ເຂົ້າໜຽວແດງ

ປຶ້ມພູມປັນຍາທ້ອງຖິ່ນເຫຼັ້ມນີ້ ໄດ້ມາຈາກການຂຽນ ຂອງອາ ສາສະໝັກ ຊຶ່ງໄດ້ຮັບການຮຽບຮຽງເບື້ອງຕົ້ນຈາກຄະນະອໍານວນການ ສູນອົບຮົມຮ່ວມພັດທະນາ. ປື້ມເຫຼັ້ມນ້ອຍໆນີ້ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງ ເອົາຄວາມຮູ້ທ້ອງຖິ່ນ ເຂົ້ານໍາພາແລະສິດສອນນັກຮຽນຊັ້ນປະຖົມໂຕ໊ຍເອົາບົດທີ່ງ່າຍສອນ ຊັ້ນ ປ. 1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.

ການປູກໝາກໜອດທີ່ເມືອງຄູນແຂວງຊຽງຂວາງ

ໝາກໜອດແມ່ນໝາກໄມ້ທີ່ເກີດຢູ່ໃນປ່າ ແລະ ຊາວບ້ານກໍ່ເກັບເອົາມາຂາຍ. ໝາກໜອດປ່າ ຂອງລາວມື ເປືອກເປັນສີມ້ວງແກ່ ແລະ ແລະ ມີກິ່ນຫອມ. ໂຮງງານແປຮູບໝາກໄມ້ ໂພນງາມໃຕ້ ແມ່ນຜູ້ເກັບຊື້ໝາກໜອດ ເພື່ອສະກັດເອົານ ຳຫົວເຊື້ອ ແລ້ວສົ່ງໃຫ້ກຸ່ມບໍລິສັດກະສິກອນລາວ ໃນນະຄອນຫຼວງວຽງຈັນເພື່ອຜະລິດ ກວານໝາກໜອດສົ່ງອອກຂາຍໃຫ້ປະເທດຕ່າງໆໃນທະ ວີບເອີລົບ.

ການຜະລິດເຂົ້ານາແຊງໃນພື້ນທີ່ດິນສູງ

ອຸນຫະພູມໜາວໃນຊ່ວງເດືອນທັນວາ ຫາ ເດືອນມັງກອນແມ່ນເປັນບັນຫາໜື່ງໃນການຕົກກ້ານາແຊງຢູ່ ສປປ ລາວໂດຍສະເພາະພື້ນທີ່ທີ່ມີລະດັບສູງຈາກໜ້ານ ຳທະເລ 600 ມ ຂື້ນໄປ. ອຸນຫະພູມໜາວເປັນສາຍເຫດເຮັດໃຫ້ ກ້າບໍ່ແຕກງອກດີ ແລະ ເຮັດໃຫ້ກ້າບໍ່ຂື້ນ ແລະ ຍັງເຮັດໃຫ້ອາຍຸຂອງເຂົ້າແກ່ຍາວອີກດ້ວຍ. ພື້ນທີ່ສູງເທົ່າໃດ, ບັນ ຫາເຫຼົ່ານີ້ແມ່ນກໍ່ເພີ່ມຂື້ນເທົ່ານັ້ນ. ວິທີທີ່ສາມາດແກ້ໄຂບັນຫາດັ່ງກ່າວຕ້ອງນ ຳໃຊ້ແນວພັນທີ່ເໝາະສົມ ແລະ ນ ຳ ໃຊ້ຜ້າຢາງປົກຄຸມຕາກ້າເວລາຕົກກ້າ.

ການເຮັດນາສວນຮົ້ວໄຮ

ປຶ້ມພູມປັນຍາທ້ອງຖິ່ນຫົວນີ້ໄດ້ມາຈາກການຂຽນຂອງຊາວ ບ້ານແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອ ຳນວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຫຼວງວຽງ ຈັນ ປື້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະຖົມ ບໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.

ການທົດລອງປູກຂີງດຳປະສົມປະສານພືດະສິກຳ

ກິດຈະກ ຳປູກຂີງດ ຳຮ່ວມກັບປະຊາຊົນ ທີ່ເມືອງໂພນໄຊ, ແຂວງຫຼວງພະບາງແມ່ນກິດຈະກ ຳໜຶ່ງຂອງໂຄງການຍ່ອຍຄົ້ນ ຄ້ວາປ່າໄມ້. ເຂົ້າຮ່ວມກິດຈະກ ຳນີ້ມີ 2 ບ້ານ ແລະ 5 ຄອບຄົວຄື: ບ້ານທ່າໂພ ມີ 3 ຄອບຄົວ ແລະ ບ້ານຫ້ວຍມະຫາ ມີ 2 ຄອບຄົວ. ກິດຈະກ ຳດັ່ງກ່າວໄດ້ປະຕິບັດເປັນເວລາ 7 ເດືອນ ເຊິ່ງໄດ້ເລີ່ມລົງມືປູກແຕ່ ວັນທີ 14/6/04 – 18/1/05 ແມ່ນ ໄດ້ເກັບກູ້ຜົນຜະລິດຕາມລະດູການ. ຈຸດປະສົງຂອງກິດຈະກ ຳແມ່ນເພື່ອຍົກສະມັດຕະພາບຮັບປະກັນການມີຢູ່ມີກິນ, ສ້າງ ລາຍຮັບເສີມໃຫ້ແກ່ຄອບຄົວ, ຊ່ວຍຫຼຸດຜ່ອນຄວາມທຸກຍາກ, ຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ຊຸກຍູ້ວຽກ ງານການຜະລິດໃຫ້ສູງຂຶ້ນກາຍເປັນສິນຄ້າ. ການຈັດຕັ້ງປະຕິບັດແມ່ນໄດ້ປະສານງານກັນກັບສູນຄົ້ນຄ້ວາກະສິກ ຳແລະປ່າ ໄມ້ພາກເໜືອ ໂດຍມີຜູ້ປະສານງານງານຂອງໂຄງການຊີດາປະຈ ຳເມືອງໂພນໄຊເປັນຜູ້ຮ່ວມລົງປະຕິບັດຕົວຈິງກັບຄອບ ຄົວ ເປົ້າໝາຍຂອງໂຄງການ.

ເຕັກນິກການຂະຫຍາຍພັນໝາກໝັ້ນຫານດ້ວຍການໂທມງ່າ

ບົດໂຄງການຈົບຊັ້ນ, ເຕັກນິກການຂະຫຍາຍພັນໝາກໝັ້ນຫວານດ້ວຍການໂທມງ່າ ທີ່ສວນທົດ ລອງຂອງໂຮງຮຽນເຕັກນິກ – ວິຊາຊີບແບບປະສົມແຂວງຫົວພັນໄດ້ຮັບຜົນສ ຳເລັດແກ່ຂ້າພະເຈົ້າ ສະ ນັ້ນ ຂ້າພະເຈົ້າຂໍຖືໂອກາດນີ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອມາຍັງທ່ານ ອ ຳນວຍການໂຮງຮຽນ ແລະ ຄູອາຈານທຸກໆ ທ່ານ ຂອງມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາ ສາດປ່າໄມ້ທີ່ ໄດ້ສິດສອນຖ່າຍທອດຄວາມຮູ້, ເຕັກນິກວິຊາການ, ພ້ອມທັງເປັນຜູ້ເບິ່ງແຍງໃຫ້ຄວາມ ຊ່ວຍເຫຼືອ, ອູ້ມຊູຍູ້ໜູນ ແລະ ໃຫ້ຄວາມສະດວກທຸກຢ່າງໃຫ້ແກ່ຂ້າພະເຈົ້າຕະຫຼອດໄລຍະ 1,6 ປີ ທີ່ ຜ່ານມາໃນການ ສຶກສາຈົນສ ຳເລັດຫຼັກສູດເປັນຢ່າງດີ.

ການປູກໝາກມີ້

ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີ້ໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນ ການປະຕິບັດຕ່າງໆລວມທັງຄຸນປະໂຫຍດຂອງການປູກໝາກໜີ້ທ້ອງຖິ່ນບ້ານ ພູເມືອງ ເມືອງຄໍາ ແຂວງຊຽງຂວາງ ໂດຍແມ່ນຄູເຝິກຊຸມຊົນເປັນຜູ້ໃຫ້ຂໍ້ມູນ ແລະຂຽນດ້ວຍຕົນເອງໂດຍຜ່ານການຮັບຮອງ ແລະຮຽບຮຽງຈາກຫ້ອງການ ສຶກສາປະຈໍາເມືອງ, ພະແນກສຶກສາປະຈໍາແຂວງ, ສູນອົບຮົມຮ່ວມພັດທະ ນາ, ກົມພາລະ ແລະສິລະປະສຶກສາ (ກະຊວງສຶກສາທິການ).

ຄູ່ມືວິທີການປູກຕົ້ນແປກ

ການສ້າງຄວາມຍືນຍົງແມ່ນການທີ່ຈະເຮັດແນວໃດບໍ່ໃຫ້ ປ່າແປກໝົດໄປ. 1. ແຕ່ລະປີປະຊາຊົນພາຍໃນບັນຈະຕ້ອງພາກັນໄປປູກຕົ້ນ ແປກເພື່ອທົດແທນຕົ້ນທີ່ປູກບໍ່ໄດ້ຜົນ(ຕົ້ນທີ່ຕາຍ 2. ແຕ່ລະປີຈະມີການຂະຫຍາຍພື້ນທີ່ປູກປ່າແປກໄປພູໜ່ວຍ ໃໝ່ທຸກໆປີ ແຕ່ລະຄອບຄົວຕ້ອງໄດ້ປູກຢ່າງ ໜ້ອຍ 200 ຕົ້ນຂຶ້ນໄປຕໍ່ພູ ໜຶ່ງໜ່ວຍ.

ການປູກກ້ວຍ

ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີ້ໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນ ການປະຕິບັດຕ່າງໆລວມທັງຄຸນປະໂຫຍດຂອງການປູກກ້ວຍທ້ອງຖິ່ນ ບ້ານ. ນາປາ ເມືອງ ຄໍາ. ແຂວງຊຽງຂວາງໂດຍແມ່ນຄູເຝິກຊຸມຊົນເປັນຜູ້ ໃຫ້ຂໍ້ມູນ ແລະຂຽນດ້ວຍຕົນເອງໂດຍຜ່ານການຮັບຮອງແລະຮຽບຮຽງຈາກ ຫ້ອງການສຶກສາປະຈໍາເມືອງ. ພະແນກສຶກສາປະຈ ໍາແຂວງ, ສູນອົບຮົມຮ່ວມ ພັດທະນາ, ກົມພາລະ ແລະສິລະປະສຶກສາ (ກະຊວງສຶກສາທິການ).

ການປູກເຫັດບົດ

ຂັ້ນຕອນການປູກເຫັດບົດ: – ລັກສະນະເຮືອນເຫັດ – ການຜະລິດຖົງເຊື້ອເຫັດ – ການບົ່ມກ້ອນເຊື້ອເຫັດ – ການຜະລິດດອກເຫັດ – ການເກັບຜົນຜະລິດ