ທ່າແຮງໃນການລ້ຽງງົວທອມຢູ່ທົ່ງໄຫຫິນແຂວງຊຽງຂວາງ,ສປປລາວ

ໃນຂົງເຂດບໍລິເວນ ໂພນສະຫວັນ (ເມືອງເທດສະບານແຂວງຊຽງຂວາງ, ເຂດທົ່ງໄຫຫີນ) ຊຶ່ງກໍ່ ເໝືອນກັນກັບເຂດອື່ນຂອງ ສປປ ລາວ, ການລ້ຽງສັດ ຍັງເປັນອົງປະກອບໜຶ່ງ ຂອງລະບົບການ ຜະລິດ ກະສິກ ຳ. ຢູ່ເມືອງແປກແຂວງຊຽງຂວາງ ການລ້ຽງສັດຍັງສ້າງລາຍຮັບ ໃຫ້ຄອບຄົວຊາວກະສິກອນ ຫຼາຍ ກວ່າ 50 ສ່ວນຮ້ອຍ. ການລ້ຽງງົວຂອງຊາວກະສິກອນ ຍັງປະຕິບັດຕາມແບບປະເພນີດັ່ງເດີມ ໂດຍ ບົນພື້ນຖານການລ້ຽງແບບປະປ່ອຍ ສັດຫາເລັມຫງ້າກິນເອງຕາມທ ຳມະຊາດ ແລະ ເສດພືດກະສິກ ຳ ພາຍຫຼັງເກັບກ່ຽວ. ສະພາບດິນບໍ່ສົມບູນ, ພືດອາຫານສັດບໍ່ພຽງພໍ ແລະ ສະພາບເສດຖະກິດຄອບຄົວ ທີ່ຂາດເຂີນ ຍັງເປັນອຸປະສັກຕົ້ນຕໍ ຕໍ່ການຂະຫຽາຍຕົວຂອງການລ້ຽງສັດ.

ຄູ່ມືວິຊາການລ້ຽງເປັດຂັນພື້ນຖານ

ການລ້ຽງເປັດຈະປະສົບຜົນສຳເລັດໄດ້ຕ້ອງປະກອບດ້ວຍ 3 ປັດໃຈຄື: 1. ມີແນວພັນທີ່ດີ 2. ມີອາຫານ ແລະ ການໃຫ້ອາຫານທີ່ດີ 3. ມີການຈັດການທີ່ດີ ຄື: ມີຄອກການຄຸ້ມຄອງ, ການປິ່ນປົ່ວ, ການປ້ອງກັນ ແລະ ການຕະຫຼາດ.

ວິທີຕັດແຂ້ວໝູນ້ອຍ

– ຄວາມສຳຄັນຂອງການຕັດແຂ້ວໝູນ້ອຍເກີດໃໝ່ – ວິທີ່ເໝາະສົມໃນການຕັດແຂ້ວ – ວິທີການຕັດແຂ້ວ

ຄູ່ມືແນະນໍາ ການປັບປຸງລະບົບລ້ຽງງົວພືື້ນເມືອງ ເພືື່ອຜະລິດເປັນສີນຄ້າ ຢູ່ເມືອງປາກຊ່ອງ

ຄູ່ມືນີື້ ໄດ້ພັດທະນາຂືື້ນມາໂດຍການຮ່ວມມືຂອງ ທີມງານ ອົງການຮ່ວມມືສາກົນ ປະທດຍີື່ປຸູ່ນ ໄຈກາ JICA ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານໃນ ສປປ ລາວ. ໃນຄະນະດຽວກັນ, ຄະນະທີມງານວິຊາການ ຍັງໄດ້ເຮັດວຽກຮ່ວມກັບອົງກອນພາກລັດທີມີບົດບາດສໍາຄັນ ຄື: ກົມສົົ່ງເສີມກະສິກໍາ ແລະ ສະຫະກອນ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຫ້ອງການກະສິກໍາ ປ່າໄມ້ ເມືອງປາກຊ່ອງ, ກົມລ້ຽງສັດ ການປະມົງ ແລະ ຄະນະອານຈານທີມີປະສົບການສູງຈາກມະຫາວິທະຍາໄລແຫ່ງຊາດ.

