ສົ່ງເສີມການປູກໝາກກ້ຽງນ້ໍາບາກໃນແຂວງຫຼວງພະບາງ
ໝາກກ້ຽງນໍ້າບາກ ແຂວງຫລວງພະບາງ ແມ່ນມີຄວາມຕ້ອງການສູງ ຍ້ອນວ່າມັນເປັນທີ່ນິຍົມຊົມຊອບຂອງຜູ້ບໍລິໂພກທັງຫລາຍເພາະວ່າມັນມີລົດຊາດສົ້ມຫວານປົນກັນ. ມີໂອກາດໃນການຜັນຂະຫຍາຍຜົນປະໂຫຍດເພ່ອື ຕອບສະໜອງຄວາມຕ້ອງການດ່ງັ ກ່າວໂດຍການແນະນໍາວິທີການປູກໃຫ້ມີຄຸນນະພາບສູງຂຶ້ນ, ປັບປຸງການຄຸ້ມຄອງບົວລະບັດຮັກສາ, ສຸມໃສ່ພັດທະນາທາງດ້ານການຕະຫລາດ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຊາວສວນປູກໝາກກ້ຽງ.
ໝາກກ້ຽງພື້ນເມືອງໃນແຂວງຊຽງຂວາງ
ໝາກກ້ຽງພື້ນເມືອງ ແມ່ນມີຄວາມຕ້ອງການສູງ ຍ້ອນວ່າມັນເປັນທີ່ນິຍົມຊົມຊອບຂອງຜູ້ບໍລິໂພກທັງຫລາຍເພາະວ່າມັນມີລົດຊາດສົ້ມຫວານປົນກັນ. ມີໂອກາດໃນການຜັນຂະຫຍາຍຜົນປະໂຫຍດເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ ໂດຍການແນະນໍາວິທີການປູກໃຫ້ມີຄຸນນະພາບສູງຂຶ້ນ, ປັບປຸງການຄຸ້ມຄອງບົວລະບັດຮັກສາ, ສຸມໃສ່ພັດທະນາທາງດ້ານການຕະຫລາດ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຊາວສວນປູກໝາກກ້ຽງ.
ການລ້ຽງປາໃນນາເຂົ້າ ໃນແຂວງຊຽງຂວາງ
ການລ້ຽງປາໃນນາເຂົ້າເປັນວິຖິຊີວິດດັ້ງເດີມຂອງປະຊາຊົນຊາວຊຽງຂວາງ, ເຊິ່ງສ້າງເປັນແຫຼ່ງອາຫານທີ່ຕິດພັນກັນລະຫວ່າງເຂົ້າ ແລະ ປາ. ນອກນັ້ນ, ຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດໃນນາເຂົ້າ, ເຮັດໃຫ້ຜົນຜະລິດເຂົ້າໄດ້ຄຸນນະພາບສູງຂຶ້ນ ແລະ ຍັງສ້າງລາຍຮັບເພີ່ມຈາກການຂາຍປາ.
ເຂົ້າໄກ່ນ້ອຍແຂວງຊຽງຂວາງ
ເຂົ້າໄກ່ນ້ອຍ ເປັນແນວພັນເຂົ້າພື້ນເມືອງ ທີ່ມີທັງໝົດ 7 ສາຍພັນ ເໝາະສົມກັບສະພາບແວດລ້ອມຂອງແຂວງຫົວພັນ. ເຂົ້າໄກ່ນ້ອຍເປັນທີ່ຮູ້ຈັກດີ ຍ້ອນລົດຊາດ ແລະ ກິ່ນຫອມສະເພາະຕົວຂອງມັນ ແລະ ຄວາມຕ້ອງການເຂົ້າໄກ່ນ້ອຍນັບມື້ນັບເພີ່ມຂຶ້ນ. ເປັນພືດບູລິ ມະສິດໜຶ່ງຂອງແຂວງ.
ບົດນໍາສະເໜີການແລກປ່ຽນບົດຮຽນການສົ່ງເສີມປູກໝາກແໜ່ງກວາງຕຸ່ງຢູ່ເມືອງສໍາພັນ
ເມືອງສຳພັນ ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ ຂອງແຂວງຜົ້ງສາລີ ຫ່າງຈາກເທດສະບານແຂວງ ປະມານ 197 Km (ທາງປາກປອກ), ມີຊາຍແດນຕິດກັບ 5 ເມືອງຄື: ເມືອງຜົ້ງສາລີ, ບຸນໃຕ້, ເມືອງຂວາ, ເມືອງໃໝ່ ແລະ ເມືອງແຢ ແຫ່ງ ສສ ຫວຽດນາມ, ເມືອງສຳພັນປະກອບມີຫຼາຍເຜົ່າຊົນ ທີ່ມີອາຊີບ, ການເຊື່ອຖື, ຮີດຄອງປະເພນີທີ່ແຕກຕ່າງກັນ ເຊີ່ງມີ 6 ເຜົ່າຄື: ເຜົ່າລາວລຸ່ມ 6.40%, ເຜົ່າກືມມຸ 31.4%, ເຜົ່າອາຄາ 44.32%, ເຜົ່າມົ້ງ 11.39%, ພູນ້ອຍ 4.98% ແລະ ເຜົ່າສີລາ 1.48%.
ສຶກສາລະບົບການຜະລິດເຂົ້າໄກ່ນ້ອຍຢູ່ໃນ 4 ບ້ານ ເມືອງຜາໄຊ ແຂວງຊຽງຂວາງ
ຈາກການສຶກສາການປູກເຂົ້າໄກ່ນ້ອຍຂອງຊາວກະສິກອນ 4 ກຸ່ມບ້ານເມືອງຜາໄຊແຂວງຊຽງຂວາງໂດຍ ມີຈຸດປະສົງ:1) ສຶກສາການປູກເຂົ້າໄກ່ນ້ອຍຢູ່ໃນ 4 ບ້ານເປົ້າໝາຍຂອງເມືອງ, 2) ສຶກສາເສດຖະກິດການປູກເຂົ້າໄກ່ນ້ອຍຂອງຊາວກະສີກອນເຂດດັ່ງກ່າວ ໃນການລົງຝຶກຫັດງານຄັ້ງນີ້ແມ່ນຢູ່ທີ່ຂະແໜ່ງປູກຝັງ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ ແລະ ໄດ້ລົງຈັດຕັ້ງປະຕິບັດພາກສະໜາມຢູ່ 4 ກຸ່ມບ້ານຄື: ບ້ານຊຽງດີ, ບ້ານເຕົາ,ບ້ານໂພສີແລະ ບ້ານຫໍກາງເມືອງຜາໄຊແຂວງຊຽງຂວາງເຊີື່ງໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດເລີມແຕ່ວັນທີ 20/11/2017 – 14 / 6 /2018 ໃນນີ້ໄດ້ສ າພາດຊາວກະສິກອນຈ ານວນ 59 ຄອບຄົວໃນ 4 ບ້ານທີ່ເປັນຄອບຄົວປູກເຂົັ້າໄກ່ນ້ອຍເພືື່ອເປັນຕົວແທນຂອງບ້ານເພືື່ອນໍາໄປຄິດໄລ່ປະເມີນຜົນທາງດ້ານເສດຖະກິດຂອງຊາວກະສິກອນ.