ຄູ່ມືແນະນໍາເຕັກນິກພື້ນຖານການປູກໝາກແໜູ່ງກວາງຕຸງ

ໝາກແໜູ່ງ ແມ່ນເຄືື່ອງປ່າຂອງດົງຊະນິດໜື່ງທີື່ມີຄຸນຄູ່າ ແລະ ເປັນປະໂຫຍດຕ ໍ່ສັງຄົມມະນຸດເຮົາ ໂດຍໄດ້ນໍາໃຊ້ເຂົ້າ ໃນວົງການການແພດ ເພືື່ອປະກອບເປັນສູ່ວນປະສົມຂອງອາຫານ ແລະ ຢາສະໝຸນໄພເຂົື້າໃນການຮັກສາ ໂລກໄພ ໄຂ້ເຈັບ ຕູ່າງໆ ເຊັົ່ນ: ຢາດີເຈັບທ້ອງ, ທ້ອງອືດ, ຊູ່ວຍຍູ່ອຍກະເພາະອາຫານ, ເປັນຢາດີເຈັບແຂ້ວ ແລະ ໃຊ້ປະສົມ ກັບຊະນິດຢາອືື່ນໆ, ນອກນັື້ນຍັງໃຊ້ເປັນເຄືື່ອງເທດໃນການປະສົມອາຫານອີກຫຼາຍຢ່າງ.

ປື້ມຄູ່ມື ໝາກແໜ່ງ ສຳລັບຜະລິດເປັນສິນຄ້າ (ໝາກແໜ່ງກວາງຕຸງ ແລະ ໝາກແໜ່ງປາກຊ່ອງ)

ການຜະລິດກະສິກຳ ແລະ ປ່າໄມ້ເປັນສິນຄ້າ ແມ່ນໜິ່ງແຜນງານບູລິສິດທີ່ສຳຄັນຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການພັດທະນາເສດຖະກິດຊົນນະບົດ ໃຫ້ຂະຫຍາຍຕົວຢ່າງໜັ້ງທ່ຽງ ແລະ  ປັບປຸງຄູນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ. ການຍົກລະດັບຄວາມຮູ້ຄວາມສາມາດຂອງປະຊາຊົນໃນການຜະລິດເປັນສິນຄ້າ ແມ່ນກຸນແຈ ສຳຄັນໃນການກະຕຸກຊຸກຍູ້ຂະບວນການຜະລິດໃຫ້ມີປະສິດຜົນສູງ, ຍືນຍົງ ແລະ ໄປຕາມທິດພັດທະນາສີຂຽວ.