໝາກແໜ່ງປ່າຂຽວ ແລະແດງ, ແຕ່ນິຍົມກັນປູກຫຼາຍແມ່ນໝາກແໜ່ງກວາງຕຸງຂອງຈີນ.
ການປູກພືດໝູນວຽນ
ການປູກພືດຜັກແບບໝູນວຽນແມ່ນເພື່ອຊ່ວຍໃນການຜະລິດຜັກໃຫ້ໄດ້ຕາຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນການຜະລິດຜັກໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນການຜະລິດພືດຜັກໃນຮອບໜື່ງປີໃຫ້ເກີດປະໂຫຍດສູງສູດ, ສຳຄັນໄປກວ່ານັ້ນຍັງສາມາດປ້ອງກັນການເກີດຂອງພະຍາດ ແລະ ສັດຕູພືດອິກດ້ວຍ, ການຄັດເລືອກພືດຜັກໃນການປູກຍັງໄດ້ອິງໃສ່ລະດູການປູກ, ສະຖານທີ່ ແລະ ການຕະຫຼາດທີ່ດີ, ສຳລັບການປູກພືດໝູນວຽນໃນລະຫວ່າງ 3-4 ປີ ແມ່ນຕ້ອງໄດ້ເລືອກພືດຜັກທີ່ມີຕະກຸນ ແລະ ປະເພດທີ່ແຕກຕ່າງກັນ, ສຳລັບປັບປຸງ ແລະ ນຳໃຊ້ດິນໃນການປູກຕ້ອງມີການພັກດິນ, ການໃສ່ຝຸ່ນ ແລະ ການປູກພືດທີ່ມີສີຂຽວ, ເພື່ອຊ່ວຍໃນການປັບຄວາມອຸດົມສົມບູນຂອງດິນ
ມາດຕະຖານກະສິກຳອິນຊີ ສຳລັບເຂົ້າ (Lao Organic Standard for Rice)
ມາດຕະຖານກະສິກຳອິນຊິ ສຳລັບເຂົ້າ ຂອງ ສປປ ລາວ ໄດ້ສ້າງຂື້ນເພື່ອຜັນຂະຫຍາຍຍຸດທະສາດ ພັດທະນາວຽກງານປູກຝັງ 2025 ແລະ ວິໄສທັດປີ2030,ໂດຍສະເພາະວຽກງານການກະສິກຳສະອາດໄດ້ເນັ້ນໃສ່ ກະສິກຳທີ່ດີ ແລະ ກະສິກຳອິນຊີ, ມາດຕະຖານກະສິກຳອິນຊີສຳລັບເຂົ້າ ໄດ້ສ້າງຂື້ນມາໂດຍຄະນະວິຊາການຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ທີ່ເຮັດວຽກກ່ຽວກັບກະສິກຳທີ່ເປັນມິດກັບສິ່ງແວດ ລ້ອມນະໂຍບາຍ, ມາດຕະຖານ,ການຢັ້ງຢືນ ແລະ ການນຳໃຊ້ກາໝາຍທີ່ມີປະສົບການກ່ຽວກັບລະບົບການຢັ້ງຢືນ ຢູ່ ສປປ ລາວ.


