ບົດນໍາສະເໜີການແລກປ່ຽນບົດຮຽນການສົ່ງເສີມປູກໝາກແໜ່ງກວາງຕຸ່ງຢູ່ເມືອງສໍາພັນ

ເມືອງສຳພັນ ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ ຂອງແຂວງຜົ້ງສາລີ ຫ່າງຈາກເທດສະບານແຂວງ ປະມານ 197 Km (ທາງປາກປອກ),  ມີຊາຍແດນຕິດກັບ 5 ເມືອງຄື: ເມືອງຜົ້ງສາລີ, ບຸນໃຕ້, ເມືອງຂວາ, ເມືອງໃໝ່ ແລະ ເມືອງແຢ ແຫ່ງ ສສ ຫວຽດນາມ, ເມືອງສຳພັນປະກອບມີຫຼາຍເຜົ່າຊົນ ທີ່ມີອາຊີບ, ການເຊື່ອຖື, ຮີດຄອງປະເພນີທີ່ແຕກຕ່າງກັນ ເຊີ່ງມີ 6 ເຜົ່າຄື: ເຜົ່າລາວລຸ່ມ 6.40%, ເຜົ່າກືມມຸ 31.4%, ເຜົ່າອາຄາ 44.32%, ເຜົ່າມົ້ງ 11.39%, ພູນ້ອຍ 4.98% ແລະ ເຜົ່າສີລາ 1.48%.

ສຶກສາລະບົບຕ່ອງໂສ້ມູນຄ່າການຄ້າຊາຍແດນຫມາກແຫນ່ງ ຂອງແຂວງຜົ້ງສາລີ

ໃນແຂວງຜົົ້ງສາລີ, ການປູກຫມາກແຫນ່ງມີມາຕັ້ງແຕ່ຍູກປີ 1980. ເຊິີ່ງແບ່ງເປັນສາມສາຍພັນຫລັກ, ຫມາກແຫນ່ງກວາງຕຸງ, ຫມາກແຫນ່ງປາກຊ່ອງ ແລະ ຫມາກແຫນ່ງປ່າ. ປະມານ 17,942 ຄົວເຮືອນ (50% ຂອງທັງຫມົດ) ມີການປູກຫມາກແຫນ່ງໃນພົ້ນທີີ່ກວ່າ 5,200 ເຮັກຕາ. ໃນປີ 2014, ມູນຄ່າຂອງ ຜະລິດຕະພັນ ທີີ່ໄດ້ຮັບຈາກຫມາກແຫນ່ງແມ່ນປະມານ 40 ລ້ານໂດລາ.

ຄູ່ມືແນະນໍາເຕັກນິກພື້ນຖານການປູກໝາກແໜູ່ງກວາງຕຸງ

ໝາກແໜູ່ງ ແມ່ນເຄືື່ອງປ່າຂອງດົງຊະນິດໜື່ງທີື່ມີຄຸນຄູ່າ ແລະ ເປັນປະໂຫຍດຕ ໍ່ສັງຄົມມະນຸດເຮົາ ໂດຍໄດ້ນໍາໃຊ້ເຂົ້າ ໃນວົງການການແພດ ເພືື່ອປະກອບເປັນສູ່ວນປະສົມຂອງອາຫານ ແລະ ຢາສະໝຸນໄພເຂົື້າໃນການຮັກສາ ໂລກໄພ ໄຂ້ເຈັບ ຕູ່າງໆ ເຊັົ່ນ: ຢາດີເຈັບທ້ອງ, ທ້ອງອືດ, ຊູ່ວຍຍູ່ອຍກະເພາະອາຫານ, ເປັນຢາດີເຈັບແຂ້ວ ແລະ ໃຊ້ປະສົມ ກັບຊະນິດຢາອືື່ນໆ, ນອກນັື້ນຍັງໃຊ້ເປັນເຄືື່ອງເທດໃນການປະສົມອາຫານອີກຫຼາຍຢ່າງ.

ປື້ມຄູ່ມື ໝາກແໜ່ງ ສຳລັບຜະລິດເປັນສິນຄ້າ (ໝາກແໜ່ງກວາງຕຸງ ແລະ ໝາກແໜ່ງປາກຊ່ອງ)

ການຜະລິດກະສິກຳ ແລະ ປ່າໄມ້ເປັນສິນຄ້າ ແມ່ນໜິ່ງແຜນງານບູລິສິດທີ່ສຳຄັນຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການພັດທະນາເສດຖະກິດຊົນນະບົດ ໃຫ້ຂະຫຍາຍຕົວຢ່າງໜັ້ງທ່ຽງ ແລະ  ປັບປຸງຄູນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ. ການຍົກລະດັບຄວາມຮູ້ຄວາມສາມາດຂອງປະຊາຊົນໃນການຜະລິດເປັນສິນຄ້າ ແມ່ນກຸນແຈ ສຳຄັນໃນການກະຕຸກຊຸກຍູ້ຂະບວນການຜະລິດໃຫ້ມີປະສິດຜົນສູງ, ຍືນຍົງ ແລະ ໄປຕາມທິດພັດທະນາສີຂຽວ.