ຍຸດທະສາດພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ຂອງແຂວງຫົວພັນ 5 ປີຄັ້ງທີ III (2021-2025)

ຍຸດທະສາດພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງຂອງແຂວງຫົວພັນ ຄັ້ງທີ່ 3 ດັ່ງກ່າວນີ້ ໄດ້ຮັບການພັດທະນາໃນຊ່ວງເວລາດຳເນີນການ ໂຄງການໄມ້ປ່ອງ ແລະ ຫວາຍ ຈັດຕັ້ງປະຕິດໂດຍອົງການ GRET ພ້ອມດ້ວຍການປະກອບສ່ວນຂອງສະມາຄົມພັນທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ (ສພປຄ) ໃນລະວ່າງເດືອນກໍລະກົດ 2017 ເຖິງ ເດືອນມີນາ 2021 ແລະ ໄດ້ຮັບການສະໜັບສະໜູນ ຫງົບປະມານຈາກ SDC ແລະ AFD

ສະຖິຕິກະສິກຳປະຈຳປີ 2019

ຂໍ້ມູນສະຖິຕິໃນປື້ມວາລະສານສະບັບນີ້ສ່ວນໃຫຍ່ໄດ້ສັງລວມມາຈາກການເກັບກໍາຂອງກົມວິຊໍາກໍານອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ບາງຂໍ້ມູນໄດ້ມາຈາກສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ກໍານລົງທືນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ ແລະ ຈາກພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ເອກະສານປະກອບການສອນວິຊາ: ອານຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນ

ປື້ມກ່ຽວກັບການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນເຫຼັ້ມນີ້ ຜູ້ຂຽນໄດ້ຂຽນຂຶ້ນ, ໂດຍມີຈຸດປະສົງເພື່ອແນ່ໃສ່ຮັບໃຊ້ການຮຽນ-ການສອນໃນລະບົບຊັ້ນສູງ ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ຜູ້ຂຽນໄດ້ຮວບຮວມ ແລະ ຮຽບຮຽງຂຶ້ນມາຈາກເອກະສານ ແລະ ປື້ມຄູ່ມືທີ່ເປັນພາສາລາວ ແລະ ພາສາຕ່າງປະເທດ, ຜົນການທົດລອງທາງດ້ານການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນຂອງໂຄງການຕ່າງໆ ແລະ ຈາກການສອບຖາບນ້ຳຜູ້ສຳເລັດໃນການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນໃນໄລຍະຜ່ານມາ.

ແຜນການດຳເນີນງານການອະນຸລັກທະນີໃນ ສປປ ລາວ 2011-2020

ໃນເຂດອາຊີຕາເວນອອກສ່ຽງໃຕ້ສປປລາວ ແມ່ນຫນຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງ ຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕໍານານ ຖ້າຫາກວ່າພວກເຮົາບໍ່ເລີ່ມ ເອົາໃຈໃສ່ ໃນການອະນຸລັກຢ່າງຈິງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ນິເວດວິທະຍາປ່າໄມ້ຂາດຄວາມສົມດູນແລະອ່ອນແອໃນທີ່ສຸດ. ທະນີເປັນຫນື່ງໃນບັນດາສັດປ່າທີ່ສໍາຄັນທີ່ສຸດທັງເປັນສັດຕົວແທນສໍາລັບການອະນຸລັກ, ແລະບາງຕົວຊີ້ບອກ ຂອງປ່າໄມ້ທີ່ມີ ການລົບກວນຫນ້ອຍ. ແຕ່ເປັນທີ່ຫນ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍ ຢູ່ໃນສປປລາວໄດ້ຫຼຸດລົງຢ່າງຫນ້າເປັນຮ່ວງເຊິ່ງ ປັດຈຸບັນພວກເຮົາຫາຟັງສຽງຮ້ອງ ຂອງທະນີໃນທໍາມະຊາດໄດ້ຍາກຫຍິ່ງຂຶ້ນ.

ນິເວດວິທະຍາພື້ນຖານ

ສປປ ລາວ ເວົ້າລວມແລ້ວ ເປັນປະເທດທີ່ມີຊັບພະຍາກອນທໍາມະຊາດອຸດົມສົມບູນ ແລະ ຄຸນນະພາບສິ່ງແວດລ້ອມຍັງດີຢູ່ ທຽບໃສ່ປະເທດອ້ອມຂ້າງ ຊຶ່ງເປັນທ່າແຮງອັນສໍາ ຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ດັ່ງນັ້ນ ພວກເຮົາທັງໝົດ ຕ້ອງໄດ້ຊ່ວຍກັນປົກປັກຮັກສາເພື່ອໄວ້ເປັນມໍລະດົກແກ່ຄົນລຸ້ນຫຼັງ.

ວັງສະຫງວນ ເພື່ອການອະນຸລັກປາທໍາມະຊາດແຂວງຊຽງຂວາງ

ວັງສະຫງວນ ເປັນແຫລ່ງຜະລິດແລະ ສະຫນອງອາຫານໃຫ້ແກ່ປະຊາຊົນບັນດາເຜົ່າ ດັ່ງນັ້ນ,ໃນແຕ່ລະບ້ານ ທີ່ຕັ້ງຢູ່ລຽບຕາມແມ່ນໍ້າ ສາຍຕ່າງໆ ຈຶ່ງໄດ້ພ້ອມກັນ ສ້າງຕັ້ງວັງສະຫງວນອະນຸລັກປາທໍາມະຊາດເພື່ອເປັນແຫລ່ງເພາະພັນຂະຫຍາຍພັນປາຊະນິດຕ່າງໆ ທີ່ຕິດພັນກັບ ການດໍາລົງຊີວິດການເປັນຢູ່ປະຈໍາວັນ ຂອງປະຊາຊົນບັນດາເຜົ່າ

ຫລັັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໃນແຂວງຊຽງຂວາງ

ຫຼັກສູດການສຶກສາດ້ານຊີວະນາໆພັນກະສິກຳໄດ້ຖືກຮັບຮອງເອົາໂດຍ ກະຊວງສຶກສາທິການ ແລະ ກິລາ, ໄດ້ມີຜົນສຳເລັດເປັນຢ່າງດີຕໍ່ການຈັດຕັ້ງປະຕິບັດ ຈົນສາມາດຂະຫຍາຍການຮຽນການສອນອອກໄປສູ່ໂຮງຮຽນສາມັນໃນເມືອງອື່ນໆ. ຫຼັກສູດນີ້ເກີດຂຶ້ນເປັນໄປຕາມຄວາມມຸ້ງຫວັງ ແລະ ຕັ້ງໃຈຂອງຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.

ການສ້າງວັງສະຫງວນປາທຳມະຊາດໃນແຂວງຫຼວງພະບາງ (Fish Conservations Zones (FCZ) in Luang Prabang Province)

ວັງສະຫງວນ ຕາມສາຍນໍ້າລໍາຫ້ວຍ ຢູ່ ແຂວງຫລວງພະບາງ ແມ່ນໄດ້ກາຍເປັນຍຸດທະສາດທີ່ໄດ້ຮັບຜົນດີ ໂດຍການປະກອບສ່ວນຂອງຊຸມຊົນໃນທ້ອງຖິ່ນ ເພື່ອຮັບປະກັນໃຫ້ປະຊາກອນຂອງປາຊະນິດພັນຕ່າງໆ ເພື່ອໃຫ້ມີຄວາມອຸດົມສົມບຸນຫລາຍຂຶ້ນ. ວັງສະຫງວນ ຍັງເປັນພື້ນຖານໃນການຕອບສະໜອງທາງ ດ້ານສະບຽງອາຫານໃຫ້ປະຊາຊົນໄດ້ບໍລິໂພກຊີ້ນປາຫລາຍຂຶ້ນ ແລະ ມີລາຍຮັບຫລາຍຂຶ້ນຈາກການຂາຍປາ. ວັງສະຫງວນ ຍັງເປັນການຊ່ວຍການອານຸຮັກແຄມຕາຝັ່ງນໍ້າ ລວມທັງ ການທ່ອງທ່ຽວ. Fish Conservations Zones on rivers and streams in Luang Prabang province have been a successful strategy employed by local communities to ensure abundant and diverse fish populations. FCZs lead to substantial  increases in local fish consumption and income from […]