ປື້ມຄູ່ມື ວິຊາການລ້ຽງແບ້ສຳລັບຊາວບ້ານ
– ການຄັດເລືອກສະຖ່ນທີ່ – ການຄັດເລືອກພໍ່ແມ່ພັນ – ການປະສົມພັນ – ວິທີການລ້ຽງແບ້ – ການລ້ຽງດູແບ້ຕັ້ງແຕ່ເລີ່ມຄອດ – ວິທີການຕອນແບ້ຜູ້
ການຄັດເລືອກສະຖານທີ່
– ການຄັດເລືອກສະຖານທີ່ – ຄອກແບ້ – ການຄັດເລືອກພໍ່ແມ່ພັນແບ້ – ການປະສົມພັນ – ການເກີດລູກ – ວິທີການລ້ຽງແບ້ – ການດູແລແບ້ຕັ້ງແຕ່ເລີ່ມຄອດ – ວິທີ່ການຕອນແບ້ຜູ້ – ການໃຫ້ອາຫານ
ຄູ່ມືສຳລັບການໃຫ້ຢາວັກແຊັງ ແລະ ຄວາມຮູ້ພື້ນຖານສຳລັບການປິ່ນປົວສັດລ້ຽງ
ການໃຫ້ວັກຊີນ ແລະ ຄວາມຮູ້ພື້ນຖານກ່ຽວກັບການປິ່ນປົ່ວສັດລ້ຽງ
ກົບຢູ່ໜອງຍາວ
ປື້ມເຫຼັ້ມນີ້ໄດ້ຂັດຈ້ອນເອົາຂໍ້ມູນມາຈາກປື້ມຂໍ້ມູນສິ່ງແວດ ລ້ອມສຶກສາບ້ານໜອງຍາວທີ່ເປັນຜົນງານການຂຽນ ແລະໃຫ້ຂໍ້ ມູນຂອງຄູອາຈານແລະຊາວບ້ານໜອງຍາວ, ເມືອງນາຊາຍ ທອງ, ນະຄອນຫຼວງວຽງຈັນ. ແລ້ວມາສັງລວມເປັນປື້ມຄວາມ ຮູ້ສິ່ງແວດລ້ອມສຶກສາທ້ອງຖິ່ນເຫຼັ້ມນີ້ ທີ່ມີເນື້ອໃນຄວາມຮູ້ກ່ຽວ ກັບໜອງຍາວ ແລະສັດທີ່ມີຢູ່ໜອງຍາວ ເພື່ອເປັນບ່ອນອີງໃຫ້ ແກ່ຄູທີ່ສົນໃຈນໍາໄປໝູນໃຊ້ປູກຈິດສຳນຶກໃຫ້ແກ້ເດັກໄດ້ຮັບຮູ້ ຄວາມສໍາຄັນ, ຄຸນປະໂຫຍດ ແລະຄຸນຄາຂອງສິ່ງແວດລ້ອມ ໃນທ້ອງຖິ່ນ.
ໂຄງການເຜີຍແຜ່ວິທີການທີ່ເໝາະສົມໃນການຂະຫຍາຍການລ້ຽງສັດໃນເຂດພາກເໜືອຂອງສປປລາວ
ເຜີຍແຜ່ ວິທີການທີ່ເໝາະສົມໃນການຂະຫຍາຍ ການລ້ຽງສັດໃນເຂດພາກເໝືອ
ການລ້ຽງສັດຂອງລາວໃນປັດຈຸບັນ.ຫຼັງຈາກລາວໄດ້ປູກພືດອາຫານສັດ ລາວກໍ່ມີວິທີປັບປຸງ ການລ້ຽງສັດຂອງລາວ ຈາກການລ້ຽງປ່ອຍຕາມທຳມະຊາດ ຫັນມາລ້ຽງແບບມີ ການຈັດການ, ໃກ້ສິດ, ຕິດຕາມ ຄື: ທຸກໆຕອນແລງຕ້ອງນຳເອົາງົວມາແຫຼ່ງໃນຄອກ ແລະ ໃຊ້ພຶດອຫານສັດ ທີ່ເປັນອາຫານເສີມບາງເລັກນ້ອຍ ສວ່ນ ສັດທີ່ທອມຂາຍແມ່ນເອົາໃຈໃສ່ພິເສດ
ການລ້ຽງໝູ
ປື້ມພູມປັນຍາທ້ອງຖິ່ນຫົວນີ້ໄດ້ມາຈາກການຂຽນຂອງຊາວ ບ້ານແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອ ຳນວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຫຼວງວຽງ ຈັນ ປື້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ການລ້ຽງໄກ່
ປື້ມພູມປັນຍາທ້ອງຖິ່ນຫົວນີ້ໄດ້ມາຈາກການຂຽນຂອງຊາວບ້ານ ແລະອາສາສະໝັກຊຶ່ງໄດ້ຮຽບຮຽງໃນເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາ ແລະສຶກສາເມືອງຊະນະຄາມ. ປຶ້ມຫົວນ້ອຍຫົວນີ້ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດນຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ 1 ປໍ 2 ແລະບົດທີ່ຍາກກໍເອົາສອນຊັ້ນໃຫຍ່ຂຶ້ນໄປ.