ການຕົ້ມໝາກຕາວ

ປື້ມເຫລັ້ມນີ້ເປັນຜົນງານການຂຽນຂອງຄູອາຈານ ແລະຊາວບ້ານ ປຸງປ່າຕາວ, ເມືອງຄໍາເກີດ, ແຂວງບໍລິ ຄ ຳໄຊ ຊຶ່ງເປັນການຮີບໂຮມປະສົບການໃນການດໍາລົງ ຊີວິດແບບເພິ່ງຕົນເອງ, ກຸ້ມຕົນເອງໂດຍອາໄສທ ຳມະ ຊາດ, ສິ່ງແວດລ້ອມອ້ອມຕົວແບບດັ້ງເດີມຕັ້ງແຕ່ດົນນານ ຈົນເຖິງປະຈຸບັນນີ້. ປຶ້ມເຫລັ້ມນີ້ເປັນບ່ອນອີງໃຫ້ແກ່ຄູໃນການສຶກສາ ແນວຄວາມຄິດຮັກທ ຳມະຊາດ, ຮັກພູມປັນຍາກໍຄືວິຖີຊີ ວິດທ້ອງຖິ່ນໃຫ້ແກ່ເດັກເພື່ອສ້າງແນວຄິດຮັກທ້ອງຖິ່ນ ຂອງຕົນ.

ເຕັກນິກການປູກໝາກເຍົາເພື່ອຜະລິດເປັນນ້ຳມັນກາຊວນຊີວະພາບ

ສູນຄົ້ນຄວ້າທົດລອງກ່ຽວກັບພະລັງງານທົດແທນ (LIRE) ເປັນອົງການທີ່ບໍ່ຫວັງຜົນກ ຳໄລ ເຊິ່ງອຸທິດຕົນ ເອງເພື່ອການພັດທະນາຂະແໜງການພະລັງງານທົດແທນທີ່ສາມາດກຸ່ມຕົນເອງໄດ້ຢ່າງຍືນຍົງໃນ ສປປ ລາວ. ສູນດັ່ງ ກ່າວ ຕອບສະໜອງການບໍລິການການຄົ້ນຄວ້າທາງດ້ານເຕັກນິກກະສິກ ຳ, ເຕັກໂນໂລຊີ ແລະ ເສດຖະກິດສັງຄົມ ພ້ອມກັນນັ້ນກໍ່ຍັງໄດ້ເຮັດວຽກເພື່ອຕອບສະໜອງຂໍ້ມູນ ແລະ ຄ ຳປຶກສາກ່ຽວກັບ ການນ ຳໃຊ້ເຕັກໂນໂລຊີພະລັງ ງານທົດແທນໃຫ້ແກ່ລັດໂດຍບໍ່ໄດ້ເສຍຄ່າໃດໆໃນປະເທດລາວ. LIRE ມຸ້ງໝັ້ນທີ່ຈະຊຸກຍູ້ການພັດທະນາຂອງປະເທດລາວດ້ວຍການຊອກຫາຫົນທາງ ເພື່ອທີ່ຈະສ້າງເຕັກໂນ ໂລຊີພະລັງງານທົດແທນໃນພາກຕ່າງໆຂອງປະເທດ ໂດຍສະເພາະແມ່ນບັນດາເຂດທີ່ຍັງບໍ່ທັນໄດ້ຮັບ ຕາຂ່າຍໄຟຟ້າແຫ່ງຊາດ ແລະ ໃນເຂດທີ່ບໍ່ມີຄວາມຮູ້ທາງດ້ານວິຊາການ.

ການລ້ຽງປາໃນນາເຂົ້າ

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປື້ມຄູ່ມື ກ່ຽວກັບການປັບຕົວທາງດ້ານເຕັກນິກປະສານ ການລ້ຽງປາໃສ່ພື້ນທີ່ນາເຂົ້າແບບປະສົມ ລະຫວ່າງການລ້ຽງປາຮ່ວມກັບການປູກເຂົ້າ ຢູ່ໃນບ້ານເປົ້າໝາຍໂຄງການ ກະສິກຳເພື່ອໂພຊະນາການໄລຍະ 2. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດຕັ້ງປະຕິບັດຂອງ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2. ໂດຍ ມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງ ໂຄງການ NAFRI/ ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນທີເປົ້າໝາຍໂຄງການ.

ເຕັກນິກການຂະຫຍາຍພັນ ແລະ ການປູກໄມ້ຂົມ

ປຶ້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປື້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປື້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກໜໍ່ໄມ້ຂົມ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນ ເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ, ປະຊາຊົນມີຢູ່ມີກິນມີແຮໄວ້ ແລະ ຂາຍສ້າງລາຍຮັບແກ່ຄອບຄົວ. ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະ