ເຕັກນິກການກ້າ ແລະ ການປູກຫວາຍໂຕ່ນ
ການຜະລິດປຶ້ມຄູ່ມືສະບັນນີ້ຂຶ້ນແມ່ນມີຄວາມຕັ້ງໃຈຊຸກຍູ້, ສະໜັບສະໜູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ປູກຫວາຍໂດຍຈະໃຊ້ເວລາສັ້ນໃນການເເຕກງອກໄດ້ປະລິມານຫຼາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນພ້ອມທັງສາມາດປະຕິບັດກິດຈະກຳທີ່ກ່າວມານີ້ໄດ້ດ້ວຍຕົວເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນເລ້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍ່ຕາມ. ປັດຈຸບັນຈາກການເກັບກຳຂໍ້ມູນການຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າການຕະຫຼາດມີຄວາມຍອດ ແລະ ຕ້ອງການເສັ້ນຫວາຍຫຼາຍ. ສິ່ງດັ່ງກາວທີ່ເຫັນວ່າການຜະລິດຫວາຍໃນອະນາຄົດ ຍັງມີແນວໂນ້ມສູງທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ຟື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຢືນຍັນໂດຍການນໍາໃຊ້ຕົ້ນທຶນຕໍ່າໃນການພັດທະນາ.
ເຕັກນິກການກ້າ ແລະ ການປູກໝາກລິນໄມ້
ປຶ້ມຄູ່ມືສະບັບນີ້ແມ່ນເລັງໃສ່ເຕັກນິກໃນການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປຶ້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາການໄລຍະ 1 ໄດ້ ຈັດຕັ້ງປະຕິບັດຜ່ານມາ. ປື້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກໝາກລິ້ນໄມ້ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນເພື່ອຜັນຂະຫຍາຍ ເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງ ດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ. ປະຊາຊົນມີ ຢູ່ມີກິນມີແຮໄວ້ ແລະ ຂາຍສ້າງລາຍຮັບແກ່ຄອບຄົວ. ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ສາມາດນໍາໄປຖ່າຍທອດໃຫ້ແກ່ປະຊາຊົນບ້ານເປົ້າໝາຍໂຄງການ.
ຄູ່ມືແນະນຳເຕັກນິກການປູກໜໍ່ຫຼອຍ
ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆ ຈາກບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການ ກ່ຽວຂ້ອງຕ່າງໆທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປື້ມຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງປ່າໜໍ່ຫຼອຍແບບຍືນຍົງໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະ ເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງ ການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ໄມ້ຫຼອຍໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ, ເມືອງ ແລະ ແຂວງ. ສໍາລັບຜູ້ຊົມໃຊ້ປື້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ […]
ຄູ່ມືແນະນຳເຕັກນິກການກ້າ ແລະ ການປູກຜັກຫວານ
ປື້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປື້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາ ການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປຶ້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກຜັກຫວານປ່າ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ. ປະຊາຊົນມີຢູ່ມີກິນມີແຮໄວ້ ແລະ ຂາຍ່ສ້າງລາຍຮັບແກ່ຄອບຄົວ, ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ສາມາດນໍາໄປຖ່າຍທອດໃຫ້ແກ່ປະຊາຊົນບ້ານເປົ້າໝາຍໂຄງການ.
ເຕັກນິກການປູກຂ່າ
ປື້ມຄູ່ມືຈຸດປະສົງສ້າງເປັນເຄື່ອງມືທີ່ງາຍດາຍໃນການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນ ກ່ຽວກັບການປັບປຸ່ງດ້ານເຕັກນິກການປູກໝາກຂ່າຢູ່ໃນບ້ານເປົ້າໝາຍ ຂອງໂຄງການກະສິກຳເພື່ອໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອໂພຊະນາການໄລຍະທີ 1 ແລະ ໄລຍະ ທີ II ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານຈາກ NAFRI/DTEAP/CDE ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ, ຊາວບ້ານ ເພື່ອນໍາເອົາບົດຮຽນໄປຖ່າຍທອດໃຫ້ຊາວກະສິກອນ ໃນພື້ນທີເປົ້າໝາຍໂຄງການກະສິກຳເພື່ອໂພຊະນາການໄລຍະທີ II.