ການລ້ຽງເຜິ້ງ
ຈາກຫີນຈາລຶກໃນປີຣາມິດພົບວ່າ ອີຢິບໂບຮານເປັນຊົນເຜົ່າທຳອິດຂອງໂລກທີ່ ຮູ້ຈັກນຳເອົາເຜິ້ງມາລ້ຽງໃນໄຫດິນ ແລະ ແຍກຮັງເຜິ້ງໄປຍັງບ່ອນທີ່ມີດອກໄມ້ອຸດົມສົມບູນ ເຊິ່ງໄດ້ມີການບັນທຶກມາດົນນານກວ່າ 5,000 ປີມາແລ້ວ ກ່ຽວກັບການຂົນຍ້າຍເຜິ້ງໂດຍໃຊ້ລາ. ເມື່ອກະເລັກ ແລະ ໂຣມັນເຮືອງອຳນາດໄດ້ມີການບັນທຶກກ່ຽວກັບການລ້ຽງເຜິ້ງຫລາຍຂຶ້ນຕະຫລອດມີ ການສຶກສາໃນທາງວິທະຍາສາດຂອງເຜິ້ງເປັນເທື່ອທຳອິດ ໂດຍອະຣິສໂຕເຕິລ (Aristotle ພ.ສ 159-221) ປະຊາຊົນຊາວກະເລັກໄດ້ຮັບນາມວ່າເປັນບິດາຂອງວິຊາສັດຕະວິທະຍາຂອງໂລກ ໃນຢູລົບການລ້ຽງເຜິ້ງເຂົ້າໃຈວ່າໄດ້ຮັບອິດທິພົນມາຈາກກະເລັກ ແລະ ໂຣມັນບູຮານທີ່ດັດແປງຮັງ ເຜິ້ງທີ່ລ້ຽງໃນໄຫດິນມາເປັນຮັງເຜິ້ງຮູບໂດມທີ່ໃຊ້ເຊືອກພັນກັນເປັນວົງໆ ຮັງແບບນີ້ຍັງມີໃຊ້ກັນຢູ່ຈົນທຸກວັນນີ້ ແລະ ຖືກັນວ່າ ເປັນສັນຍາລັກຂອງຮັງເຜົ່າທີ່ໃຊ້ກັນຢູ່ທົ່ວໂລກ. ການລ້ຽງເຜິ້ງໃນຈີນ ຕາມປະຫວັດສາດພົບວ່າ ໄດ້ເລີ່ມລ້ຽງເຜິ້ງໂກນ (Apis cerana) ກ່ອນລ້ຽງເຜິ້ງພັນ (AD mellifera ) ຈາກຢູລົບກ່າວວ່າ ຈີນເປັນໜຶ່ງໃນປະເທດຜູ້ນ ຳການລ້ຽງເຜິ້ງໃນທະວີບອາຊີ ການເຮັດຮັງເຜິ້ງໃນປະເທດຈີນນັ້ນໄດ້ນ ຳຕົ້ນໄມ້ທີ່ມີໂກນຢູ່ພາຍໃນມາຕັດອອກເປັນທ່ອນໆ ຫ້ອຍໄວ້ໃຫ້ເຜິ້ງໂກນເຮັດຮັງຢູ່ຕາມບ້ານ. ການຍ້າຍຮັງເຜິ້ງເປັນຈຳນວນຫລວງຫລາຍຂອງຈີນ ໄດ້ໃຊ້ການຂົນສົ່ງທາງນາໍ້ເຊັ່ນດຽວກັບອີຢິບໂບຮານ.
ຄູ່ມືວິຊາການລ້ຽງເປັດຂັນພື້ນຖານ
ການລ້ຽງເປັດຈະປະສົບຜົນສຳເລັດໄດ້ຕ້ອງປະກອບດ້ວຍ 3 ປັດໃຈຄື: 1. ມີແນວພັນທີ່ດີ 2. ມີອາຫານ ແລະ ການໃຫ້ອາຫານທີ່ດີ 3. ມີການຈັດການທີ່ດີ ຄື: ມີຄອກການຄຸ້ມຄອງ, ການປິ່ນປົ່ວ, ການປ້ອງກັນ ແລະ ການຕະຫຼາດ.