ບຸນຈັນ ເມກອາລູນ
ທ່ານ ບຸນຈັນ ເມກອາລູນ, ຮອງຫົວໜ້າສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ກ່າວວ່າການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ເປັນການປະຕິບັດ ໃນການສົ່ງເສີມ ແລະ ຄຸ້ມຄອງພືດອາຫານຈາກປ່າ ເພື່ອໂພຊະນາການໃຫ້ຊຸມຊົນ. ພາຍທີ່ຫຼັງສຳເລັດການສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາໄລປ່າໄມ້ຊວນມາຍ ສສ ຫວຽດນາມ, ລາວໄດ້ກັບຄືນສູ່ປະເທດລາວ ພ້ອມທັງນຳເອົາຄວາມຮູ້ວິຊາການໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ຄວາມມຸ່ງໝັ້ນອັນແຂງແກ່ນເພື່ອຮັບໃຊ້ຊຸມຊົນໃນຊົນນະບົດ. ປະສົບການໃນຊ່ວງທໍາອິດ ທີ່ໄດ້ເຮັດວຽກໃກ້ຊິດກັບຊາວບ້ານ ໄດ້ຫຼໍ່ຫຼອມໃຫ້ລາວເຊື່ອໝັ້ນວ່າ ການພັດທະນາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ບໍ່ພຽງແຕ່ການອະນຸລັກ; ມັນຕ້ອງຊ່ວຍໃຫ້ຊຸມຊົນເປັນເຈົ້າການໃນການຊຸກຍູ້ສົ່ງເສີມ ແລະ ອະນຸລັກແຫຼ່ງພືດອາຫານຈາກປ່າ ດ້ວຍຕົວຂອງເຂົ້າເອງ ແລະ ເປັນແຫຼ່ງລາຍຮັບອັນສຳຄັນຂອງຊຸມຊົນ ຮັບປະກັນໃນການບໍລິໂພດພືດປ່າ ແລະ ມີໂພຊະນາການໃນຊຸມຊົນ. ທ່ານ ບຸນຈັນ ເມກອາລຸນ ຜູ້ຮັບຜິດຊອບວຽກພືດອາຫານຈາກປ່າ ( ອົງປະກອບ 1a.4) ຂອງໂຄງການ ກະສິກໍາເພື່ອໂພຊະນາການໄລຍະ II (AFN II) ທີ່ຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ສກປພ ແລະ CDE ກ່ຽວກັບແຫຼ່ງອາຫານທ້ອງຖິ່ນ ແລະ […]
ບໍລິສັດ ຄຸູນເຂົ້າ ຈໍາກັດ: ການຫຼຸດຜ່ອນຂີ້ເຫຍື້ອ ຜ່ານການນໍາໃຊ້ກ້ວຍທຸກສ່ວນຢ່າງຄຸ້ມຄ່າ
ນາງ ບົວສະນິດ (ນົກ) ເຈົ້າຂອງບໍລິສັດ ຄູນເຂົ້າ ຈໍາກັດ ໄດ້ກໍ່ຕັ້ງຂື້ນໃນປີ 2023 ດ້ວຍພາລະກິດທີ່ຊັດເຈນ ຄື ການຫຼຸດຜ່ອນຂີ້ເຫຍື້ອທາງກະສິກໍາ ໂດຍການນໍາໃຊ້ຊັບພະຍາກອນທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ. ໃນຖານະເປັນຜູ້ນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນອາຫານ, ບໍລິສັດໄດ້ກ້າວຂ້າມການຄ້າແບບດັ້ງເດີມ ແລະ ຍັງນໍາເອົາ “ກ້ວຍ” ຊຶ່ງເປັນໝາກໄມ້ທີ່ມີຫຼາຍໃນພາກພື້ນ ມາແປຮູບເປັນຜະລິດຕະພັນເພື່ອເພີ່ມມູນຄ່າໃຫ້ສູງ ແລະ ເປັນມິດກັບສິ່ງແວດລ້ອມ ໃນຫຼາຍຮູບແບບ. ແນວຄິດທາງທຸລະກິດນີ້ເກີດຂຶ້ນຈາກບ້ານເກີດຂອງນົກ ເນື່ອງຈາກວ່າມີຕົ້ນກ້ວຍເປັນຈໍານວນຫຼາຍ ແຕ່ຕົ້ນກ້ວຍສ່ວນຫຼາຍຖືກປະໄວ້ໂດຍບໍ່ໄດ້ນໍາໃຊ້. ຈາກທີ່ເບິ່ງຕົ້ນກ້ວຍທີ່ເຫຼືອ ແລະ ໃບກ້ວຍຕ່າງໆເຄີຍເປັນຂີ້ເຫຍື້ອ, ນົກກັບເຫັນເປັນໂອກາດໃນການອອກແບບ ທຸລະກິດແບບໝຸນວຽນ ແລະ ນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ເພື່ອໃຫ້ກ້ວຍທຸກສ່ວນມີມູນຄ່າສູງສຸດ. ບໍລິສັດ ຄູນເຂົ້າ ຈໍາກັດ ນໍາໃຊ້ກ້ວຍໃນການຜະລິດອາຫານ ແລະ ຂອງວ່າງເພື່ອສຸຂະພາບ ພ້ອມທັງສະກັດເສັ້ນໃຍຈາກຕົ້ນກ້ວຍເພື່ອນໍາໄປໃຊ້ໃນຜະລິດຕະພັນ ແລະ ເຄື່ອງຈັກ. ສ່ວນທີ່ເຫຼືອຈາກການຜະລິດກໍຖືກນໍາກັບມາໃຊ້ໃໝ່, ນ້ໍາທີ່ໄດ້ຈາກການສະກັດເສັ້ນໃຍ ຖືກນໍາໄປຜະລິດເປັນປຸ໋ຍອິນຊີ ແລະ ຮາກກ້ວຍຖືກນໍາໄປແປຮູບເປັນແປ້ງ ເພື່ອໃຊ້ໃນການເຮັດເສັ້ນເຂົ້າປຽກ. ດ້ວຍການເບິ່ງເຫັນຕົ້ນກ້ວຍເປັນຊັບພະຍາກອນທັງຕົ້ນ ແທນທີ່ຈະເປັນພືດທີ່ນໍາໃຊ້ພຽງຄັ້ງດຽວ, ບໍລິສັດຈຶ່ງສາມາດຫຼຸດຜ່ອນຂີ້ເຫຍື້ອໄດ້ເກືອບຈະເປັນສູນ. ຜົນທີ່ໄດ້ຮັບຄື ລະບົບຫຼຸດຜ່ອນຂີ້ເຫຍື້ອໄດ້ຈິງ […]
ມິມີ່ ພົມມາລີ ອາຍຸ 27 ປີ ຕົວແທນຊາວກະສິກອນລຸ້ນໃໝ່ຈາກ ບ້ານພົງສະຫວັນ ເມືອງປາກອູ ແຂວງຫຼວງພະບາງ
ສວນຄໍາເພັດ (Kham Phet Garden) ກໍ່ຕັ້ງຂຶ້ນໃນປີ 2000 ໂດຍພໍ່ຂອງມີມີ່ ມີເນື້ອທີ່ທັງໝົດ 18 ເຮັກຕາ. ເຊິ່ງໄດ້ຮັບແຮງບັນດານໃຈມາຈາກການໄປຢ້ຽມຢາມປະເທດໄທ ແລະ ເຫັນຄວາມຫຼາກຫຼາຍຂອງໝາກໄມ້. ໃນເວລານັ້ນ ປະເທດລາວນໍາເຂົ້າໝາກໄມ້ຈໍານວນຫຼາຍຈາກປະເທດໄທ, ສິ່ງນີ້ເປັນແຮງຈູງໃຈໃຫ້ລາວນໍາເອົາແນວພັນໝາກໄມ້ຫຼາຍຊະນິດມາປູກໃນສວນຂອງຕົນເອງ ເຊັ່ນ: ໝາກພຸກ, ໝາກເງາະ, ໝາກລະມຸດ, ໝາກລໍາໄຍ ແລະ ອື່ນໆ. ໃນຊ່ວງເລີ່ມຕົ້ນທຸລະກິດ ອຸປະສັກທີ່ໃຫຍ່ທີ່ສຸດຄື ຄວາມຮູ້ທາງເຕັກນິກທີ່ຈໍາກັດ, ໂລກພະຍາດພືດ, ໄພພິບັດທາງທໍາມະຊາດ ແລະ ຕົ້ນທຶນການຜະລິດທີ່ສູງ ເພື່ອສຶບຕໍ່ອາຊີບຫຼັກຂອງຄອບຄົວໃຫ້ເຂັ້ມແຂງ, ມີມີ່ ພົມມະລີ (Mimi Phommaly) ໄດ້ເລືອກຮຽນດ້ານກະສິກໍາ ແລະ ໄດ້ສໍາເລັດການສຶກສາຈາກວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໃນປີ 2018. ຫຼັງຈາກຈົບການສຶກສາ ມີມີ່ໄດ້ເຂົ້າມາມີບົດບາດໃນການເຮັດສວນໝາກໄມ້ ເພື່ອຊ່ວຍສະໜັບສະໜູນທຸລະກິດຂອງຄອບຄົວ. ສວນຄໍາເພັດໃຫ້ຄວາມສໍາຄັນຕໍ່ກັບກະສິກໍາຢ່າງຍືນຍົງ ແລະ ບໍ່ໃຊ້ສານເຄມີ ພ້ອມກັບການສົ່ງເສີມພັນພືດທ້ອງຖິ່ນ ແລະ ພືດພື້ນເມືອງ ບໍ່ພຽງແຕ່ສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແຕ່ຍັງມີບົດບາດສໍາຄັນໃນການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນກະສິກໍາ. ດ້ວຍການປູກພືດພັນພື້ນເມືອງຫຼາກຫຼາຍ ແລະ […]
ກາເຟສະຫາຍ: ກາເຟທີ່ມີຈັນຍາບັນຈາກຫຼວງພະບາງ
ໂຮງງານ ຂົ້ວກາເຟສະຫາຍລາວ (Sahai Lao Coffee Roastery) ແມ່ນໂຄງການທີ່ຂັບເຄື່ອນໂດຍຊຸມຊົນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ແກ່ຊາວກະສິກອນໃນພາກເໜືອຂອງລາວ. ສະຫາຍ ສົ່ງເສີມແນວທາງການຜະລິດຢ່າງຍືນຍົງ ໂດຍຝຶກອົບຮົມໃຫ້ຊາວສວນກາເຟໃນການເກັບກ່ຽວດ້ວຍມື,ໃນການຄັດເລືອກ (hand-picking) ແລະ ວິທີການແປຮູບທີ່ພິຖີພິຖັນ. ພ້ອມກັນນັ້ນ ຍັງຊ່ວຍເຫຼືອຊຸມຊົນຄູ່ຮ່ວມງານໃຫ້ເຂົາເຈົ້າເຂົ້າໃຈ ແລະ ຊຳນານໃນທຸກຂັ້ນຕອນຂອງການຜະລິດ ພ້ອມກັບປົກປ້ອງຜືນດິນບັນພະບຸລຸດຂອງພວກເຂົາ. ໃນປີ 2012 ທ່ານ Alex Chitdara ໜຶ່ງໃນສອງຜູ້ກໍ່ຕັ້ງຂອງໂຮງຄົ່ວກາເຟສະຫາຍ ໄດ້ຂະຫຍາຍແນວຄິດໄປສູ່ພາກການທ່ອງທ່ຽວ ໂດຍຈັດທົວທ່ອງທ່ຽວ ນຳທ່ຽວໄປໃນເຂດປູກກາເຟໃນຮອບໆເມືອງຫຼວງພະບາງ, ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກມຸມມອງຂອງຜູ້ຜະລິດໃນຫ່ວງໂຊ່ຄຸນຄ່າຂອງກາເຟ ໂດຍຍຶດຫຼັກການ “ຄວາມຮັບຜິດຊອບຂອງຜູ້ບໍລິໂພກ” ເປັນຫຼັກ ການທ່ອງທ່ຽວເຫຼົ່ານີ້ ເນັ້ນໃສ່ການແລກປ່ຽນວັດທະນະທຳຢ່າງແທ້ຈິງ ແລະ ການມີປະສົບການຮ່ວມກັນຢ່າງມີຄວາມໝາຍກັບຊຸມຊົນທ້ອງຖິ່ນ. ຜ່ານປະສົບການນີ້ ຜູ້ຢ້ຽມຢາມຈະໄດ້ຮຽນຮູ້ກະບວນການປູກ, ເກັບກ່ຽວ ແລະ ແປຮູບກາເຟ ໃນຂະນະທີ່ປະຊາຊົນໃນທ້ອງຖິ່ນກໍໄດ້ຮັບລາຍໄດ້ເພີ່ມເຕີມ ແລະ ການຍອມຮັບຕໍ່ພູມປັນຍາດັ້ງເດີມຂອງພວກເຂົາ. ປັດຊະຍາຂອງ SAHAI ຍັງຍຶດຖືສິນລະປະໃນການສ້າງສັນເຄື່ອງດື່ມຕົ້ນສະບັບ ຢູ່ໃນອາຫານທ້ອງຖິ່ນ ໂດຍຜປະສົມປະສານລົດຊາດທີ່ແທ້ຈິງ ແລະ ຄວາມຍືນຍົງເຂົ້າ, ເຄື່ອງດື່ມທຸກແກ້ວ ຖືກຜະລິດຈາກວັດຖຸດິບທີ່ຮັບຊື້ໂດຍກົງຈາກຊາວກະສິກອນ, […]
ສວນປັນຍານິເວດ: ສົ່ງເສີມກະສິກຳຢ່າງຍືນຍົງໃຫ້ແກ່ຊາວໜຸ່ມລາວ
ສວນປັນຍານິເວດ ຕັ້ງຢູ່ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເລີ່ມດຳເນີນກິດຈະກຳຕັ້ງແຕ່ປີ 2008 ແລະ ໄດ້ຈົດທະບຽນເປັນບໍລິສັດກະສິກຳຢ່າງເປັນທາງການໃນປີ 2016. ສວນ ເນັ້ນໃສ່ການຜະລິດແບບອິນຊີ, ການຈຳໜ່າຍຂາຍປີກ ແລະ ຂາຍສົ່ງ ເຊິ່ງມີຜະລິດຕະພັນຫຼັກແມ່ນຜັກສວນຄົວ, ເຂົ້າ ແລະ ເຫັດນາງລົມ. ນອກຈາກນັ້ນ ສວນຍັງຈັດໂຄງການຮຽນຮູ້ທາງດ້ານກະສິກຳ ແລະ ການປຸງແຕ່ງອາຫານພື້ນເມືອງ, ພ້ອມທັງກິດຈະກຳສິນລະປະ ແລະ ຫັດຖະກຳຢ່າງມີສະຕິ. ຜູ້ຢ້ຽມຊົມສາມາດຮຽນຮູ້ການຈຳແນກຊະນິດພັນພືດນານາຊະນິດ ແລະ ເກັບຜັກສົດໆໄດ້ໂດຍກົງຈາກສວນ “ຈາກສວນສູ່ໂຕະອາຫານ” ແມ່ນຄຳຂວັນຂອງສວນປັນຍານິເວດ. ທ່ານນາງ ສົມຈິດ ພັນຄຳ (ຊື່ຫຼິ້ນ: ຈິດ) ເຈົ້າຂອງສວນປັນຍານິເວດ ບໍ່ພຽງແຕ່ສ້າງສວນກະສິກຳເພື່ອປູກພືດທີ່ທົນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ນຳອາຫານປ່າມາພັດທະນາເປັນພືດປູກໃນສວນ, ແຕ່ຍັງເພີ່ມມູນຄ່າໃຫ້ແກ່ພືດທ້ອງຖິ່ນ ແລະ ຖ່າຍທອດຄວາມຮູ້ດ້ານພືດພັນ ແລະ ອາຫານລາວໃຫ້ແກ່ຄົນຮຸ່ນໃໝ່ຢ່າງຕໍ່ເນື່ອງ. ເອື້ອຍຈິດມີຄວາມສົນໃຈຂອງຕໍ່ກັບເມັດພັນ, ດິນ ແລະ ອາຫານ, ລາວ ໄດ້ຕັ້ງຄຳຖາມວ່າ ເປັນຫຍັງປະເທດລາວຈຶ່ງຕ້ອງນຳເຂົ້າພືດຜົນຜະລິດກະສິກຳ ໃນຂະນະທີ່ມີທີ່ດິນກະສິກຳອຸດົມສົມບູນ ເປັນເວລາກວ່າ […]


